ຍານສຳຫຼວດນີ້ ເອີ້ນວ່າ Smart Lander for Investing Moon ຫຼືມີຊື່ຫຍໍ້ວ່າ SLIM ໄດ້ໄປລົງຈອດໃນພື້ນຜິວຂອງດວງຈັນ ເມື່ອວັນທີ 20 ມັງກອນ ເຮັດໃຫ້ຍີ່ປຸ່ນ ເປັນປະເທດທີຫ້າ ທີ່ໄດ້ສົ່ງຍານອະວະກາດສຳຫຼວດໄປຍັງດວງຈັນ
ນັກວິເຄາະກ່າວວ່າ ເສັ້ນທາງສາຍການບິນທີ່ເປີດໃໝ່ໂດຍຈີນ ອາດເຮັດໃຫ້ການຕິດຕາມກວດສອບກິດຈະກໍາຕ່າງໆກ່ຽວກັບຈີນໃນສະໜາມບິນທີ່ຢູ່ໃກ້ຄຽງ ພົບຄວາມຫຍຸ້ງຍາກຫຼາຍຂຶ້ນ
ການດຳເນີນຄະດີຢູ່ນິວຢອກຂອງອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ມີກຳນົດຈະເລີ້ມຄືນໃໝ່ໃນວັນອັງຄານມື້ນີ້ ໂດຍສານຈະພິຈາລະນາການໂຕ້ແຍ້ງກ່ຽວກັບວ່າ ທ່ານ ທຣຳ ໄດ້ລະເມີດຄຳສັ່ງຫ້າມບໍ່ໃຫ້ມີຄຳເຫັນ ເຊິ່ງຫ້າມທ່ານດູຖູກພະຍານ ແລະບຸກຄົນສຳຄັນໃນຄະດີ ຫຼື ບໍ່
ສື່ມວນຊົນລັດຂອງມຽນມາກ່າວໃນວັນຈັນວານນີ້ວ່າ ຮອງປະທານາທິບໍດີມຽນມາ ທ່ານ ເຮັນຣີ ວານ ທິໂອ (Henry Van Thio), ເຊິ່ງດຳລົງຕຳແໜ່ງໃນລັດຖະບານທີ່ມາຈາກການເລືອກຕັ້ງຂອງ ທ່ານນາງ ອອງ ຊານ ຊູ ຈີ (Aung San Suu Kyi) ແລະສືບຕໍ່ດຳລົງຕຳແໜ່ງພາຍຫຼັງທີ່ທະຫານໄດ້ຂັບໄລ່ທ່ານນາງ ເພື່ອຍຶດອຳນາດໃນປີ 2021
ກອງກໍາລັງປ້ອງກັນທາງອາກາດຂອງຢູເຄຣນ ໄດ້ຍິງໂດຣນຂອງຣັດເຊຍຕົກຢູ່ໃນພາກພື້ນ ເຊີກາຊີ, ກີຢິບ, ມີໂຄລາອີບ ແລະ ໂອເດຊາ
ປະຊາຄົມໂລກເບິ່ງວ່າ ສະມາຄົມປະຊາຊາດເອເຊຍຕາເວັນອອກສຽງໃຕ້ ແມ່ນກຸ່ມການເມືອງທີ່ເໝາະສົມໃນການເຈລະຈາແກ້ໄຂຄວາມຂັດແຍ້ງທີ່ເຮັດໃຫ້ມຽນມາວຸ້ນວາຍ ນັບແຕ່ກອງທັບມຽນມາທີ່ນຳພາໂດຍພົນເອກ ມິນ ອອງ ລາຍ ໄດ້ໂຄ່ນລົ້ມລັດຖະບານທີ່ມາຈາກການເລືອກຕັ້ງໃນຕົ້ນປີ 2021 ແລະພາໃຫ້ເກີດສົງຄາມກາງເມືອງ
ແຜ່ນດິນໄຫວຄັ້ງທຳອິດ ແມ່ນມີຄວາມແຮງ 5.5 ໂດຍກວດຈັບລະດັບໄດ້ໃນຕອນແລງຂອງມື້ວັນຈັນຢູ່ໃນເຂດ ຮົວລຽນ (Hualien) ທີ່ຕັ້ງຢູ່ທາງພາກຕາເວັນອອກຂອງເກາະດັ່ງກ່າວ, ເຊິ່ງເປັນຈຸດສູນກາງຂອງແຜ່ນດິນໄຫວໃນວັນທີ 3 ເມສາທີ່ຜ່ານມາ
ບັນດາໄອຍະການໄດ້ລະບຸໂຕຜູ້ຕ້ອງສົງໄສຄື ຜູ້ຊາຍ ທີ່ຊື່ວ່າ ຈຽນ ຈີ (Jian G.) ຕາມກົດໝາຍວ່າດ້ວຍສິດຄວາມເປັນສ່ວນຕົວຂອງເຢຍຣະມັນ ແລະໄດ້ກ່າວວ່າ ຜູ້ກ່ຽວສົ່ງຂໍ້ມູນກ່ຽວກັບການເຈລະຈາຕ່າງໆຂອງສະພາສະຫະພາບຢູໂຣບ ໃຫ້ແກ່ໜ່ວຍງານສືບລັບຂອງຈີນ ຊ້ຳແລ້ວຊ້ຳອີກ
ຄວາມວິຕົກກັງວົນໄດ້ເພີ້ມຂຶ້ນໄປທົ່ວຢູໂຣບກ່ຽວກັບຂໍ້ກ່າວຫາໃນກິດຈະກຳການສອດແນມຂອງຈີນ ແລະອັງກິດ ກໍໄດ້ເລີ້ມສະແດງຄວາມວິຕົກກັງວົນຫຼາຍຂຶ້ນ ໃນຊ່ວງໄລຍະບໍ່ເທົ່າໃດເດືອນທີ່ຜ່ານມາ
ການໂຈມຕີຄັ້ງລ່າສຸດ ມີຂຶ້ນໃນຂະນະທີ່ສະພາສູງສະຫະລັດຄາດວ່າ ຈະໃຫ້ການອະນຸມັດຕໍ່ຮ່າງກົດໝາຍໃນອາທິດນີ້ ເຊິ່ງລວມມີການຊ່ວຍເຫຼືອຈໍານວນ 60 ຕື້ໂດລາໃຫ້ແກ່ຢູເຄຣນ
ໃນຂະນະທີ່ການຕັດສິນປະຫານຊີວິດໃນເດືອນນີ້ ໃນຄະດີສໍ້ໂກງເງິນຫຼາຍຕື້ໂດລາຂອງຫວຽດນາມ ອາດຈະສະແດງໃຫ້ເຫັນເຖິງອໍານາດຂອງການໂຄສະນາຕ້ານການສໍ້ລາດບັງຫຼວງຂອງຮ່າໂນ່ຍ, ການສໍາພາດໃນຊຸມມື້ທີ່ຜ່ານມາ ໄດ້ສະແດງໃຫ້ເຫັນຄວາມກັງວົນຢ່າງຕໍ່ເນື່ອງກ່ຽວກັບການລົງໂທດທາງດ້ານການເມືອງຂອງຫວຽດນາມ ແລະຄວາມອ່ອນແອ ແລະການສໍ້ລາດບັງຫຼວງໃນພາກລັດ
ທ່ານກໍາລັງດໍາເນີນການຢ້ຽມຢາມທ່າມກາງຄວາມກັງວົນຂອງຕ່າງປະເທດ ກ່ຽວກັບສອງໂຄງການຂະໜາດໃຫຍ່ທີ່ໄດ້ຮັບທຶນສະໜັບສະໜູນຈາກຈີນ ຢູ່ໃນກຳປູເຈຍ
ໂຫລດຕື່ມອີກ