ເຈົ້າໜ້າທີ່ສາທາລະນະສຸກຈີນ ເປີດເຜີຍເມື່ອວັນອາທິດວານນີ້ ວ່າ ອັດຕາການຕິດໄວຣັສໂຣກລະບົບທາງຫາຍໃຈກະທັນຫັນ ທີ່ຄ້າຍກັບໄຂ້ຫວັດ ຮິວແມນ ເມຕານູໂມເນຍ (human metapneumovirus) ຫຼື HMPV ທາງຕອນເໜືອຂອງຈີນ ກຳລັງຫລຸດລົງ
ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ຂອງຢູເຄຣນ ລະບຸໃນວັນອາທິດວານນີ້ວ່າ ລັດຖະບານກີຢິບ ພ້ອມທີ່ຈະສົ່ງໂຕທະຫານເກົາຫຼີເໜືອຄືນໃຫ້ກັບຜູ້ນຳສູງສຸດ ກິມ ຈອງ ອຶນ ຫາກເກົາຫຼີເໜືອສາມາດຈັດການແລກປ່ຽນໂຕປະກັນຊາວຢູເຄຣນ ທີ່ຣັດເຊຍຈັບກຸມໄປ
ລັດຖະບານຂອງທ່ານ ໄບເດັນ ໃນວັນຈັນທີ່ຜ່ານມາ ໄດ້ກໍາຈັດອຸປະສັກຕໍ່ການສະແຫວງຫາພະລັງງານນິວເຄລຍຂອງອິນເດຍ, ໂດຍທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານ ເຈກ ຊຸລລີວານ ເດີນທາງໄປຢ້ຽມຢາມນະຄອນຫຼວງນິວເດລີ
ໃນມຽນມາ ກຸ່ມຕິດອາວຸດຊົນເຜົ່າກຸ່ມໃໝ່ ທີ່ຮູ້ຈັກກັນຄື ກອງທັບອາຣາຄານ ຫຼື AA ເມື່ອບໍ່ດົນມານີ້ ເຂົ້າຄວບຄຸມໄດ້ 15 ໃນ 17 ຫົວເມືອງ ຢູ່ໃນລັດຣາໄຄນ໌ ທາງພາກຕາເວັນຕົກຂອງມຽນມາທີ່ຖືກກະທົບໂດຍສົງຄາມ
ເກືອບນຶ່ງສ່ວນສີ່ຂອງພວກສັດທີ່ອາໄສຢູ່ໃນແມ່ນ້ຳ ທະເລສາບ ແລະແຫລ່ງນ້ຳຈືດຕ່າງໆ ກຳລັງຖືກຄຸກຄາມຈົນຈະສູນພັນ ອີງຕາມການຄົ້ນຄວ້າໃໝ່ທີ່ໄດ້ຖືກພິມອອກເຜີຍແຜ່ໃນວັນພຸດຜ່ານມາ
ປາບຶກແມ່ນໍ້າຂອງຂະໜາດໃຫຍ່ 6 ໂຕ ຊຶ່ງຢູ່ໃນກຸ່ມໃກ້ຈະສູນພັນຢ່າງຫຍີ່ງ ຖືກຈັບແລະປ່ອຍຄືນສູ່ທຳມະຊາດໃນກຳປູເຈຍເມື່ອບໍ່ດົນມານີ້ເຮັດໃຫ້ເກີດຄວາມຫວັງໃນການຢູ່ລອດຂອງສາຍພັນນີ້
ຄວາມພະຍາຍາມຂອງຣັດເຊຍໃນການຂໍຄວາມຊ່ວຍເຫຼືອຈາກຈີນປັບປຸງປັນຍາປະດິດ ຫຼື AI ທ້າທາຍຕໍ່ສະຫະລັດ
ບັນດາເຈົ້າໜ້າທີ່ແຈ້ງເຕືອນວ່າ ຈຳນວນຜູ້ເສຍຊີວິດອາດເພີ້ມຂຶ້ນ ເມື່ອສາມາດຄວບຄຸມໄຟໄດ້
ທ່ານ ສມິດທ໌ ໄດ້ທໍາການຖອນຟ້ອງທັງສອງກໍລະນີ ລຸນຫຼັງ ທ່ານ ທຣໍາ ໄດ້ຮັບໄຊຊະນະຈາກການເລືອກຕັ້ງ
ຕໍາຫຼວດຈັບມືປືນທີ່ສົງໄສວ່າ ໄດ້ສັງຫານອະດີດສະມາຊິກຝ່າຍຄ້ານກຳປູເຈຍ ຢູ່ໃຈກາງບາງກອກ ໄດ້ແລ້ວ ຫຼັງຈາກນໍາຈັບມາເປັນເວລາ 1 ວັນ
ນັກຄົ້ນຄວ້າກ່າວວ່າ ການຊ່ວຍເຫຼືອດ້ານເທັກນິກຂອງ ຣັດເຊຍ ໜ້າຈະແນໃສ່ການພັດທະນາໂຄງການ ICBM ຂອງພຽງຢາງ
ກອງທັບຢູເຄຣນກ່າວໃນວັນພະຫັດມື້ນີ້ ວ່າ ໄດ້ທໍາການຍິງໂດຣນຂອງກອງທັບ ຣັດເຊຍ ທີ່ໃຊ້ໃນການໂຈມຕີເຂດພາກກາງ ແລະພາກຕາເວັນອອກຂອງ ຢູເຄຣນ ຕົກ 46 ລໍາ ຈາກທັງໝົດ 70 ລໍາ
ໂຫລດຕື່ມອີກ