ພົນອາກາດເອກ ບຣາວ ກ່າວວ່າ 'ມັນເປັນເລື້ອງຫນ້າສົນໃຈທີ່ຈະໄດ້ເຫັນວ່າ ທັງສາມປະເທດເຫຼົ່ານີ້ ຈະມີວິທີການດໍາເນີນງານໃນບົດບາດດັ່ງກ່າວນີ້ແນວໃດ'
ເຈົ້າໜ້າທີ່ສະຫະລັດ ແລະຢູໂຣບ ໄດ້ເຕືອນກ່ຽວກັບຄວາມເປັນໄປໄດ້ທີ່ສົງຄາມໃນເຂດກາຊາຈະຂະຫຍາຍຂອບເຂດອອກໄປຕື່ມ ໂດຍມີແນວໂນ້ມວ່າອິສຣາແອລ ຈະດຳເນີນການບຸກໂຈມຕີຕອບໂຕ້ຕໍ່ກຸ່ມຫົວຮຸນແຮງ ເຮັສໂບລລາ (Hezbollah) ທີ່ໜູນຫຼັງໂດຍອີຣ່ານ ໃນເລບານອນ
ບັນດາແມ່ຍິງຫຼາຍພັນຄົນ ໄດ້ພາກັນອອກມາເດີນຂະບວນຢູ່ຕາມຖະໜົນຫົນທາງໃນເມືອງຕ່າງໆທົ່ວປະເທດຝຣັ່ງໃນວັນອາທິດວານນີ້ ເພື່ອປະທ້ວງພັກໂຮມຊາດຂວາຈັດ ຂອງ ທ່ານນາງ ມາຣິນ ເລີ ເພັນ (Marine Le Pen), ເນື່ອງຈາກຜົນໄດ້ຮັບຂອງການສຳຫຼວດຄວາມຄິດເຫັນສະແດງໃຫ້ເຫັນວ່າ ພັກດັ່ງກ່າວ ອາດຈະຊະນະການເລືອກຕັ້ງລັດຖະສະພາທີ່ກຳລັງຈະມາເຖິງນີ້
ຈີນ ໄດ້ປະສົບກັບສະພາບອາກາດທີ່ຮ້າຍແຮງ ແລະ ອຸນຫະພູມສູງຜິດປົກກະຕິໃນສອງສາມເດືອນທີ່ຜ່ານມາ
ປັກກິ່ງໄດ້ພິມເຜີຍແຜ່ຂໍ້ແນະນຳທາງຕຸລາການສະບັບໃໝ່ທີ່ລວມເຖິງການລົງໂທດປະຫານຊີວິດສໍາລັບ 'ຄະດີທີ່ຮ້າຍແຮງ' ເຊິ່ງລວມມີກໍລະນີຂອງຜູ້ສະໜັບສະໜູນຄວາມເປັນເອກະລາດຂອງເກາະໄຕ້ຫວັນ
ສະຖານທີ່ແຫ່ງດັ່ງກ່າວ ເປັນບ່ອນທີ່ຜູ້ນັບຖືສາສະໜາ 11 ຄົນຖືກຄາດຕະກຳ ໃນປີ 2018, ຊຶ່ງເປັນການກະທຳຂອງການຕໍ່ຕ້ານຊາວຢິວທີ່ຮ້າຍແຮງທີ່ສຸດ ໃນປະຫວັດສາດຂອງສະຫະລັດ
ໃນຕອນເຊົ້າວັນສຸກມື້ນີ້ ນ້ອງສາວຜູ້ທີ່ມີອຳນາດຂອງຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ກໍໄດ້ອອກຄຳຂົ່ມຂູ່ທີ່ບໍ່ຈະແຈ້ງຂອງການຕອບໂຕ້ຄືນ ພາຍຫຼັງຈາກບັນດານັກເຄື່ອນໄຫວຂອງເກົາຫຼີໃຕ້ ໄດ້ສົ່ງບາລລູນທີ່ບັນຈຸດ້ວຍໃບປິວໂຄສະນາຊວນເຊື່ອຕໍ່ຕ້ານພຽງຢາງ ຂ້າມຊາຍແດນໄປ
ອົງການ World Weather Attribution ເຊິ່ງເປັນກຸ່ມບັນດານັກວິທະຍາສາດທີ່ວິໄຈຜົນກະທົບຂອງການປ່ຽນແປງດິນຟ້າອາກາດກ່າວວ່າ ອຸນຫະພູມໃນຕອນກາງເວັນທີ່ເຮັດໃຫ້ເປັນວິນຫຼາຍກໍລະນີ ຍ້ອນອາກາດຮ້ອນຢູ່ໃນສະຫະລັດນັ້ນ ເຫັນວ່າ ມີແນວໂນມທີ່ຈະເກີດຫຼາຍຂຶ້ນເຖິງ 35 ເທົ່າ, ແລະອາກາດກໍສູງຂຶ້ນຫຼາຍກວ່າ 2.5 ອົງສາ
ທ່ານ ເທີເນີ ໄດ້ກ່າວວ່າ “ວິກິດການນີ້ແມ່ນວິກິດການລູກສອນໄຟ ຄິວບາ ໃນອະວະກາດ”
ນາຍົກລັດຖະມົນຕີຈີນ ທ່ານ ລີ ຈຽງ ໄດ້ສິ້ນສຸດການຢ້ຽມຢາມ 3 ປະເທດຂອງພາກພື້ນເອເຊຍປາຊີຟິກ, ເພື່ອຂະຫຍາຍການພົວພັນດ້ານການຄ້າ ແລະສ້າງສາຍພົວພັນຄືນໃໝ່. ແຕ່ການເດີນທາງດັ່ງກ່າວ ຍັງໄດ້ພົບເຫັນບັນຫາທາງການທູດທີ່ຍັງມີຄວາມຫຍຸ້ງຍາກຢູ່ບາງຢ່າງ
ໃນຕອນເຊົ້າວັນສຸກມື້ນີ້, ສື່ມວນຊົນ ເລບານອນ ໄດ້ລາຍງານການໂຈມຕີຄັ້ງໃໝ່ຂອງ ອິສຣາແອລ ໃນພາກໃຕ້ຂອງປະເທດ
ນັກການທູດຂັ້ນສູງຂອງກະຊວງການຕ່າງປະເທດທີ່ຮັບຜິດຊອບວຽກງານຂົງເຂດເອເຊຍ ກໍາລັງເດີນທາງໄປຮ່າໂນ້ຍ ເພື່ອຢືນຢັນການພົວພັນຄືນໃໝ່ລຸນຫຼັງ ສະຫະລັດ ແລະ ຫວຽດນາມ
ໂຫລດຕື່ມອີກ