ພວກກູ້ໄພ ທີ່ຖ້ຳຫຼວງ ໃນພາກເໜືອຂອງໄທ ພວມເຮັດວຽກ ແຂ່ງກັບເວລາ ໂດຍທີ່ຍັງບໍ່ມີ ຄຳຕອບທີ່ຈະແຈ້ງເທື່ອ.
ເຮືອທີ່ບັນທຸກ ຜູ້ຄົນທັງໝົດ 105 ຄົນ ໄດ້ປະສົບອຸບັດຕິເຫດຫຼົ້ມ ເວລາປະທະກັບຄື້ນຟອງ ທີ່ສູງ 5 ແມັດ ໃນຕອນແລງ ວັນພະຫັດວານນີ້.
ຫົວໜ້າລັດທິສິ້ນໂລກ ທີ່ໃຊ້ແກັສຊາຣິນ ໂຈມຕີ ລະບົບລົດໄຟໃຕ້ດິນ ຢູ່ໂຕກຽວ ທີ່ເຮັດໃຫ້ 13 ຄົນຕາຍ ຖືກປະຫານຊີວິດ ດ້ວຍການແຂວນຄໍ.
ໂຄສົກ ກະຊວງການຄ້າ ຂອງຈີນ ທ່ານ ກາວ ຝັ່ງ ໄດ້ບອກບັນດານັກຂ່າວ ໃນວັນພະຫັດມື້ນີ້ ວ່າ ປັກກິ່ງ “ຈະບໍ່ຍິງກ່ອນ” ໃນສົງຄາມການຄ້າ ກັບວໍຊິງຕັນ ທີ່ອາດເປັນໄປໄດ້ສູງ.
ຫລັງຈາກໄດ້ພົບ ພວກນັກເຕະບານເດັກນ້ອຍ 12 ຄົນ ແລະ ຮອງຄູຝຶກເຂົາເຈົ້າ ຄວາມສົນໃຈໃນເວລານີ້ ແມ່ນກ່ຽວກັບວ່າ ເຮັດຈັ່ງໃດ ຈຶ່ງຈະນຳເອົາພວກເຂົາເຈົ້າ ອອກມາຈາກຖ້ຳໄດ້.
ໂຄສົກຂອງທຳນຽບຂາວ ທ່ານນາງ ແຊນເດີຣ໌ສ ກ່າວວ່າ “ພວກເຮົາຈະບໍ່ຢືນຢັນ ຫຼືປະຕິເສດ ລາຍງານສືບລັບໃດໆ. ສິ່ງທີ່ຂ້າພະເຈົ້າຈະບອກພວກທ່ານໄດ້ ກໍແມ່ນວ່າ ພວກເຮົາກຳລັງສືບຕໍ່ປະຕິບັດງານໃຫ້ກ້າວເດີນຕໍ່ໄປ."
ເຈົ້າແຂວງຊຽງຣາຍ ໄດ້ບອກບັນດານັກຂ່າວ ໃນວັນພຸດມື້ນີ້ ວ່າ ພວກເຈົ້າໜ້າທີ່ ຈະບໍ່ເອົາມາດຕະການໃດໆ ຈົນກວ່າ ພວກເຂົາເຈົ້າ “ແນ່ໃຈ ຮ້ອຍເປີເຊັນ” ວ່າ ສະພາບການຕ່າງໆ ແມ່ນປອດໄພພຽງພໍ.
ນຶ່ງໃນພວກເດັກນ້ອຍນັ້ນ ໄດ້ຕອບວ່າ ລາວຫິວເຂົ້າ, ໃນຂະນະທີ່ ເດັກຊາຍອີກຄົນນຶ່ງ ໄດ້ເວົ້າຕໍ່ ບັນດານັກກູ້ໄພວ່າ, “ຂອບໃຈຫຼາຍ.”
ອະດີດ ນາຍົກລັດຖະມົນຕີ ມາເລເຊຍ ມີກຳນົດ ຖືກຕັ້ງຂໍ້ກ່າວຫາ ຢ່າງເປັນທາງການ ໃນວັນພຸດມື້ນີ້.
ທ່ານວາ ໂລນ ໄວ 32 ປີ ແລະທ່່ານຈໍ ໂຊ ອູ ໄວ 28 ປີ ແມ່ນຖືກກ່າວຫາວ່າ ລະເມີດກົດໝາຍ ຄວາມລັບຂອງປະເທດ ທີ່ອາດຈະຖືກໂທດໜັກສຸດ ຕິດຄຸກ 14 ປີ ນັ້ນ.
ພວກທິມເຕະບານ ເດັກນ້ອຍ ແລະຄູຝຶກ ຕົກຄ້າງ ຢູ່ໃນຖ້ຳຫຼວງ ຍ້ອນເກີດນ້ຳຖ້ວມ ເມື່ອ 9 ມື້ກ່ອນ ໄດ້ພົບເຫັນແລ້ວ.
ພວກນັກເດັກ ນັກເຕະບານ ທີ່ຕົກຄ້າງ ຢູ່ໃນຖ້ຳ ທາງພາກເໜືອ ຂອງປະເທດໄທ ກໍໄດ້ສົ່ງຈົດໝາຍ ຂອງເຂົາເຈົ້າ ອອກມາ ເຊັ່ນດຽວກັນ.
ໂຫລດຕື່ມອີກ