To confront ແມ່ນການຕັ້ງຄໍາຖາມ ຫຼື ຄັດຄ້ານຕໍ່ບາງສິ່ງໂດຍກົງ ແລະໃນທາງບັງຄັບ
ເວລາທີ່ພວກເຮົາເວົ້າວ່າ like oil and water, ມັນໝາຍຄວາມວ່າ ພວກເຂົາ ເຂົ້າກັນໄດ້ບໍ່ດີປານໃດ. ສຳນວນນີ້ບໍ່ໄດ້ຖືກໃຊ້ພຽງແຕ່ກັບຄົນເທົ່ານັ້ນ. ສິ່ງໃດກໍຕາມ ທີ່ປະສົມເຂົ້າກັນ ບໍ່ໄດ້ງ່າຍໆ ກໍສາມາດປຽບທຽບໄດ້ກັບນໍ້າມັນ ກັບນໍ້າ.
ຍານພາຫະນະ hybrid ໝາຍຄວາມວ່າສິ່ງນຶ່ງ ທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ ແລະ ນໍ້າມັນເຊື້ອໄຟ
Surreal ອະທິບາຍເຖິງບາງສິ່ງ ຫຼື ບາງຄົນ ທີ່ແປກປະຫຼາດ ຫຼື ຜິດປົກກະຕິ, ເຊິ່ງມັນອາດຈະຄ້າຍຄືກັບຄວາມຝັນ
ເວລາທີ່ພວກເຮົາເວົ້າວ່າ art imitates life, ພວກເຮົາໝາຍເຖິງ ງານສີລະປະ ທີ່ໄດ້ຮັບແຮງຈູງໃຈມາຈາກເຫດການຕ່່າງໆໃນຊີວິດຈິງ. ຫຼື ງານສີລະປະທີ່ເປັນເງົາສະທ້ອນຂອງຊີວິດຈິງ ໃນບາງລັກສະນະ. ພວກເຮົາສາມາດເວົ້າໄດ້ວ່າ ສິ່ງນີ້ກ່ຽວຂ້ອງທຸກໆປະເພດຂອງໂຄງການທີ່ມີຄວາມຄິດສ້າງສັນ.
ໃນຕົວຢ່າງນີ້, diverse ໝາຍເຖິງການເປັນໂຕແທນທີ່ດີກວ່າຂອງຊົນກຸ່ມນ້ອຍ ໃນການສະເໜີຊື່ເຂົ້າຍາດລາງວັນອອສກ້າຄັ້ງທີ 89
Executive order ແມ່ນເຄື່ອງມືທີ່ປະທານາທິບໍດີໃຊ້ ເພື່ອສ້າງນະໂຍບາຍ ອັນໃໝ່. ພວກມັນສາມາດກາຍມາເປັນກົດໝາຍໄດ້
ໂຫລດຕື່ມອີກ
No live streaming currently available