ໃນພວກທີ່ໄດ້ຖືກປະຫານຊີວິດ ລວມມີ ຜູ້ມີຊື່ສຽງດ້ານປະຊາທິປະໄຕ ທ່ານ ຈໍ ມິນ ຢູ (Kyaw Min Yu) ທີ່ຮູ້ຈັກກັນດີໃນຊື່ ຈິມມີ ແລະອະດີດສະມາຊິກສະ ພາ ແລະເປັນນັກຮ້ອງ ຮິບ-ຮັອບ (hip-hop) ໂຟຍ ຊີຢາ ທໍ (Phyo Zeya Thaw) ອີງຕາມລາຍງານຂອງໜັງສືພິມ Global New Light of Myanmar
ທ່ານໄຮດຣີ ກ່າວຕື່ມວ່າ ເມື່ອບໍ່ເທົ່າໃດອາທິດກ່ອນນີ້ ນັກປີນພູຊາວເນປານ ຍັງໄດ້ປີນຂຶ້ນພູ ນານກາ ປາບາລ (Nanga Parbal) ຂອງປາກິສຖານ ຊຶ່ງເປັນພູສູງສຸດອັນດັບເກົ້າຂອງໂລກ ທີ່ມີຄວາມສູງຢູ່ 8,126 ແມັດ
ປະທານາທິບໍດີ ຕີມໍຕາເວັນອອກ ທ່ານໂຮເຊ ຣາໂມສ ຮໍຕາ ກ່າວໃນວັນອັງຄານວານນີ້ ລະຫວ່າງການຢ້ຽມຢາມອິນໂດເນເຊຍ ວ່າ ທ່ານມີຄວາມຫວັງທີ່ຈະເພີ້ມຄວາມສຳພັນທາງດ້ານການຄ້າ ລະຫວ່າງບັນດາປະເທດ
ທ້າວອຸດົມ ເອງກໍໄດ້ຮຽກຮ້ອງນາຍົກລັດຖະມົນຕີ ຮຸນ ເຊັນ ໃຫ້ເຂົ້າແຊກແຊງ, ແລ້ວກໍໄດ້ເອີ້ນຊື່ຂອງເຈົ້າແຂວງໃນເວລານັ້ນ, ເຊິ່ງແມ່ນທ່ານ ຈົວ ຈັນເດືອນ.
ບັນດາລັດຖະມົນຕີຕ່າງປະເທດເກົາຫລີໃຕ້ ແລະຍີ່ປຸ່ນ ໄດ້ຢືນຢັນອີກຄັ້ງນຶ່ງໃນວັນຈັນວານນີ້ ເຖິງສຳຄັນ ໃນຄວາມສຳພັນສອງຝ່າຍ ແລະຄວາມສຳພັນສາມຝ່າຍກັບສະຫະລັດ
ໃນເວລາດຽວກັນ, ຈີນ ໄດ້ກ່າວວ່າ ການຢ້ຽມຢາມດັ່ງກ່າວນີ້ ສາມາດສົ່ງຜົນກະທົບຕໍ່ຄວາມສໍາພັນລະຫວ່າງສະຫະລັດ ແລະຈີນ ໃນດ້ານຕ່າງໆ
ເກີດນ້ຳຖ້ວມຊຸຈາກຝົນຕົກໜັກທາງພາກຕາເວັນຕົກສຽງໃຕ້ ແລະຕາເວັນຕົກສຽງເໜືອຂອງປະເທດຈີນ ໄດ້ເຮັດໃຫ້ຫລາຍສິບຄົນເສຍຊີວິດ ແລະເຮັດໃຫ້ອີກຫລາຍພັນຄົນຕົກຢູູ່ໃນອັນຕະລາຍ
ໂດຍລົດໄຟ ທີ່ແລ່ນໃນຄວາມໄວສູງສຸດ 250 ກິໂລແມັດຕໍ່ຊົ່ວໂມງ ເສັ້ນທາງໃໝ່ດັ່ງກ່າວ ຈະຕັດເວລາການເດີນທາງລົງ ຈາກບາງກອກ ຫາໜອງຄາຍ ຈາກການໃຊ້ລາງຄູ່ລະດັບມາດຕະຖານ ທີ່ມີຢູ່ແລ້ວ.
ຊາວຍີ່ປຸ່ນທີ່ໂສກເສົ້າໄດ້ກ່າວຄຳອຳລາເປັນຄັ້ງສຸດທ້າຍ ຕໍ່ອະດີດນາຍົກລັດຖະ ມົນຕີຊິນໂຊ ອາເບະ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ທຳການຮຽກຮ້ອງເທື່ອໃໝ່ ໃຫ້ຈີນປະຕິບັດຕາມ ການຕັດສິນ ຂອງສານໄກ່ເກ່ຍສາກົນ ໃນປີ 2016
ອີງຕາມການຢັ່ງຫາສຽງດັ່ງກ່າວນັ້ນ ພົບວ່າ ພວກກຸ່ມທີ່ສະໜັບສະໜຸນໃຫ້ແກ້ໄຂລັດຖະທຳມະນູນແບບສັນຕິຂອງຍີ່ປຸ່ນ ແມ່ນຄາດກັນວ່າ ຍັງຈະຮັກສາທີ່ນັ່ງ 2 ສ່ວນ 3 ຂອງສະພາສູງໄວ້ຢູ່ ຊຶ່ງເປັນຂີດຈຳກັດສຳຄັນ ທີ່ອາດເຮັດໃຫ້ການແກ້ໄຂລັດຖະທຳມະນູນ ເປັນໄປໄດ້ສູງຂຶ້ນ
ອີງຕາມການກ່າວຂອງຜູ້ທີ່ກ່ຽວຂ້ອງ ແລະມີສ່ວນຮ່ວມຢູ່ໃນໂຄງການດັ່ງກ່າວ
ໂຫລດຕື່ມອີກ
No live streaming currently available