ບັນດາເຈົ້າໜ້າທີ່ອິນໂດເນເຊຍ ກຳລັງພາກັນເພີ້ມ ຄວາມພະຍາຍາມ ເພື່ອດຶງເອົາພາກສ່ວນຫາງ ເຮືອບິນ AirAsia ທີ່ເກີດອຸບັດເຫດນັ້ນ ຂຶ້ນມາ.
ຊາວສີລັງກາ ພາກັນໄປລົງຄະແນນ ໃນການເລືອກຕັ້ງ ທີ່ມີຄະແນນສຽງ ໃກ້ຄຽງກັນ ລະຫວ່າງປະທານາທິບໍດີ Rajapaksa ກັບອະດີດ ພັນທະມິດເກົ່າ ຂອງທ່ານຄົນນຶ່ງ.
ຄະນະປະຕິບັດງານ ຊອກຄົ້ນຫາ ແລະກູ້ໄພ ຂອງອິນໂດເນເຊຍ ກ່າວວ່າ ຕົນໄດ້ພົບເຫັນ ສ່ວນຫາງ ຂອງເຮືອບິນ AirAsia ແລ້ວ.
ໄອຍະການເກົາຫລີໃຕ້ ໄດ້ກ່າວຫາລູກສາວ ຂອງປະທານ ສາຍການບິນເກົາຫລີວ່າ ລະເມີດກົດໝາຍ ຄວາມປອດໄພການບິນ ແລະຂັດຂວາງ ການສືບສວນຂອງລັດຖະບານ.
ສຳນວນຟ້ອງ ທ່ານ Zhou Yongkang ອະດີດຫົວໜ້າ ຮັກສາຄວາມປອດໄພ ຂອງຈີນ ຖືກສົ່ງໄປຫາ ໄອຍະການສານ ໃນຂໍ້ຫາ ສໍ້ລາດບັງຫລວງ.
ອິນໂດເນເຊຍ ກ່າວວ່າ ບໍລິເວນຊອກຄົ້ນຫາ ຊາກເຮືອບິນ ແລະຜູ້ເຄາະຮ້າຍ ຂອງສາຍການບິນ AirAsia ໄດ້ມີການ ຂະຫຍາຍວົງ ກວ້າງອອກ.
ໂຊລ ກ່າວວ່າ ພຽງຢາງ ໄດ້ມີທາດ plutonium ຊະນິດໃຊ້ເປັນອາວຸດ ຈຳນວນ 40 ກິໂລກຣາມ ໂດຍນຳເອົາແທ່ງພະລັງນິວເຄລຍ ທີ່ໝົດຄຸນແລ້ວນັ້ນ ມາກັ່ນອີກເທື່ອໜຶ່ງ.
ນາຍົກບັງກລາແດັສ ທ່ານນາງ Hasina ຖິ້ມໂທດໃສ່ຜູ້ນຳຝ່າຍຄ້ານ ອະດີດນາຍົກລັດຖະມົນຕີ Khaleda Zia ສຳຫລັບຄວາມຮຸນແຮງທີ່ເກີດຂຶ້ນນັ້ນ.
ການປະກາດແຕ່ງຕັ້ງ ກາກດີນານໃໝ່ ໂດຍພະສັນຕະປາປາ Francis ພາໃຫ້ມີປະຕິກິລິຍາ ທີ່ແຕກຕ່າງກັນ ໃນ ມຽນມາ ແລະຫວຽດນາມ.
ການຊອກຄົ້ນຫາເຮືອບິນ ໄດ້ຍ່າງເຂົ້າມື້ທີ 9 ແລ້ວ ແລະມາຮອດປັດຈຸບັນ ໄດ້ພົບເຫັນ 37 ສົບ ແຕ່ມີພຽງແຕ່ 13 ສົບ ໄດ້ຮັບການຢັ້ງຢືນຊື່ສຽງ.
ກອງທັບມຽນມາ ໄດ້ນຳສະແດງ ພວກເຮືອບິນລົບໄອພົ່ນ ລົດຖັງ ແລະປືນໃຫຍ່ ທີ່ຍິງໄດ້ ໃນໄລຍະໄກ.
ເຮືອບັນທຸກສິນຄ້າ ຊື່ວ່າ Bulk Jupiter ກຳລັງຂົນສົ່ງແຮ່ທາດ ຈາກມາເລເຊຍ ໄປຍັງຈີນ ໃນເວລາທີ່ມັນຈົມລົງ ຢູ່ນອກຝັ່ງ ເມືອງທ່າ Vung Tau ອອກໄປ 200 ກິໂລແມັດ.
ໂຫລດຕື່ມອີກ