ມະຫາວິທະຍາໄລ ແດຣກໂຊລ ໄດ້ກ່າວໃນຖະແຫລງການເມື່ອວັນເສົາຜ່ານ ມານີ້ວ່າ ພວກປະທ້ວງປະມານ 75 ຄົນ ໄດ້ເລີມຕັ້ງຄ້າຍຊົ່ວຄາວ ທີ່ບັນດາ ເຈົ້າໜ້າທີ່ໄດ້ “ຕິດຕາມເບິ່ງຢ່າງໃກ້ຊິດ”
ຈີນແລະກຳປູເຈຍ ໄດ້ເລີ່ມການຊ້ອມລົບປະຈຳປີໃນວັນພະຫັດວານນີ້ ເພື່ອເສີມ ຂະຫຍາຍການຮ່ວມມື ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງກຳລັງຂອງທັງສອງ ປະເທດ
ໃນອາທິດນີ້, ກຸ່ມຫົວຮຸນແຮງ ເຮັສໂບລລາ ຂອງເລບານອນ ໄດ້ທໍາການໂຈມ ຕີຄ້າຍທະຫານໃນພາກເໜືອຂອງອິສຣາແອລ ໂດຍໃຊ້ເຮືອບິນບໍ່ມີຄົນຂັບ ທີ່ໄດ້ ຍິງລູກສອນໄຟສອງລູກ
ຢູ່ງານວາງສະແດງໃນເມືອງ ຮາບິນ, ທ່ານ ປູຕິນ ໄດ້ກ່າວຢ້ຳເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງ ຣັດເຊຍ ແລະ ຈີນ ໃນການພັດທະນາເທັກໂນໂລຈີໃໝ່ຮ່ວມກັນ.
ຜູ້ຊາຍດັ່ງກ່າວໄດ້ຂົ່ມຂູ່ເຈົ້າໜ້າທີ່ຕຳຫຼວດດ້ວຍມີດ ແລະ ຕໍາຫຼວດກໍໄດ້ໃຊ້ອາວຸດໃນໜ້າທີ່ຂອງລາວ, ອີງຕາມການກ່າວຂອງໄອຍະການເມືອງ ຣູອັງ.
ບັນດາເຈົ້າໜ້າທີ່ ຮຽກຮ້ອງໃຫ້ພົນລະເມືອງທັງຫຼາຍ ຈົ່ງຢ່າອອກໄປຖະໜົນຫົນທາງ ໃນຂະນະທີ່ເສັ້ນທາງຫຼາຍສາຍແລ່ນຜ່ານບໍ່ໄດ້ ແລະຄາດວ່າ ຈະບໍ່ມີໄຟສັນຍານຈາລະຈອນຫຼາຍແຫ່ງຕະຫຼອດຄືນ
ກອງທັບຂອງຣັດເຊຍ ໄດ້ກ່າວວ່າ ຕົນໄດ້ສະກັດກັ້ນ ຫຼື ທຳລາຍທັງ ໂດຣນອາກາດ ແລະ ໂດຣນທະເລ ຂອງຢູເຄຣນ ຫຼາຍກວ່າ 100 ລຳ ຢູ່ໃນພາກໃຕ້ຂອງປະເທດ ແລະຢູ່ເທິງນ່ານຟ້າຂອງແຫຼມຄຣາຍເມຍ ທີ່ໄດ້ຖືກຍຶດຄອງ ແລະຢູ່ທະເລດຳ ເມື່ອຕອນຂ້າມຄືນ
ເກົາຫຼີເໜືອ ໄດ້ຍິງ “ລູກສອນໄຟຂີປະນາວຸດ ທີ່ບໍ່ລະບຸຕົວຕົນ” ຢ່າງໜ້ອຍນຶ່ງລູກ, ກອງທັບຂອງໂຊລ ກ່າວໃນວັນສຸກວານນີ້, ສອງສາມຊົ່ວໂມງ ຫຼັງຈາກນ້ອງສາວຜູ້ມີອຳນາດຂອງຜູ້ນຳ ກິມ ຈອງ ອຶນ ໄດ້ປະຕິເສດຕໍ່ຂໍ້ກ່າວຫາທີ່ແຜ່ອອກໄປໃນວົງກວ້າງ ວ່າ ພຽງຢາງ ກຳລັງຈັດສົ່ງອາວຸດໄປໃຫ້ຣັດເຊຍ
ການພົວພັນລະຫວ່າງສອງປະເທດ ໄດ້ເພີ້ມທະວີຂຶ້ນຢ່າງບໍ່ຢຸດຢັ້ງພາຍຫຼັງການຢ້ຽມຢາມຂົງເຂດທາງທິດຕາເວັນອອກຂອງຣັດເຊຍ ໂດຍ ທ່ານ ກິມ ຈົງ ອຶນ
ກຸ່ມຟີລິບປິນທີ່ນຳພາພາລະກິດການສະໜອງສະບຽງຂອງພົນລະເຮືອນ ໃນທະເລຈີນໃຕ້ ໄດ້ສົ່ງອາຫານ ແລະ ນໍ້າມັນເຊື້ອໄຟ ໃຫ້ຊາວປະມົງຟິລິບປິນ ເຖິງແມ່ນວ່າ ຈະຖືກຕິດຕາມໂດຍເຮືອກຳປັ່ນຂອງຈີນ ກໍຕາມ, ເຈົ້າໜ້າທີ່ຂອງກຸ່ມ ກ່າວໃນວັນພະຫັດມື້ນີ້ ໂດຍເອີ້ນການດຳເນີນການນີ້ວ່າ ເປັນໄຊຊະນະທີ່ສຳຄັນ
ທ່ານນາງ ອີເລນ ເພ່ຍສັນ, ຜູ້ອຳນວຍການອົງການ Human Rights Watch ປະຈໍາເອເຊຍ ກ່າວຕໍ່ວີໂອເອກ່ອນໜ້າຂອງການນໍາສະເໜີບົດລາຍງານຂອງອົງການຢູ່ບາງກອກໃນວັນພະຫັດມື້ນີ້ວ່າ “ເປັນເວລາຍາວນານ, ທີ່ປະເທດໄທເປັນບ່ອນລີ້ໄພຂອງພວກຄົນຜູ້ທີ່ຫຼົບໜີຈາກການປະຫັດປະຫານຢູ່ໃນປະເທດເພື່ອນບ້ານຕ່າງໆ”
ສັດຕູຕ່າງຊາດຂອງອາເມຣິກາ ຈະພະຍາຍາມຄອບງຳການເລືອກຕັ້ງ ສະຫະລັດ ທີ່ກຳລັງຈະມາເຖິງນີ້ອີກຄັ້ງນຶ່ງ, ເຈົ້າຫນ້າທີ່ຄວາມໝັ້ນຄົງລະດັບສູງ ໄດ້ເຕືອນ ສະມາຊິກສະພາສູງໃນວັນພຸດວານນີ້
ໂຫລດຕື່ມອີກ