ພວກປະທ້ວງຫຼາຍຮ້ອຍຄົນ ພາກັນແຂ່ງຝົນທີ່ຕົກແຮງຢູ່ໃນນະຄອນຫຼວງຂອງ ຟີລິປິນ ໃນວັນອາທິດມື້ນີ້ ປະນາມແຜນການຂອງປະທານາທິບໍດີ ໂຣດຣິໂກ ດູເຕັກເຕ.
ພວກເຈົ້າໜ້າທີ່ ໄທ ພວມຊອກຄົ້ນຫາໂຕຜູ້ຮັບຜິດຊອບໃນການໂຈມຕີດ້ວຍລະເບີດ 11 ຄັ້ງທີ່ຂ້າຄົນຕາຍ 4 ຄົນແລະເຮັດໃຫ້ບາດເຈັບຫຼາຍສິບຄົນ ຢູ່ໃນເມືອງທ່ອງທ່ຽວໃນກາງ ຄືນວັນພະຫັດ.
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ແມ່ນກຸ່ມໃດ ຢູ່ເບື້ອງຫລັງ ການໂຈມຕີ ແຕ່ເວລາ ໃນການໂຈມຕີ ແນະໃຫ້ເຫັນວ່າ ອາດເປັນພວກຄັດຄ້ານ ຕໍ່ລັດຖະບານທະຫານ.
ເຫດລະເບີດ ທີ່ໂຮງໄຟຟ້າ ໃນວັນພະຫັດວານນີ້ ແມ່ນອຸບັດຕິເຫດ ເທື່ອຫລ້າສຸດ ທາງດ້ານອຸດສາຫະກຳ ທີ່ເກີດຂຶ້ນ ຢູ່ໃນປະເທດຈີນ.
ລາຄາຂອງສິນຄ້າທີ່ຈຳເປັນ ຍັງຄົງມີຄວາມທຸ່ນທ່ຽງຢູ່ກໍຈິງ ແຕ່ມີລາຍງານວ່າ ທຸລະກິດແມ່ນບໍ່ເໜັງຕີງ ຢູ່ທີ່ເຂດ ພັດທະນາເສດຖະກິດຕ່າງໆ ຢູ່ໃນເກົາຫຼີເໜືອ.
ບັນດາຜູ້ຊ່ຽວຊານດ້ານກົດໝາຍ ກ່າວວ່າ ກອງທັບຂອງ ໄທ ແມ່ນກຳ ລັງຫາທາງ ທີ່ຈະຍືດ ໄລຍະຂອງການຄວບ ຄຸມລັດຖະບານ ອອກໄປອີກ ຫຼັງຈາກໄດ້ມີການຮັບຮອງເອົາ ລັດຖະທຳມະນູນສະບັບໃໝ່.
ຍີ່ປຸ່ນ ກ່າວວ່າ ສາຍພົວພັນກັບ ຈີນ ແມ່ນ “ໄດ້ຊຸດໂຊມລົງຢ່າງຫຼວງຫຼາຍ” ກ່ຽວກັບ ການ ສືບຕໍ່ປະກົດຕົວຂອງ ເຮືອ ກອງທັບເຮືອ ຈີນ ທີ່ໄດ້ເດີນທາງເຂົ້າໃກ້ ກັບໝູ່ເກາະ ທີ່ມີບັນຫາຂັດແຍ້ງກັນ ໃນທະເລ ຈີນ ຕາເວັນອອກ.
ມີການຕີລະຄັງ ສຽງດັງສະນັ່ນ ທີ່ເມືອງ Nagasaki ປະເທດຍີ່ປຸ່ນ ໃນໂອກາດວັນຄົບຮອບ 71 ປີ ຂອງການຖິ້ມ ລະເບີດປະລະມານູ ລົງໃສ່ເມືອງດັ່ງກ່າວ.
ທ່ານ Duterte ໃນລະຫວ່າງການພົບປະ ກັບພວກທະຫານ ທີ່ຄ້າຍແຫ່ງນຶ່ງ ໃນອາທິດແລ້ວນີ້ ມີລາຍງານວ່າ ໄດ້ກ່າວເຖິງທ່ານ Goldberg ແລະໂຈມຕີທ່ານເປັນການສ່ວນໂຕ.
ພະເຈົ້າຈັກກະພັດ Akihito ຂອງຍີ່ປຸ່ນ ໄດ້ຊົງໃຫ້ພະຣາຊະໂອວາດ ທີ່ບໍ່ຄ່ອຍມີເລື້ອຍໆ ຜ່ານທາງໂທລະພາບ ຕໍ່ປະເທດຊາດ ໃນວັນຈັນມື້ນີ້.
ປະຊາຊົນ ໄທ ລົງຄະແນນສຽງໃນວັນອາທິດວານນີ້ ເພື່ອຮັບຮອງເອົາລັດຖະທຳມະນູນ ທີ່ ຖືກໜູນຫຼັງໂດຍລັດ ຖະບານທະຫານ.
ທະຫານກ່າວວ່າ ຮ່າງລັດຖະທຳມະນູນໃໝ່ນີ້ ຈະຫລຸດຜ່ອນຄວາມແຕກແຍກທາງການເມືອງຕ່າງໆ ຊຶ່ງພວກວິພາກ ວິຈານ ໄດ້ຖຽງວ່າ ມັນຈະໃຫ້ອຳນາດແກ່ທະຫານຫຼາຍເກີນໄປ.
ໂຫລດຕື່ມອີກ