ຜູ້ຄົນຈາກທົ່ວມຸ່ມໂລກສະເຫຼີມສະຫຼອງການເຂົ້າສູ່ສັກກະຫລາດໃໝ່ ຈາກນະຄອນຊິດນີ້ ເຖິງ ວລາດິວສຕອກ ຕັ້ງແຕ່ການສະແດງແສງສີສຽງສຸດຕື່ນຕາ ໄປຈົນເຖິງກິດຈະກຳທ້າທາຍຄວາມໜາວ
ຣັດເຊຍກ່າວເມື່ອວັນອັງຄານວ່າກອງກຳລັງຂອງຕົນໄດ້ໂຈມຕີສະໜາມບິນຂອງຢູເຄຣນດ້ວຍອາວຸດທີ່ມີຄວາມແມ້ນສູງ ຂະນະທີ່ຢູເຄຣນລາຍງານໃນວັນດຽວກັນວ່າໄດ້ທຳລາຍຄັງເກັບນໍ້າມັນຂອງຣັດເຊຍສຳເລັດ
ເມື່ອວັນອັງຄານວານນີ້ ເຈົ້າໜ້າທີ່ສືບສວນເລີ້ມດຳເນີນການສືບສວນໃນສະຖານທີ່ເກີດເຫດໄຟໄໝ້ເຮືອບີນໂດຍສານທີ່ຮ້າຍແຮງ ເຊີ່ງເຮັດໃຫ້ມີຜູ້ເສັຍຊີວິດ 179 ຄົນ ຈາກທັງໝົດ 181 ຄົນ ຢູ່ທີ່ສະໜາມບີນ ນາ ໆ ຊາດ ມູອັນ ປະເທດເກົາຫຼີໃຕ້ ອີງຕາມລາຍງານຂອງອົງການຂ່າວເອພີ.
ໂຄສົກຂອງ ຈີນ ໄດ້ອອກມາປະຕິເສດວ່າ ຈີນ ມີສ່ວນກ່ຽວຂ້ອງໃນການລັກເຈາະຂໍ້ມູນກະຊວງການເງິນຂອງ ສະຫະລັດ ຫຼາຍແຫ່ງ
ຈາກການກ່າວຄຳປາໄສໃນວັນທຳອິດຂອງມື້ປີໃໝ່, ທ່ານເນັ້ນໜັກວ່າ ທຸກຄົນມີໜ້າທີ່ປົກປັກຮັກສາປະຊາທິປະໄຕຂອງເກາະແຫ່ງນີ້
ປະທານາທິບໍດີ ໄບເດັນ ກ່າວວ່າ ການຊ່ວຍເຫຼືອຊຸດນີ້ “ຈະເຮັດໃຫ້ ຢູເຄຣນ ມີອໍານາດເຫຼືອລົ້ນໃນທັນທີທັນໃດ ເພື່ອຈະນໍາໄປໃຊ້ໃຫ້ເກີດປະໂຫຍດຢ່າງຫຼວງຫຼາຍຢູ່ໃນສະໜາມລົບ
ອົງການອຸຕຸນິຍົມວິທະຍາໂລກ ຫຼື WMO (World Meteorological Organization) ເຕືອນວ່າ ຈະເກີດສະພາບອາກາດຮ້ອນຈັດເປັນປະຫວັດການໃນປີໜ້າ ພ້ອມກັນກັບການທີ່ມີບັນຫາກການປ່ຽນແປງຂອງດິນຟ້າອາກາດຈະຮຸນແຮງຫຼາຍຂຶ້ນ ນຳມາເຊິ່ງຜົນກະທົບຂັ້ນຫາຍະນະຕໍ່ໄປ ຫາກບໍ່ມີການລົງມືເຮັດວິທີການໃດໆ
ຜົນການສຳຫຼວດຫຼ້າສຸດຈາກ ສູນ NORC ເພື່ອການຄົ້ນຄວ້າກິດຈະກຳມະຫາຊົນຂອງອົງການຂ່າວເອພີ (NORC Center for Public Affair Research) ຊີ້ໃຫ້ເຫັນວ່າ ສ່ວນໃຫຍ່ຂອງຊາວອາເມຣິກັນທີ່ເປັນຜູ້ໃຫຍ່ ຕັ້ງໃຈສະຫຼອງວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ບ້ານ
ການຖອດຖອນຕໍາແໜ່ງຂອງນາຍົກລັດຖະມົນຕີ ທ່ານ ຮັນ ດອກ ຊູ ( HAN DUCK SOO ) ທີ່ດຳລົງຕໍາແໜ່ງປະທານາທິບໍດີຊົ່ວຄາວຂອງປະເທດເກົາຫຼີໃຕ້ເມື່ອວັນສຸກ ທີ່ຜ່ານມາໄດ້ນໍາປະເທດເຂົ້າສູ່ຄວາມວຸ້ນວາຍທາງດ້ານການເມືອງເພີ່ມຂື້ນອີກ ໂດຍເກີດຂື້ນພຽງບໍ່ເຖີງສອງອາທິດຫຼັງຈາກສະມາຊິກລັດຖະສະພາໄດ້ຖອດຖອນ ປະທານາທິບໍດີ ທ່ານ ຢຸນ ຊອກ ຢອລ
ທ່ານ ຊອຍ ຊັງ-ມົກ ອອກຄໍາສັ່ງໃຫ້ກວດສອບຄວາມປອດໄພຂອງເຮືອບິນໂບອິງທີ່ນໍາໃຊ້ກັບສາຍການບິນເກົາຫຼີໃຕ້ ຂະນະທີ່ທີມສືບສວນຍັງຄົງຫາທາງລະບຸໂຕຂອງຜູ້ເສຍຊີວິດ ແລະຫາສາເຫດຂອງອຸບັດຕິເຫດທາງເຮືອບິນ
ຈີນໄດ້ສະແດງກຳລັງປະກອບອາວຸດດ້ານການທະຫານທີ່ທັນສະໄໝດ້ວຍການສະແດງກໍ່າປັ່ນບັນທຸກເຮືອບີນຂະໜາດໃຫຍ່ລຸ້ນໃໝ່ພ້ອມເຮືອບີນຂັບໄລ່ ແລະ ໂດຣນໂຈມຕີໃໝ່ຫຼ້າສຸດໃນສື່ສັງຄົມອ໋ອນລາຍທີ່ມີພາບຂອງເຮືອບັນທຸກເຮືອບີນທີ່ມີຂະໜາດແລະຄວາມທັນສະ ໄໝກ່ວາເຮືອປະເທດອື່ນ ໆ ໃນພາກພື້ນ
ບັນດາຜູ້ຊ່ຽວຊານເວົ້າວ່າ ອຸດສາຫະກໍາການຫຼອກລວງທາງອອນໄລນ໌ ໃນ ເອເຊຍ ຕາເວັນອອກສຽງໃຕ້ ແລະການຄ້າມະນຸດທີ່ກ່ຽວຂ້ອງກັນ ກໍາລັງຂະຫຍາຍຕົວຫຼາຍຂຶ້ນ
ໂຫລດຕື່ມອີກ