ຜູ້ນຳເກົາຫລີເໜືອທ່ານກິມ ຈົງ ອຶນໄດ້ຄວບຄຸມ ການຊ້ອມລົບ ທີ່ຈຳລອງການໂຈມຕີດ້ວຍອາວຸດນິວເຄລຍສະໜາມ ຊຶ່ງເປັນສ່ວນນຶ່ງຂອງສິ່ງທີ່ພຽງຢາງອະ ທິບາຍວ່າ ເປັນການຕອບໂຕ້ຕໍ່ການຊ້ອມລົບຮ່ວມທາງທະຫານລະຫວ່າງສະຫະ ລັດ-ເກົາຫລີໃຕ້
ອະດີດປະທານາທິບໍດີໄຕ້ຫວັນ ທ່ານມາ ຢິງ-ຈຽວ ຈະໄປຢ້ຽມຢາມຈີນ ໃນອາທິດໜ້ານີ້ ໃນອັນທີ່ໂຄສົກຄົນນຶ່ງກ່າວວ່າ ເປັນຄວາມພະຍາຍາມ ທີ່ຈະຫລຸດຜ່ອນຄວາມເຄັ່ງຕຶງ ລະຫວ່າງເກາະທີ່ປົກຄອງຕົນເອງ ແລະຈີນແຜ່ນດິນໃຫຍ່
ຄວາມສາມາດຂອງເງິນ ຈີນ ທີ່ຈະປ່ຽນກົດໝາຍຂອງ ໄທ ແມ່ນໄດ້ເຕືອນຄົນໄທ ທັງຫຼາຍໃນບໍ່ເທົ່າໃດເດືອນທີ່ຜ່ານມາ
ບັນດາຜູ້ນຳຂອງເກົາຫລີໃຕ້ ແລະຍີ່ປຸ່ນ ສັນລະເສີນ “ບົດຕອນໃໝ່” ໃນຄວາມສຳພັນສອງຝ່າຍ ໃນວັນພະຫັດວານນີ້ ໂດຍຕົກລົງທີ່ຈະຟື້ນຟູການຢ້ຽມຢາມຊຶ່ງກັນແລະກັນຄືນໃໝ່ ແລະຫລຸດຜ່ອນຄວາມເຄັ່ງຕືງດ້ານການຄ້າ ແລະອື່ນໆ
ໃນການກ່າວຄຳປາໄສ ຢູ່ທີ່ພິທີຮຽນຈົບຂອງພວກນັກສຶກສາ ໃນນະຄອນຫຼວງພະນົມເປັນ ນັ້ນ ນາຍົກລັດຖະມົນຕີ ຮຸນ ເຊັນ ໄດ້ປະຕິເສດຕໍ່ຂໍ້ສະເໜີແນະທີ່ວ່າ ກອງທະຫານຕ່າງຊາດ ຈະມາປະຈຳການຢູ່ທີ່ນັ້ນ ໂດຍກ່າວວ່າ ຖານທັບດັ່ງກ່າວ ເປັນສິດສ່ວນນຶ່ງຂອງກຳປູເຈຍ ທີ່ຈະປົກປ້ອງດິນແດນຂອງຕົນ
ທ້າວ ໂຮ ວານ ຄວກ (Ho Wan Kwok) ຜູ້ທີ່ຮູ້ຈັກກັນຄື ກົວ ເວິນກຸຍ (Guo Wengui) ໃນສື່ສັງຄົມ ໄດ້ຖືກຈັບກຸມ ເມື່ອຕອນເຊົ້າວັນພຸດວານນີ້ ຢູ່ໃນລັດນິວຢອກ ແລະໄດ້ຖືກຂໍ້ຫາ ການສໍ້ໂກງເງິນ ການສໍ້ໂກງຊັບສິນ ການສໍ້ໂກງທາງທະນາຄານ ແລະການຟອກເງິນ
ທ່ານ ຢູນ ໄດ້ເດີນທາງຮອດນະຄອນຫຼວງ ໂຕກຽວ ໃນຕອນບ່າຍຂອງວັນພະຫັດມື້ນີ້, ບ່ອນທີ່ທ່ານຈະຈັດການປະຊຸມນຶ່ງຕໍ່ນຶ່ງກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຟູມີໂອະ ຄິຊິດະ
ຄະນະຜູ້ຕາງໜ້າມຽນມາ ກຳລັງຢ້ຽມຢາມບັນດາສູນອົບພະຍົບໂຣຮິງຢາ ຢູ່ໃນປະເທດ ບັງກລາແດັສ ໃນອາທິດນີ້ເພື່ອກວດພິສູດຊາວອົບພະຍົບຫລາຍຮ້ອຍຄົນກັບທີ່ຈະກັບຄືນບ້ານ ຊຶ່ງເປັນໂຄງການທົດລອງກັບຄືນປະເທດ
ການເຄື່ອນໄຫວດັ່ງກ່າວມີຂຶ້ນ ໃນຂະນະປັກກິ່ງ ແລະວໍຊິງຕັນ ພວມຍາດແຍ່ງຄວາມເປັນເຈົ້າ ໃນການຜະລິດຊິບ ແລະເທັກໂນໂລຈີອື່ນໆ
ເກົາຫຼີເໜືອ ດໍາເນີນການຍິງລູກສອນໄຟ ໃນມື້ທີສອງຂອງການຊ້ອມລົບຮ່ວມລະຫວ່າງສະຫະລັດ ແລະເກົາຫຼີໃຕ້
ຕະຫລາດຮຸ້ນໃນເອເຊຍ ຕົກລາຄາໃນວັນອັງຄານມື້ນີ້ ໂດຍສະເພາະຮຸ້ນຂອງທະນາຄານຕ່າງໆທີ່ໄດ້ຮັບຜົນກະທົບຢ່າງແຮງ ຫລັງຈາກຕະຫລາດຢູ່ໃນສະຫະລັດ ໄດ້ມີລາຄາຕົກຕໍ່າລົງ ທ່າມກາງການລົ້ມແຫລວ ຂອງສອງທະນາຄານ ໃນສະຫະລັດ
ວີໂອເອພາສາມຽນມາ ໄດ້ສົ່ງຂໍ້ຄວາມໄປຫາສະຖານທູດຈີນ ໃນນະຄອນຫຼວງ ວໍຊິງຕັນ ສຳລັບຄຳເຫັນ ກ່ຽວກັບ ໂຄງການນັ້ນ ແຕ່ບໍ່ໄດ້ຮັບຄຳຕອບ
ໂຫລດຕື່ມອີກ
No live streaming currently available