ຊື່ຂອງວັນພັກ ແມ່ນມາຈາກວັນທີ 19 ມິຖຸນາ ປີ 1865, ໃນເວລາທີ່ ພົນຕີ ກໍຣ໌ດອນ ແກຣັງເຈີ ໄດ້ນຳທັບເຂົ້າໄປໃນເມືອງ ກາລເວສຕັນ, ລັດເທັກຊັສ ແລະແຈ້ງໃຫ້ຂ້າທາດປະມານ 250,000 ຄົນ ວ່າພວກເຂົາໄດ້ຮັບການປົດປ່ອຍ
ທ່ານລີ ໄດ້ຈັດການເຈລະຈາແບບສ່ວນຕົວ ກັບນາຍົກລັດຖະມົນຕີຂອງມາເລເຊຍ ທ່ານອານວາ ອີບຣາຮີມ ໃນເມືອງ ປູຕຣາຈາຢາ ທີ່ເປັນເມືອງເອກຂອງ ລັດຖະບານ ກ່ອນທີ່ພວກເພິ່ນຈະພົບປະກັນກັບຄະນະຜູ້ແທນທັງຫຼາຍ
ທ້າວ ກໍຣ໌ດອນ ແບລັກ ຊັ້ນຈ່າສິບເອກຂອງສະຫະລັດ ອາຍຸ 34 ປີ, ຜູ້ທີ່ໄດ້ຖືກຄຸມຕົວໃນວັນທີ 2 ພຶດສະພາ ຢູ່ເມືອງວລາດີໂວສຕ໊ອກ ທີ່ຕັ້ງຢູ່ທາງພາກຕາເວັນອອກສຸດຂອງຣັດເຊຍ ໄດ້ກ່າວວ່າ ລາວບໍ່ມີຄວາມຜິດຕໍ່ຂໍ້ກ່າວຫາຂົ່ມຂູ່ຈະຂ້າແຟນສາວຂອງລາວ, ແຕ່ຍອມຮັບຜິດ “ບາງສ່ວນ” ຂອງຂໍ້ຫາລັກຂະໂມຍຈາກແຟນຂອງລາວ
ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານ ເຈນສ໌ ສໂຕລເຕັນເບີກ (Jens Stoltenberg) ກ່າວໃນວັນອັງຄານວານນີ້ວ່າ ນາຍົກລັດຖະມົນຕີເນເທີແລນ ທ່ານ ມາກ ຣຸຕເຕີ (Mark Rutte) ຈະເປັນ "ຜູ້ສະໝັກທີ່ແຂງແກ່ນທີ່ສຸດ" ໃນຖານະຜູ້ສືບທອດຕໍາແໜ່ງຂອງ ທ່ານ ສໂຕລເຕັນເບີກ (Stoltenberg) ໃນການນໍາພາພັນທະມິດທາງທະຫານຂ້າມມະຫາສະໝຸດອັດລັງຕິກດັ່ງກ່າວ
ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໃນເຂດ ລວີບ (Lviv) ຂອງຢູເຄຣນ ໄດ້ເຮັດໃຫ້ມີຜູິໄດ້ຮັບບາດເຈັບ ນຶ່ງຄົນ, ໃນຂະນະທີ່ນັກດັບເພີງໃນເມືອງອາຊັອຟ (Azov) ຂອງຣັດເຊຍ ຕໍ່ສູ້ກັບໄຟໄໝ້ສາງນ້ຳມັນແຫ່ງນຶ່ງ ເປັນມື້ທີສອງ
ສະຫະລັດ ສະແດງການສະໜັບສະໜູນໂດຍກົດໝາຍໃນການສະໜອງອາວຸດໃຫ້ ໄຕ້ຫວັນ ເຊິ່ງເປັນເກາະທີ່ຈີນອ້າງເອົາກຳມະສິດ ເພື່ອການປ້ອງກັນຕົນເອງ ເຖິງແມ່ນວ່າຈະຂາດສາຍພົວພັນທາງການທູດຢ່າງເປັນທາງການ
ການຢ້ຽມຢາມຫວຽດນາມທີ່ຈະມາເຖິງຂອງປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ຈະເຮັດໃຫ້ປະເທດເອເຊຍຕາເວັນອອກສຽງໃຕ້ແຫ່ງນີ້ ຕົກຢູ່ໃນສະຖານະການທີ່ຫຍຸ້ງຍາກ ແລະອາດຈະຖືກເບິ່ງວ່າ ເປັນຄວາມສ່ຽງຕໍ່ຮ່າໂນຍ, ອີງຕາມນັກຊ່ຽວຊານດ້ານຄວາມສຳພັນສາກົນ 3 ທ່ານ ທີ່ກ່າວຕໍ່ວີໂອເອ
ເກົາຫຼີເໜືອ ແລະ ຣັດເຊຍ ໃຫ້ຄໍາໝັ້ນເຖິງຄວາມສາມັກຄີເຊິ່ງກັນ ແລະກັນ ເພື່ອຕໍ່ຕ້ານກອງກໍາລັງທີ່ນໍາໂດຍສະຫະລັດ
ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ແມ່ນມີກຳນົດທີ່ເດີນທາງໄປຮອດນະຄອນຫຼວງພຽງຢາງໃນວັນອັງຄານມື້ນີ້ ສຳລັບການຢ້ຽມຢາມທີ່ບໍ່ຄ່ອຍເກີດຂຶ້ນ
ທ່ານລີ, ເມື່ອອາທິດແລ້ວນີ້, ໄດ້ກາຍເປັນນາຍົກລັດຖະມົນຕີຂອງຈີນຄົນທຳອິດ ໃນຮອບເຈັດປີ ທີ່ໄປຢ້ຽມຢາມປະເທດນິວຊີແລນ ແລ້ວເດີນທາງໄປ ອອສເຕຣເລຍ ຕໍ່
ການຊື້-ຂາຍຮຸ້ນໃນເຂດສູນກາງດ້ານການເງິນລະຫວ່າງປະເທດດັ່ງກ່າວ, ໂດຍປົກກະຕິແລ້ວ ຈະຢຸດການຊື້ຂາຍໃນເວລາທີ່ມີສັນຍານລົມພາຍຸໄຕ້ຝຸ່ນທີ່ ຮຸນແຮງ
ນັກວິເຄາະກ່າວວ່າ ການລົນນະລົງທີ່ມີອິດທິພົນຂອງປັກກິ່ງຕໍ່ໄຕ້ຫວັນ ມີປະສິດທິຜົນບາງສ່ວນ ເນື່ອງຈາກລັດຖະບານໃໝ່ຂາດການຕອບສະໜອງທີ່ເປັນລະບົບ ຕໍ່ຄວາມທ້າທາຍຕ່າງໆເຫຼົ່ານີ້
ໂຫລດຕື່ມອີກ