Misogyny ແມ່ນຄໍານາມ, ໝາຍຄວາມວ່າ ເປັນຄວາມຄຽດຊັງ ຫຼື ເປັນໂຣກຊະນິດນຶ່ງທີ່ຄຽດຊັງຕໍ່ແມ່ຍິງ ແລະເດັກຍິງ
ສຳນວນທີ່ວ່າ “Five o’clock shadow” ຖືກໃຊ້ ເພື່ອພັນລະນາເຖິງການປົ່ງຂອງໜວດ ທີ່ເກີດຂຶ້ນລະຫວ່າງການແຖໜວດໃນຕອນເຊົ້າ ຫາຕອນທ້າຍໆຂອງມື້. ມັນເປັນເລື້ອງປົກກະຕິທີ່ໜວດຈະປົ່ງຄືນໃໝ່ ໃນລະຫວ່າງວັນ. ແຕ່ ໃນກໍລະນີຂອງແດນ, ລາວອາດຈະຕ້ອງໄດ້ກວດເບິ່ງສ່ວນປະສົມຢູ່ໃນນໍ້າຜັກຫົມຂອງລາວ
Witch Hunt ແມ່ນຄໍານາມ, ໃນຕົວຢ່າງນີ້, ມັນໝາຍເຖິງການໂຄສະນາຫາສຽງທີ່ບໍ່ຍຸຕິທໍາ ໂດຍຝ່າຍນຶ່ງ ເພື່ອຕໍ່ຕ້ານຄູ່ແຂ່ງທາງການເມືອງຂອງຕົນ.
ໃນຄໍານາມ Inevitable ໝາຍເຖິງສິ່ງທີ່ຫຼີກລ້ຽງບໍ່ໄດ້, ໃນຄໍາຄຸນສັບ ໝາຍເຖິງບາງສິ່ງແມ່ນຈະເກີດຂຶ້ນຢ່າງແນ່ນອນ, ມັນບໍ່ສາມາດ ຫຼີກລ່ຽງໄດ້
Denuclearization ແມ່ນການເຄື່ອນຍ້າຍອາວຸດນິວເຄລຍອອກຈາກສະຖານທີ່ນຶ່ງ ຫຼື ບໍ່ໃຫ້ມີອາວຸດດັ່ງກ່າວນັ້ນເລີຍ ໂດຍສະເພາະແລ້ວ ແມ່ນປົດອາວຸດນິວເຄລຍອອກຈາກປະເທດໃດນຶ່ງ
ໂຫລດຕື່ມອີກ
No live streaming currently available