ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ ຮຸນ ມາເນດ (Hun Manet) ກ່າວວ່າ ທ່ານຈະຖອນປະເທດຂອງທ່ານ ອອກຈາກຂໍ້ຕົກລົງດ້ານການພັດທະນາ ກັບປະເທດເພື່ອນບ້ານໃກ້ຄຽງ, ຫວຽດນາມ ແລະ ລາວ, ລຸນຫຼັງທີ່ມີການປະທ້ວງວ່າຂໍ້ຕົກລົງດັ່ງກ່າວ ສ້າງຜົນປະໂຫຍດໃຫ້ກັບຕ່າງປະເທດ, ອີງຕາມອົງ ການຂ່າວ AP.