ໃນສະຖານະການທາງສັງຄົມ, stereotypes ແມ່ນຄວາມເຊື່ອກ່ຽວກັບຜູ້ຄົນ ໂດຍອີງໃສ່ພຽງແຕ່ຄຸນນະພາບອັນນຶ່ງອັນດຽວ
ການໃຫ້ອະໄພ ແລະ ລືມມັນໄປ ໝາຍເຖິງການຢຸດໃຈຮ້າຍໃຫ້ໃຜຄົນນຶ່ງ ສຳລັບສິ່ງທີ່ຄົນ ຜູ້ນັ້ນໄດ້ເຮັດ. ສຳນວນນີ້ ເຕືອນຄົນເຮົາໃຫ້ປ່ອຍແນວຄວາມຄິດທີ່ບໍ່ດີໄປ ແລະ ສຸມໃສ່ສິ່ງທີ່ດີກວ່າ.
ໃນຕົວຢ່າງນີ້ Dramatic ອະທິບາຍເຖິງການປ່ຽນແປງຢ່າງຮຸນແຮງ ຫຼື ເກີດຂຶ້ນໃນທັນທີທັນໃດ
A remittance ແມ່ນເງິນທີ່ຖືກສົ່ງໄປ, ໂດຍປົກກະຕິ ແມ່ນຖືກສົ່ງທາງໄປສະນີ, ໃນລັກສະນະຂອງການຈ່າຍເປັນເງິນ ຫຼື ຈ່າຍເປັນຂອງຂວັນ
ຖ້າສິ່ງໃດສິ່ງນຶ່ງຢູ່ປາຍນິ້ວມືຂອງເຈົ້າ, ມັນກໍສາມາດຢິບ ແລະ ໃຊ້ງານໄດ້ງ່າຍດາຍ ຄືກັບວ່າມັນຢູ່ໃນມືຂອງພວກເຮົາເອງ. ໂດຍທົ່ວໄປແລ້ວ ພວກເຮົາມັກຈະໃຊ້ສຳນວນນີ້ ເມື່ອເວົ້າເຖິງຂໍ້ມູນ ຫຼື ຊັບພະຍາກອນຕ່າງໆ
A dire ເປັນສັນຍານຂອງການເຕືອນເຖິງສິ່ງບໍ່ດີໃນອະນາຄົດ ທີ່ສາມາດເຮັດໃຫ້ເກີດຄວາມກັງວົນ ຫຼືຄວາມຢ້ານກົວຢ່າງຫຼວງຫຼາຍ
Harassment ແມ່ນພຶດຕິກໍາການຂົ່ມຂູ່ຊໍ້າແລ້ວຊໍ້າອີກ ທີ່ບໍ່ໜ້າຍິນດີ
ສຳນວນທີ່ວ່າ To open “a can of worms” ໝາຍຄວາມວ່າ ການພະຍາຍາມຈັດການ ຫຼື ເຈລະຈາ ກ່ຽວກັບບັນຫາ ຫຼື ສະຖານະການໃດນຶ່ງ, ແຕ່ຊ້ຳພັດຕ້ອງປະເຊີນກັບ ບັນຫາທີ່ເພີ້ມຫຼາຍຂຶ້ນ. ອານນາ ເລືອກທີ່ຈະບໍ່ເຮັດໃຫ້ມີບັນຫາ ຫຼື ຄວາມຫຍຸ້ງຍາກ ຫຼາຍຂຶ້ນກວ່າເກົ່າ ໂດຍການໂຕ້ຖຽງກ່ຽວກັບກົດການໃຊ້ເຄື່ອງໝາຍຈຸດ ກັບແດນ.
ໂຫລດຕື່ມອີກ
No live streaming currently available