ຊາວຮົງກົງ 2 ຄົນ ໄດ້ຖືກພົບເຫັນວ່າ ມີຄວາມຜິດໃນຂໍ້ຫາກໍ່ຄວາມວຸ້ນວາຍ ໃນ ວັນພະຫັດວານນີ້ ຫຼັງຈາກເຂົາເຈົ້າໄດ້ຕົບມື ແລະຕຳໜິຕິຕຽນຜູ້ພິພາກສາ ໃນລະຫວ່າງການໄຕ່ສວນຄະດີຄັ້ງກ່ອນກ່ຽວກັບການໄປໄວ້ອາໄລຢູ່ຈະຕຸລັດ ທຽນອັນເໝິນ ທີ່ຖືກຫ້າມຢູ່ໃນເມືອງນັ້ນ
ເຈົ້າໜ້າທີ່ໜ່ວຍງານຜູ້ອົບພະຍົບຂອງອົງການສະຫະປະຊາຊາດລາຍງານວ່າ ມາເລເຊຍໄດ້ສົ່ງປະຊາຊົນຊາວມຽນມາກັບເມືອປະເທດຫຼາຍຮ້ອຍຄົນ ໂດຍທີ່ພວກເຂົາເຈົ້າບໍ່ໄດ້ເຕັມໃຈ
ກຳປັ່ນນອດ ຊຶ່ງເປັນກຳປັ່ນທີ່ມີມູນຄ່າ 500 ລ້ານໂດລາ ທີ່ມີການເຊື່ອມໂຍງກັບມະຫາເສດຖີຣັດເຊຍ ອາເລັກເຊ ມໍດາສຊອຟ ໄດ້ໃຊ້ ເວລາຫຼາຍກວ່າສາມອາທິດ ຢູ່ໃນດິນແດນຂອງຈີນ ກ່ອນທີ່ມັນຈະອອກຈາກບ່ອນນັ້ນໄປ ໃນວັນພະຫັດຜ່ານມາ
ຜູ້ໂດຍສານ 162 ຄົນ ແລະ ລູກເຮືອ 11 ຄົນ ໄດ້ອອກມາຈາກເຮືອບິນດ້ວຍຕະລູດສຸກເສີນໂດຍປາສະຈາການບາດເຈັບທີ່ຮ້າຍແຮງໃດໆ.
ການສືບສວນສອບສວນອຸບັດຕິເຫດຂອງ ຟີລິບປິນ ແມ່ນກຳລັງດຳເນີນຢູ່.
ກອງທັບເກົາຫຼີໃຕ້ກ່າວວ່າ ຕົນໄດ້ຍິງລູກປືນເຕືອນຕໍ່ກຳປັ່ນການຄ້າຂອງເກົາຫຼີເໜືອ ທີ່ຂ້າມເສັ້ນຈຳກັດພາກເໜືອ ຫລື NLL ຊຶ່ງເປັນເຂດຊາຍແດນທະເລທີ່ແທ້ຈິງ ຂອງເກົາຫຼີໃຕ້ ໃນເວລາ 3:42 ໂມງເຊົ້າຂອງວັນຈັນມື້ນີ້
ການເຈລະຈາຂອງທ່ານນາງເຊີແມນ ຈະກວມເອົາເລື້ອງຄວາມໝັ້ນຄົງຕ່າງໆໃນພາກພື້ນ ທີ່ລວມມີການຍິງລູກສອນໄຟຂອງເກົາຫຼີເໜືອ ແລະໄຕ້ຫວັນນຳດ້ວຍ
ສາມມື້ກ່ອນພັກຄອມມີວນິສຈີນຈະຈັດກອງປະຊຸມໃຫຍ່ຄັ້ງທີ 20 ນັ້ນ ຜູ້ຊາຍອາຍຸ 48 ປີ ຄົນນຶ່ງໄດ້ເອົາປ້າຍໂຄສະນາປະທ້ວງແຂວນໃສ່ຂົວຊີທົງຂອງນະຄອນຫລວງປັກກິ່ງ
ຂໍ້ລິເລີ້ມນີ້ ແມ່ນແນໃສ່ເພື່ອເລັ່ງລັດການໂອນອາວຸດ ເພື່ອເສີມຂະຫຍາຍການປ້ອງກັນປະເທດຂອງໄຕ້ຫວັນ ຮັບມືກັບຈີນ
ເກົາຫຼີໃຕ້ ໄດ້ກ່າວວ່າ ລູກປືນໃຫຍ່ທັງຫຼາຍ ບໍ່ໄດ້ຕົກລົງຢູ່ໃນເຂດນ່ານນ້ຳຂອງຕົນ ຫາກແຕ່ພວກມັນໄດ້ຕົກລົງຢູ່ ໃນເຂດກັນຊົນທາງທະເລທີ່ທັງສອງເກົາຫຼີ ໄດ້ຈັດຕັ້ງຂຶ້ນ ພາຍໃຕ້ຂໍ້ຕົກລົງປີ 2018 ລະຫວ່າງສອງເກົາຫຼີ ທີ່ແນໃສ່ເພື່ອຫລຸດຜ່ອນບັນຫາຂັດແຍ້ງໂດຍກົງ
ຈີນ ໄດ້ໃຊ້ຢາວັກຊີນທີ່ຜະລິດພາຍໃນປະເທດ ແລະບັນດານັກສັງເກດການບາງຄົນ ເຫັນວ່າ ການທີ່ທ່ານສີ ເນັ້ນໜັກເຖິງນະໂຍບາຍສູນໂຄວິດນັ້ນ ເປັນຫຼັກຖານທີ່ລັດຖະບານຂອງທ່ານ ບໍ່ເຊື່ອວ່າ ຢາວັກຊີນທັງຫຼາຍຂອງຕົນ ຈະບໍ່ສາມາດປົກປ້ອງຕໍ່ຄື້ນຟອງຂອງການຕິດແປດໄດ້ ທີ່ຖືກຄາດການໄວ້ວ່າ ຈະເກີດຂຶ້ນໃນລະດູໜາວນີ້
ຕະຫຼາດແລງວາງສະແດງເຄື່ອງພື້ນເມືອງ ເຊັ່ນວ່າ ຜ້າສະໂລ່ງ ການຟ້ອນ ແລະອາຫານ - ລວມມີ ຫອຍແຄລມຕາກແຫ້ງ ແລະ ນຳ ອອນ ຊອມ (Num On Sorm) ທີ່ເຮັດດ້ວຍໝູ ແລະຖົ່ວເຫຼືອງ ພັນດ້ວຍເຂົ້າໜຽວ ກໍຄືເຂົ້າຕົ້ມນັ້ນເອງ
ໂຫລດຕື່ມອີກ
No live streaming currently available