ກອງທັບຟີລິບປິນ ທີ່ປະຈຳການຢູ່ກຳປັ່ນຮົບລຳນຶ່ງ ທີ່ຈອດຢູ່ເທິງສັນດອນ ທະເລຈີນໃຕ້ ທີ່ມີການຂັດແຍ້ງກັນ ໄດ້ຖືອາວຸດຂອງພວກເຂົາເຈົ້າໄວ້ ຫຼັງຈາກກຳປັ່ນຍາມຝັ່ງຂອງຈີນ ເຂົ້າມາໃກ້ກຳປັ່ນລຳດັ່ງກ່າວ ແຕ່ພວກເຂົາ ບໍ່ໄດ້ຊີ້ປືນໃສ່ພວກກຳປັ່ນຈີນ, ເຈົ້າໜ້າທີ່ທະຫານກ່າວ ໃນວັນອັງຄານມື້ນີ້
ບັນດາເຈົ້າໜ້າທີ່ໃນຈີນ ແລະຮົງກົງ ກຳລັງເພີ່ມທະວີການຄວບຄຸມສັງຄົມພົນລະເຮືອນຢ່າງເຂັ້ມງວດ ໃນຂະນະທີ່ປະຊາຊົນໃນເມືອງຕ່າງໆ ຫຼາຍສິບເມືອງໃນທົ່ວໂລກ ພາກັນລະນຶກເຖິງວັນຄົບຮອບ 35 ປີຂອງການສັງຫານໝູ່ ຢູ່ທີ່ຈະຕຸລັດທຽນອັນເໝິນ ໃນວັນອັງຄານມື້ນີ້
ກອງທັບຂອງ ຣັດເຊຍ ໄດ້ກ່າວໃນວັນອັງຄານມື້ນີ້ວ່າເຂົາເຈົ້າໄດ້ທຳລາຍໂດຣນ ຢູເຄຣນ ລຳນຶ່ງຢູ່ພາກພື້ນ ແບລໂກຣອດ.
ທ່ານນາງ ແຮຣິສ ຈະຢືນຢັນນການສະໜັບສະໜູນຂອງ ສະຫະລັດ ສຳລັບປະຊາຊົນ ຢູເຄຣນ ອີກຄັ້ງ
ຜູ້ນໍາຂອງຢູເຄຣນ ກ່າວໂທດ ຈີນ ໃນການກົດດັນບັນດາປະເທດຕ່າງໆບໍ່ໃຫ້ເຂົ້າຮ່ວມຫາລືໃນກອງປະຊຸມສັນຕິພາບຢູ່ ສະວິດເຊີແລນ
ຣັດເຊຍ ໄດ້ທຳລາຍພື້ນຖານໂຄງລ່າງທາງດ້ານພະລັງງານຂອງປະເທດດ້ວຍເຮືອບິນບໍ່ມີຄົນຂັບ 100 ລຳ ແລະລູກສອນໄຟອີກຫຼາຍລູກ
ໃນບັນດາຕະຫຼາດຂອງສະກຸນເງິນຕ່າງໆທີ່ພົ້ນເດັ່ນຂື້ນ, ເງິນຣູປີຂອງອິນເດຍ ແລະ ເງິນເປໂຊຂອງເມັກຊິໂກ ມີຄວາມເຂັ້ມແຂງຂື້ນລຸນຫຼັງການເລືອກຕັ້ງ ທົ່ວໄປຂອງທັງສອງປະເທດ
ຈີນ ເຊື່ອວ່າຄວາມພະຍາຍາມທັງໝົດຄວນໄດ້ຮັບການຮັບຮູ້ ໃນການສະໜັບ ສະໜູນມາດຕະການສັນຕິພາບ ກ່ຽວກັບ ສົງຄາມຣັດເຊຍ-ຢູເຄຣນ, ໂຄສົກກະຊວງການຕ່າງປະເທດຈີນກ່າວໃນວັນຈັນວານນີ້. ຈີນບໍ່ເຄີຍໄດ້ “ເພີ້ມທະວີ ຫຼືຕື່ມເຊື້ອໄຟ”, ທ່ານ ນາງ ໝາວ ໜິງ ກ່າວ ໃນການຕອບຄຳ ຖາມຕໍ່ກອງປະຊຸມສຸດຍອດສັນຕິພາບ
ກຸ່ມປະເທດຜູ້ຜະລິດນ້ຳມັນ OPEC+ ໄດ້ຕົກລົງກັນໃນວັນອາທິດວານນີ້ ທີ່ຈະຂະຫຍາຍການຫຼຸດການຜະລິດຂອງຕົນລົງ ເພື່ອສະຫນັບສະຫນູນລາຄາ, ເນື່ອງ ຈາກວ່າຄວາມບໍ່ແນ່ນອນທາງດ້ານເສດຖະກິດ ແລະທາງດ້ານພູມສາດການ ເມືອງ ໄດ້ເກີດຂຶ້ນຢູ່ໃນຕະຫຼາດດັ່ງກ່າວ
ສະພາຄວາມໝັ້ນຄົງແຫ່ງຊາດຂອງເກົາຫຼີໃຕ້ ກ່າວໃນວັນຈັນມື້ນີ້ວ່າ ລັດຖະບານ ໂຊລ ຈະໂຈະຂໍ້ຕົກລົງວ່າດ້ວຍການຫລຸດຜ່ອນຄວາມເຄັ່ງຕຶງທາງທະຫານປີ 2018 ກັບເກົາຫລີເໜືອ ທີ່ມີອາວຸດນິວເຄລຍ ຢ່າງເຕັມຮູບແບບ ຫລັງຈາກພຽງຢາງໄດ້ສົ່ງບາລລູນທີ່ບັນຈຸຂີ້ເຫຍື້ອຫຼາຍຮ້ອຍລູກຂ້າມຊາຍແດນມາ
ໂຫລດຕື່ມອີກ