ກອງບັນຊາການໃນເຂດພາກຕາເວັນອອກ ຂອງກອງທັບປົດປ່ອຍປະຊາຊົນຈີນ ກ່າວຜ່ານທາງສື່ສັງຄົມ ເຫວໂບ ໃນມື້ນີ້ວ່າ ຕົນຈະສືບຕໍ່ທຳການຝຶກຊ້ອມຕໍ່ຕ້ານກຳປັ່ນດຳນ້ຳແລະການຈູ່ໂຈມທາງທະເລ
ລັດຖະບານຊຸດໃໝ່ຂອງເກົາຫຼີໃຕ້ ໄດ້ສົ່ງສັນຍານໃຫ້ເຫັນເຖິງຄວາມຕັ້ງໃຈທີ່ ຈະພິຈາລະນາຂະຫຍາຍການນຳໃຊ້ລະບົບປ້ອງກັນລູກສອນໄຟ THAAD ທີ່ໃຊ້ໂດຍສະຫະລັດ ເພື່ອປະເຊີນໜ້າກັບ ເກົາຫຼີເໜືອ.
ຈີນໄດ້ສົ່ງເຮືອບິນລົບຫລາຍລຳ ແລະກຳປັ່ນຂ້າມເສັ້ນຂະໜານຮ່ອມແຄບທີ່ສຳຄັນຂອງໃຕ້ຫວັນ ໃນຕອນເຊົ້າວັນສຸກມື້ນີ້ ທີ່ພວກເຈົ້າໜ້າທີ່ປ້ອງກັນປະເທດໄດ້ກ່າວ ໃນຂະນະທີ່ປັກກິ່ງສືບຕໍ່ເພີ້ມຊ້ອມລົບທາງທະຫານໃນການຕອບໂຕ້ຕໍ່ ໄຕ້ຫວັນ
ເຈົ້າໜ້າທີ່ກຽກກິສຖານ ໄດ້ກ່າວ່າ ທ່ານຫວັງ ຍັງໄດ້ບອກພວກເຂົາເຈົ້າວ່າ ປັກກິ່ງ ກຳລັງພິຈາລະນາຈະສະລຸບຂໍ້ຕົກລົງຢູ່ທີ່ກອງປະຊຸມສຸດຍອດ
ຄວາມຄືບໜ້າດັ່ງກ່າວໄດ້ກໍ່ໃຫ້ມີຄວາມຢ້ານກົວ ກ່ຽວກັບ ການຄຳນວນທີ່ຜິດທີ່ອາດສົ່ງຜົນໃຫ້ເກີດພາວະສົງຄາມ, ແນວໃດກໍ່ຕາມບັນດານັກວິເຄາະເວົ້າວ່າ ມັນມີໂອກາດນ້ອຍທີ່ ຈີນ ຈະວາງແຜນການໂຈມຕີ.
ມີການປະຊຸມແບບໄປພົບການໜ້າຕໍ່ໜ້າຂອງບັນດາລັດຖະມົນຕີການຕ່າງປະເທດຂອງສະມາ ຊິກສະມາຄົມຂອງປະເທດໃນເຂດເອເຊຍຕາເວັນ ອອກສຽງໃຕ້ ຫລືອາຊຽນ (ASEAN) ນັບແຕ່ມີການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ໄດ້ເຮັດໃຫ້ເສດຖະກິດອ່ອນແອລົງ
ບັນດາເຈົ້າໜ້າທີ່ທຳນຽບຂາວ ໃນວັນຈັນວານນີ້ໄດ້ປະຕິເສດທີ່ຈະຢືນຢັນການຢ້ຽມຢາມຂອງທ່ານນາງ ເພໂລຊີ ແຕ່ໄດ້ຮຽກຮ້ອງ ຈີນ ໃຫ້ຢຸດ ບໍ່ໃຫ້ທຳການຍຸແຍ່ທາງທະຫານໃດໆ.
ຫົວໜ້າຂອງລັດຖະບານທະຫານ ມຽນມາ ນາຍພົນ ມິນ ອອງ ແລງ ຈະຕໍ່ພາວະສຸກເສີນຢູ່ໃນປະເທດອອກໄປເປັນເວລາຫົກເດືອນ ອີງຕາມການກ່າວຂອງສື່ມວນຊົນລັດຖະບານໃນວັນຈັນມື້ນີ້, ຊຶ່ງລາຍງານວ່າ ກະຊວງປ້ອງກັນ ປະເທດຂອງລັດຖະບານທະຫານ ແລະສະພາຮັກສາຄວາມປອດໄພໄດ້ໃຫ້ການອະນຸມັດ
ກອງທັບບົກຂອງ ມຽນມາ ໄດ້ຍຶດອຳນາດໃນເດືອນກຸມພາປີກາຍນີ້ ດ້ວຍການຂັບໄລ່ລັດຖະບານທີ່ຖືກເລືອກຂອງທ່ານນາງ ອອງ ຊານ ຊູ ຈີ ແລະ ນັບຕັ້ງແຕ່ນັ້ນມາໄດ້ປາບປາມພວກຄັດຄ້ານລັດຖະບານຫົວຈັດ.
ໃນການກ່າວຖະແຫລງນັ້ນ ທ່ານກິມ ໄດ້ກ່າວໂອ້ອວດ ຊ້ຳແລ້ວຊ້ຳອີກເຖິງອາວຸດນິວເຄລຍຂອງປະເທດທ່ານ ແລະບົ່ງບອກວ່າ ທ່ານກຽມພ້ອມທີ່ຈະໃຊ້ພວກມັນ ຖ້າວ່າຈຳເປັນ
ໃນວັນອັງຄານຜ່ານມາ ບັນດາເຈົ້າໜ້າທີ່ອະວຸໂສ ແລະສະມາຊິກສະພາສະຫະລັດ ໄດ້ໃຫ້ລາຍລະອຽດ ກ່ຽວກັບການຊັ່ງຊາທີ່ວ່າ ຈີນ ແມ່ນເປັນໄພຂົ່ມຂູ່ ທີ່ໃຫຍ່ທີ່ສຸດຕໍ່ຄວາໝັ້ນຄົງແຫ່ງຊາດຂອງສະຫະລັດ ແລະ ສະຖຽນລະພາບ
ອົງການສໍາຫຼວດທໍລະນີວິທະຍາຂອງສະຫະລັດກ່າວວ່າ ດ້ວຍຄວາມແຮງຂະໜາດ 7 ຈຸດ ເຊິ່ງໄດ້ເກີດຂຶ້ນເລິກລົງໄປຈາກໜ້າດິນ 10 ກິໂລແມັດ
ໂຫລດຕື່ມອີກ
No live streaming currently available