ເມື່ອທ້າຍເດືອນແລ້ວນີ້ ຈີນໄດ້ປະກາດວ່າ ໜ່ວຍຍາມຝັ່ງຂອງຕົນຈະໄດ້ຮັບອຳນາດໃນການສືບສວນ ແລະຄວບຄຸມໂຕ “ຊາວຕ່າງປະເທດຜູ້ທີ່ເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະຜົນປະໂຫຍດຂອງຈີນ” ໄວ້ໄດ້ເຖິງ 60 ວັນ ຢູ່ບໍລິເວນນ່ານນໍ້າທີ່ມີບັນຫາຂັດແຍ້ງກັນນັ້ນ
ທ່ານ ເນຕັນ ລໍ ໄດ້ຂຽນຂໍ້ຄວາມໃນໜ້າເຟສບຸກຂອງລາວວ່າ ການເຄື່ອນໄຫວຂອງລັດຖະບານ ແມ່ນບໍ່ມີຄວາມຈຳເປັນ ໃນເມື່ອລາວໄດ້ຮັບອະນຸຍາດໃຫ້ລີ້ໄພຢູ່ໃນ ອັງກິດ ໃນປີ 2021
ກະຊວງຍຸຕິທໍາກ່າວວ່າຜູ້ຊາຍຊາວລັດ ເທັກຊັສ 2 ຄົນທີ່ຖືກຕັດສິນລົງໂທດໂດຍຄະນະຕຸລາການສະຫະລັດ ໃນເດືອນພະຈິກ ໃນຂໍ້ຫາພະຍາຍາມຂາຍນໍ້າມັນຂອງອີຣ່ານ ເຊິ່ງເປັນການລະເມີດການລົງໂທດທີ່ກຳນົດໂດຍວໍຊິງຕັນ ແລະສົມຮູ້ຮ່ວມຄິດໃນການຟອກເງິນ, ໄດ້ຖືກຕັດສິນລົງໂທດຂັງຄຸກ 45 ເດືອນ ໃນວັນອັງຄານວານນີ້
ທ້າວ ຈິນ ກ່າວຕື່ມດ້ວຍການສົ່ງຄວາມເຄົາລົບເຖິງເພື່ອນຮ່ວມງານຂອງລາວວ່າ 'ມັນມ່ວນຫຼາຍສໍາລັບເວລານຶ່ງປີ ແລະຫົກເດືອນ ທີ່ຜ່ານມາ. ມັນເປັນຄວາມຮູ້ສຶກທີ່ດີ ທີ່ຂ້ອຍໄດ້ພົບກັບຫຼາຍໆຄົນທີ່ວິເສດ'
ຄະດີຕ່າງໆໃນສານ ໄດ້ພາໃຫ້ເກີດຄວາມບໍ່ແນ່ນອນທາງດ້ານການເມືອງຢູ່ໃນປະເທດທີ່ມີລະບົບເສດຖະກິດໃຫຍ່ອັນດັບສອງຂອງເອເຊຍຕາເວັນອອກສຽງໃຕ້
ຣັດເຊຍ ໄດ້ງົດໃນການລົງຄະແນນສຽງຂອງສະຫະປະຊາຊາດ ໃນຂະນະທີ່ ບັນດາສະມາຊິກຂອງສະພາຄວາມໝັ້ນຄົງທີ່ຍັງເຫຼືອຢູ່ 14 ປະເທດ ໄດ້ລົງຄະແນນສຽງເຫັນພ້ອມໃຫ້ການສະໜັບສະໜູນຕໍ່ຍັດຕິແຜນການຢຸດຍິງສາມໄລຍະ ທີ່ໄດ້ລະບຸໂດຍ ທ່ານໄບເດັນ ໃນວັນທີ 31 ພຶດສະພາ ທີ່ທ່ານໄດ້ອະທິບາຍວ່າ ເປັນໂຄງການລິເລີ້ມຂອງອິສຣາແອລ
ພຽງຢາງ ແລະ ມົສກູ ມີການເພີ້ມທະວີການພົວພັນທາງການທູດ ແລະ ຄວາມໝັ້ນຄົງ, ເປັນເຈົ້າພາບຈັດຕັ້ງລັດຖະບານ, ລັດຖະສະພາ ແລະ ຄະນະຜູ້ແທນອື່ນໆຮ່ວມກັນ
ທ້າວລິນ ຜູ້ທີ່ໄດ້ພິມປຶ້ມຫຼາຍຫົວທີ່ບັນທຶກຊີວິດຂອງພວກກະເທີຍນັ້ນ ໄດ້ກ່າວ ວ່າ ລາວ ຄາດວ່າຈະໄປໂຄສະນາສົ່ງເສີມຜົນງານຂອງລາວ ຢູ່ທີ່ງານວາງສະ ແດງປຶ້ມ ໃນເມືອງນານຈິ່ງຂອງຈີນ ໃນວັນທີ 31 ພຶດສະພາ
ສະພາຄວາມໝັ້ນຄົງສະຫະປະຊາຊາດ ຮຽກຮ້ອງໃຫ້ ອິສຣາແອລ ແລະ ກຸ່ມຮາມາສ ຍຸຕິການຕໍ່ສູ້ 'ໂດຍປາສະຈາກຄວາມຫຼ້າຊ້າ ແລະເງື່ອນໄຂໃດໆ'
ລັດຖະບານ ຫວຽດນາມ, ໂດຍລວມແລ້ວໄດ້ທຳການຄວບຄຸມຢ່າງເຕັມທີ່ຂອງການນຳເຂົ້າ ແລະ ຂາຍຄຳກ້ອນຢູ່ທ້ອງຖິ່ນໃນປີ 2012
ເຈົ້າໜ້າທີ່ລັດຖະບານຈີນ ແລະສະຫະລັດ ກ່າວວ່າ ນັກສຶກສາອາເມຣິກັນ 4 ຄົນ ຈາກມະຫາວິທະຍາໄລນ້ອຍໆໃນລັດ ໄອໂອວາ ໄດ້ຮັບບາດເຈັບຈາກເຫດການໂຈມຕີດ້ວຍການແທງໃນສວນສາທາລະນະແຫ່ງນຶ່ງ ຢູ່ແຂວງຈີ້ຫຼິນ (Jilin) ທາງພາກຕາເວັນອອກສຽງເໜືອຂອງ ຈີນ ໃນວັນຈັນວານນີ້, ອີງຕາມອົງການຂ່າວ Reuters.
ທ່ານ ລີ ຈຽງ (Li Qiang) ຂອງຈີນ ຈະເດີນທາງໄປເຖິງອອສເຕຣເລຍ ໃນວັນເສົານີ້ ຊຶ່ງເປັນການຢ້ຽມຢາມຄັ້ງທຳອິດ ຂອງນາຍົກລັດຖະມົນຕີຈີນ ນັບຕັ້ງແຕ່ປີ 2017, ເພື່ອເປັນສັນຍານຂອງສາຍພົວພັນທີ່ດີຂຶ້ນ, ນາຍົກ ລັດຖະມົນຕີ ອອສເຕຣເລຍ ທ່ານ ແອນໂທນີ ອາລບານີສ (Anthony Albanese) ກ່າວໃນວັນອັງຄານມື້ນີ້
ໂຫລດຕື່ມອີກ