ເຈົ້າໜ້າທີ່ມາເລເຊຍກ່າວວ່າ ການຊອກຄົ້ນຫາ ເຮືອບິນອາຍພົ່ນໂດຍສານ ທີ່ຫາຍສາບສູນໄປ ໄດ້ຂະຫຍາຍວົງກວ້າງອອກ ໄປສູ່ມະຫາສະມຸດອິນເດຍ.
ເຈົ້າໜ້າທີ່ຈີນກ່າວວ່າ ຄົນຂາຍເຄື່ອງຜູ້ນຶ່ງ ແທງ 5 ຄົນເສຍຊີວິດ ຢູ່ທີ່ເມືອງ Changsha ໃນແຂວງ Hunan ທາງພາກກາງຂອງຈີນ ກ່ອນທີ່ຈະຖືກຕຳຫຼວດ ຍິງຕາຍ.
ເຈົ້າໜ້າທີ່ມາເລເຊຍ ປະຕິເສດຕໍ່ລາຍງານຂ່າວທີ່ວ່າ ເຮືອບິນອາຍພົ່ນໂດຍສານ ທີ່ຫາຍສາບສູນໄປນັ້ນ ອາດຍັງບິນຕໍ່ໄປອີກ ຫຼາຍຊົ່ວໂມງ ຫລັງຈາກໄດ້ສົ່ງສັນຍານ ການຕິດຕໍ່ເທື່ອສຸດທ້າຍ.
ນາຍົກລັດຖະມົນຕີຈີນ ທ່ານ Li Keqiang ກ່າວວ່າ ຈີນ ແລະ ສະຫະລັດ ຄວນຈະເພັ່ງເລັງ ໃສ່ຜົນປະໂຫຍດ ທີ່ມີຮ່ວມກັນ ຂອງພວກຕົນ ເພື່ອສົ່ງເສີມສາຍພົວພັນ ໃຫ້ກ້າວໄກໄປໜ້າ.
ພວກລີ້ໄພຊາວທິເບດ ຫຼາຍຮ້ອຍຄົນ ໄດ້ລົງສູ່ຖະໜົນຫົນທາງ ທີ່ເມືອງ Dharamsala ປະເທດອິນເດຍ ເພື່ອລະນຶກເຖິງ ຂີດໝາຍ ວັນລຸກຮືຂຶ້ນ ແຫ່ງຊາດ ຂອງພວກແມ່ຍິງທິເບດ.
ຕຳຫລວດແຫ່ງຊາດ ອິນໂດເນເຊຍ ພ້ອມດ້ວຍ ກະຊວງສິ່ງແວດລ້ອມ ສືບຕໍ່ທຳການກວດລ້າງ ພວກບໍລິສັດສວນຟາມ ທີ່ຕັດໄມ້ຈູດປ່າ.
ປະເທດໄທ ຈັດງານກິນລ້ຽງ ປະຈຳປີ ໃຫ້ແກ່ຊ້າງ ຢູ່ທີ່ບ້ານແຫ່ງນຶ່ງ ໃກ້ໆນະຄອນຫລວງບາງກອກ ທີ່ອຸທິດໃຫ້ເປັນບ່ອນອະນຸລັກຊ້າງໄທ.
ເຈົ້າໜ້າທີ່ມາເລເຊຍ ປະຕິເສດ ຕົນບໍ່ໄດ້ໃຫ້ຂ່າວຂໍ້ມູນ ທີ່ຂັດແຍ້ງກັນ ກ່ຽວກັບເຮືອບິນໄອພົ່ນ ທີ່ບັນທຸກພວກຄົນໂດຍສານ ແລະລູກເຮືອທັງໝົດ 239 ຄົນ ທີ່ຫາຍໄປນັ້ນ.
ສະໜາມບິນຕ່າງໆ ໃນຫວຽດນາມ ໄດ້ເພີ່ມມາດຕະການ ຮັກສາຄວາມປອດໄພ ໃນຂະນະທີ່ປະເທດດັ່ງກ່າວ ສືບຕໍ່ຊອກຄົ້ນຫາ ເຮືອບິນສາຍການບິນ ມາເລເຊຍ ທີ່ຫາຍສາບສູນໄປ.
ກຸ່ມອະນຸລັກທໍາ ມະຊາດ ອອກໂຄສະນາ ທາງໂທລະພາບ ຊຸກຍູ້ໃຫ້ປະຊາຊົນ ພາກັນຕໍ່ຕ້ານ ການໃຊ້ກາວກະດູກເສືອ ເພື່ອປົວໂຣກເຈັບຂໍ້ຕໍ່ ແລະຊູກໍາ ລັງ ທາງເພດນັ້ນ.
ຕຳຫຼວດເວົ້າວ່າ ຜູ້ໂດຍສານ ທີ່ໃຊ້ໜັງສືຜ່ານແດນທີ່ລັກມາ ເພື່ອຂຶ້ນເຮືອບິນໂດຍສານ ຂອງສາຍການບິນ ມາເລເຊຍ ທີ່ຫາຍສາບສູນໄປນັ້ນ ບໍ່ປະກົດວ່າ ມີສ່ວນພົວພັນ ກັບພວກກໍ່ການຮ້າຍ.
ຍີ່ປຸ່ນ ລະນຶກເຖິງ ວັນຄົບຮອບສາມປີ ໃນໄພພິບັດແຜ່ນດິນໄຫວ ແລະຟອງຍັກ tsunami ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 18,000 ຄົນ.
ໂຫລດຕື່ມອີກ