ເອກອັກຄະລັດຖະທູດອອສເຕຣເລຍ ປະຈໍາ ສະຫະລັດ ທ່ານ ເຄວິນ ຣັດ (Kevin Rudd) ໄດ້ກ່າວເຕືອນໃນຄຳປາໄສວ່າ ຜົນສະທ້ອນໃນທົ່ວໂລກ ຈາກສົງຄາມໄຕ້ຫວັນ ຈະຫຼວງຫຼາຍເທົ່າໆກັບ ຜົນກະທົບຂອງສົງຄາມໂລກ ຄັ້ງທີ 2 ເຊິ່ງຈະເຮັດໃຫ້ໂລກ "ແຕກຕ່າງໄປຈາກເກົ່າ ໂດຍສິ້ນເຊີງ"
ສະຫະລັດ ສະໜັບສະໜູນໃຫ້ຈີນ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ວາງແຜນໄວ້ ກ່ຽວກັບຢູເຄຣນ ໃນເດືອນນີ້ ທີ່ປະເທດສະວິດເຊີແລນ, ໂຄສົກກະຊວງການຕ່າງປະເທດສະຫະລັດ ກ່າວກັບບັນດານັກຂ່າວ ໃນວັນພະຫັດວານນີ້ ໂດຍມາ ຮອດປະຈຸບັນນີ້ ຈີນກ່າວວ່າ ຕົນຈະບໍ່ເຂົ້າຮ່ວມ ເນື່ອງຈາກຣັດເຊຍ ບໍ່ໄດ້ຖືກ ເຊີນເຂົ້າຮ່ວມ
They will meet again next week at a G7 summit in Italy
ຂໍ້ຕົກລົງດ້ານຄວາມປອດໄພທີ່ມີກັບ ຈີນ ໃນປີ 2022 ໂດຍຜູ້ນຳຄົນກ່ອນທີ່ນິ ຍົມປັກກິ່ງ ທ່ານມານາສເຊ ໂຊກາແວ, ໄດ້ເຮັດໃຫ້ລັດຖະບານແຄນເບີຣາ ແລະວໍຊິງຕັນຕື່ນຕົກໃຈ
ກະຊວງການຕ່າງປະເທດສະຫະລັດ ໄດ້ອະນຸມັດການຂາຍອາໄຫຼ່ ແລະ ອາໄຫຼ່ ສຳລັບສ້ອມແປງເຮືອບິນລົບ F-16 ໃຫ້ໄຕ້ຫວັນ ໃນມູນຄ່າປະມານ 80 ລ້ານໂດລາ, ໜ່ວຍງານຮ່ວມມືດ້ານການປ້ອງກັນປະເທດຂອງທຳນຽບຫ້າແຈ ກ່າວໃນວັນພຸດວານນີ້, ອີງຕາມອົງການຂ່າວ Reuters
ນັກທຸລະກິດດ້ານອະສັງຫາລິມະຊັບຂອງຫວຽດນາມ ນາງ ເຈື່ອງ ມີ ລານ ທີ່ໄດ້ຖືກຕັດສິນປະຫານຊີວິດໃນຄະດີສໍ້ໂກງເງິນທີ່ໃຫຍ່ທີ່ສຸດຂອງປະເທດ, ທີ່ໄດ້ໂອນເງິນໄປຕ່າງປະເທດຢ່າງຜິດກົດໝາຍ, ອີງຕາມ ການລະບຸຂອງຕໍາຫຼວດ
ຄູ່ພາຄີສືບລັບທີ່ມີຊື່ວ່າ Five Eyes ກ່າວວ່າ ປັກກິ່ງກໍາລັງເພີ້ມບາດກ້າວການປຸກລະດົມຂອງຕົນ ດ້ວຍການນໍາໃຊ້ນັກບິນລົບຕາເວັນຕົກ ເພື່ອທໍາລາຍຄວາມທັນສະໄໝຢູ່ເທິງທ້ອງຟ້າຂອງບັນດາປະເທດຕາເວັນຕົກ
ອຸນຫະພູມສະເລ່ຍຂອງໂລກສຳລັບໄລຍະ 12 ເດືອນຫາທ້າຍຂອງເດືອນພຶດສະພາແມ່ນ 1.63 ອົງສາແຊລຊຽສເໜືອອຸນຫະພູມສະເລ່ຍກ່ອນຍຸກອຸດສາຫະກຳ
ກອງທັບອາກາດ ຢູເຄຣນ ໄດ້ກ່າວວ່າການສະກັດກັ້ນໄດ້ເກີດຂຶ້ນຢູ່ພາກພື້ນ ເຄີສັນ, ຄແມລນິດສກີ, ມິໂຄລາອິບ ແລະ ຊາໂປຣິສເຊຍ.
ການປະຕິບັດການຄັ້ງຫຼ້າສຸດຂອງທ້າວ ພາກ ໄດ້ມີຂຶ້ນຫຼັງຈາກ ເກົາຫຼີເໜືອ ເມື່ອບໍ່ດົນມານີ້ໄດ້ກ່າວວ່າເຂົາເຈົ້າໄດ້ສົ່ງ ບາລລູນ 3,500 ໜ່ວຍທີ່ບັນຈຸຂີ້ເຫຍື້ອ 15 ໂຕນ ເຂົ້າໄປໃນ ເກົາຫຼີໃຕ້.
ສັນຍາ ແລະຂໍ້ຕົກລົງປະມານ 50 ສະບັບ ໄດ້ຮັບການເຊັນລົງນາມໃນລະຫວ່າງກອງປະຊຸມສຸດຍອດຄັ້ງທຳອິດຂອງເກົາຫຼີໃຕ້ ກັບບັນດາຜູ້ນຳຈາກ 48 ປະເທດຂອງອາຟຣິກາ
ພັນທະມິດທີ່ນຳພາໂດຍນາຍົກລັດຖະມົນຕີອິນເດຍ ທ່ານ ນາເຣນດຣາ ໂມດີ (Narendra Modi) ໄດ້ຊະນະສຽງສ່ວນຫຼາຍ ພຽງເລັກນ້ອຍໃນສະພາແຫ່ງຊາດ, ແຕ່ການທ້າທາຍຢ່າງໜັກໜ່ວງຈາກຝ່າຍຄ້ານ ໄດ້ເຮັດໃຫ້ຈຳນວນພັກ ຂອງທ່ານຫຼຸດລົງຢ່າງຫຼວງຫຼາຍ, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມນິຍົມທີ່ຫຼຸດ ລົງ ຫຼັງຈາກໄດ້ດຳລົງຕຳແໜ່ງມາເປັນເວລາໜຶ່ງທົດສະວັດ
ໂຫລດຕື່ມອີກ