ທ່ານ Tillerson ປະກາດວ່າ ຄວາມພະຍາ ຍາມດ້ານການທູດ ແລະ ອື່ນໆໃນ 20 ປີທີ່ຜ່ານມາ ເພື່ອຍຸຕິ ໂຄງການນິວເຄລຍຂອງ ເກົາຫຼີເໜືອ ນັ້ນໄດ້ປະສົບຄວາມລົ້ມແຫຼວ.
ນັກການທູດລະດັບສູງຂອງ ສະຫະລັດ ກ່າວວ່າ ທ່ານ ທຣຳ ຫວັງວ່າ “ຈະມີໂອກາດຢ້ຽມຢາມປະເທດ ຈີນ ໃນອະນາຄົດ.”
ຢູ່ໃນເຂດແຫ່ງດຽວກັນນີ້ ພຽງຢາງ ໄດ້ສົ່ງດາວທຽມຂຶ້ນສູ່ອາວະກາດໃນເດືອນກຸມພາ ປີ2016.
ວິດີໂອຂອງພວກລັດອິສລາມໄດ້ສະແດງໃຫ້ເຫັນ ຊົນເຜົ່າ ວີເກີ ຂອງ ຈີນ ກຳລັງຕໍ່ສູ້ໃຫ້ກຸ່ມຫົວຮຸນແຮງ IS ໃນ ອີຣັກ.
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ກຳລັງຢູ່ທີ່ປະເທດຈີນ ໃນການຢ້ຽມຢາມ ທີ່ເພັງເລັງໃສ່ ເກົາຫຼີເໜືອ ພ້ອມທັງ ໂຄງການອາວຸດນິວເຄລຍ ແລະລູກສອນໄຟ ຂອງປະເທດດັ່ງກ່າວ.
ນັກການທູດສູງສຸດສະຫະລັດ ກ່າວວ່າ ນະໂຍບາຍໃຊ້ "ຍຸດທະສາດອົດທົນ” ກັບເກົາຫລີເໜືອ ໄດ້ສິ້ນສຸດລົງແລ້ວ.
ບັນດານັກວິເຄາະກ່າວວ່າ ຈີນກຳລັງເພີ່ມການບີບຮັດຢ່າງຊ້າໆ ຕໍ່ໃຕ້ຫວັນ ທີ່ປົກຄອງຕົນເອງ ເພື່ອທັບມ້າງ ສະພາບການບໍ່ໄປບໍ່ມາ ທາງການເມືອງ ທີ່ມີມາໄດ້ ເກືອບນຶ່ງປີແລ້ວນັນ.
ເຫດຜົນສ່ວນນຶ່ງ ທີ່ທ່ານ Tillerson ມາເອເຊຍ ກໍແມ່ນເພື່ອແລກປ່ຽນ ທັດສະນະຄວາມເຫັນ ກັບຍີ່ປຸ່ນ ເກົາຫຼີໃຕ້ ແລະ ຈີນ ກ່ຽວກັບວິທີການອື່ນໆ ທີ່ຈະດຳເນີນການ ໃນຂັ້ນຕໍ່ໄປ.
ທ່ານ Li Keqiang ໄດ້ກ່າວວ່າ ທ່ານເຫັນສ່ວນດີ ກ່ຽວກັບການພົວພັນ ແຕ່ກໍຍັງໄດ້ເຕືອນວ່າ ສົງຄາມການຄ້າ ອາດຈະສ້າງຄວາມເສຍຫາຍ ໃຫ້ແກ່ທຸລະກິດ ຂອງອາເມຣິກາ ກ່ອນໝູ່.
ພວກເຈົ້າໜ້າທີ່ ຮັກສາການຊົ່ວຄາວ ທີ່ນິຍົມແນວທາງເດີມ ກໍຈະເອີ່ຍເຖິງ ຄວາມຕ້ອງການ ຂອງສະຫະລັດ ທີ່ຢາກລົງໂທດ ເກົາຫຼີເໜືອໜັກຂຶ້ນຕື່ມ ເພື່ອກົດດັນ ໃຫ້ Kim Jong Un ລົບລ້າງໂຄງການອາວຸດນິວເຄລຍ.
ທ່ານຈະເດີນທາງໄປປະເທດ ເກົາຫຼີໃຕ້ ໃນມື້ວັນສຸກ ເພື່ອເຈລະຈາກັບ ປະທານາທິບໍດີຮັກສາການ ທ່ານ Hwang Kyo-anh.
ເກົາຫຼີໃຕ້ຈະລົງຄະແນນສຽງ ເພື່ອເລືອກເອົາປະທານາທິບໍດີ ຄົນໃໝ່ ແລະ ລັດຖະບານ ໄດ້ປະກາດ ໃນວັນພຸດມີ້ນີ້ວ່າ ການເລືອກຕັ້ງ ຈະຈັດຂຶ້ນໃນວັນທີ 9 ພຶດສະພາ ຈະມາເຖິງນີ້.
ໂຫລດຕື່ມອີກ