ໄຟໄດ້ເລີ້ມໄໝ້ຂຶ້ນໃນສາງເກັບໄມ້ທ່ອນແຫ່ງນຶ່ງ ແລະໄດ້ໄໝ້ລາມຢ່າງໄວ ໄປຫາອາຄານການຄ້າ ແລະອາຄານອື່ນໆ ບ່ອນຄົນພັກອາໄສຢູ່ ຫຼາຍຫຼັງ.
ທະຫານ ປະມານ 13,000 ຄົນ ຈະຍັງຄົງຢູ່ໃນ ອັຟການິສຖານຕໍ່ໄປ ເພື່ອຊ່ວຍເຝິກແອບ ແລະແນະນຳ ກອງກຳລັງຂອງ ລັດຖະບານອັຟການິສຖານ ທີ່ຈະຮັບເອົາພາລະກິດນີ້ຕໍ່ໄປ.
ຜູ້ນຳມາເລເຊຍ ໄດ້ປະກາດໃຫ້ທຶນ ບັນເທົາທຸກແກ່ຜູ້ປະສົບໄພນ້ຳຖ້ວມ ໃນທົ່ວປະເທດ ມູນຄ່າຫລາຍລ້ານດອລລ່າ ຊຶ່ງຈະບໍລິຫານງານ ໂດຍຄະນະຄວາມໝັ້ນຄົງແຫ່ງຊາດ.
ເກົາຫຼີເໜືອ ກ່າວຫາສະຫະລັດ ເປັນຜູ້ຮັບຜິດຊອບ ຕໍ່ການທີ່ອິນເຕີແນັດຂອງຕົນ ໃຊ້ການບໍ່ໄດ້ ໃນໄລຍະ ສອງສາມມື້ຜ່ານມານີ້.
ນາຍົກລັດຖະມົນຕີ ມາເລເຊຍ ຕັດການພັກຜ່ອນ ຢູ່ສະຫະລັດ ໃຫ້ສັ້ນລົງ ເພື່ອກັບຄືນປະເທດ ທີ່ກຳລັງປະເຊີນ ກັບໄພນຳ້ຖ້ວມຮ້າຍແຮງ.
13 ປະເທດ ໄດ້ຮັບຜົນກະທົບ ຈາກໄພສຸນາມີ ປີ 2004 ທີ່ໄດ້ເອົາຊີວິດຄົນໄປ ເກືອບຮອດ 2 ແສນ 5 ໝື່ນຄົນ ແລະເຮັດໃຫ້ເກືອບ 5 ລ້ານຄົນ ບໍ່ມີບ່ອນຢູ່ອາໄສ.
ຂົງເຂດເອເຊຍ ພາກັນລະນຶກເຖິງ ຂີດໝາຍຄົບຮອບ 10 ປີ ໃນການຖະຫຼົ່ມ ຂອງຟອງຍັກສຸນາມິ ທີ່ເຮັດໃຫ້ ມີຜູ້ເສຍຊີວິດ 2 ແສນກວ່າຄົນ.
ພວກຫົວຮຸນແຮງ 7 ຄົນ ຖືກສັງຫານ ໃນການໂຈມຕີ ໂດຍເຮືອບິນ ບໍ່ມີຄົນຂັບ ຢູ່ໃນເຂດ Waziristan ເໜືອ ຂອງປາກິສຖານ ມື້ນີ້.
ສະຫະລັດ ຍິີ່ປຸ່ນ ແລະເກົາຫລີໃຕ້ ຈະລົງນາມ ແບ່ງປັນຂໍ້ມູນສືບລັບ ກ່ຽວກັບຄວາມຄືບໜ້າ ໃນໂຄງການ ລູກສອນໄຟ ແລະນິວເຄລຍ ຂອງເກົາຫລີເໜືອ.
ມັນເປັນຄັ້ງທຳອິດ ທີ່ມີການເຕົ້າໂຮມຊຸມນຸມກັນ ທີ່ໃຫຍ່ພໍສົມຄວນ ນັບຕັ້ງແຕ່ ຄ້າຍປະທ້ວງ ໄດ້ຖືກຍົກຍ້າຍອອກໄປ ເທື່ອສຸດທ້າຍ ເມື່ອວັນທີ 15 ທັນວານັ້ນ.
ພວກຄົນຂັບລົດ ແລະຄົນຍ່າງຕາມຖະໜົນ ບໍ່ໄດ້ລັ່ງເລໃຈ ໃນການໄປຍາດກັນ ເກັບເອົາເງິນ ທີ່ຖືວ່າເປັນໂຊກ ທີ່ລອຍມາຫາ ຢ່າງບໍ່ຄາດຝັນ ກ່ອນວັນຄຣິສມັສ.
ຫລາຍໆເຂດໃນລັດ Assam ຍັງຫ້າມບໍ່ໃຫ້ປະຊາຊົນອອກເຮືອນ ໃນວັນພະຫັດມື້ນີ້ ຫຼັງຈາກທີ່ເກີດຄວາມຮຸນແຮງຂຶ້ນ ຢູ່ທີ່ນັ້ນ.
ໂຫລດຕື່ມອີກ