ເຈົ້າໜ້າທີ່ຕຳຫຼວດໄດ້ປະທະກັບພວກປະທ້ວງທີ່ເປັນນັກສຶກສາໃນລັດເທັກຊັສ ແລະລັດຄາລິຟໍເນຍ ໃນຂະນະທີ່ການຕັ້ງຄ້າຍແຫ່ງໃໝ່ ໄດ້ເກີດຂຶ້ນໃນວັນພຸດວານນີ້ ຢູ່ທີ່ມະຫາວິທະຍາໄລຮາວາດ ແລະມະຫາວິທະຍາໄລອື່ນໆ ໃນຂະນະທີ່ພວກຜູ້ນຳໂຮງຮຽນໄດ້ຊອກຫາວິທີທີ່ຈະສະກັດກັ້ນກະແສການປະທ້ວງທີ່ສະໜັບສະໜູນປາແລັສໄຕນ໌ ທີ່ກໍາລັງເພີ້ມຫຼາຍຂຶ້ນ
ທີມກົດໝາຍຂອງຜູ້ລົງສະໝັກປະທານາທິບໍດີຈາກພັກຣີພັບບລິກັນ ຈະທໍາການໂຕ້ແຍ້ງວ່າທ່ານເປັນຜູ້ບໍລິສຸດ ກ່ຽວກັບການກະທໍາທີ່ເກີດຂຶ້ນໃນລະຫວ່າງທີ່ທ່ານດໍາລົງຕໍາແໜ່ງເປັນປະທານາທິບໍດີຢູ່ນັ້ນ
ໃນບັນດາຊຸດຮ່າງກົດໝາຍການຊ່ວຍເຫຼືອດ້ານການທະຫານທີ່ຮັບຜ່ານ ໃນວັນອັງຄານແລ້ວນີ້, ສະພາສູງສະຫະລັດ ໄດ້ອະນຸມັດຮ່າງກົດໝາຍທີ່ຮຽກຮ້ອງໃຫ້ ByteDance ທີ່ເປັນບໍລິສັດແມ່ຂອງ TikTok ຂາຍພື້ນທີ່ທາງອິນເຕີເນັດສຳລັບເນື້ອໃນທີ່ເປັນວິດີໂອ, ຖ້າບໍ່ດັ່ງນັ້ນ ລັດຖະບານອາດຫ້າມແອັບຯນີ້
ທ່ານ ບລິງເກັນ ກ່າວວ່າ ທ່ານຈະຈັດວາງແບບແຜນກ່ຽວກັບ 'ຄວາມແຕກຕ່າງຂອງພວກເຮົາ, ເຊິ່ງນັ້ນຄືຄວາມຈິງ' ແຕ່ພະຍາຍາມ 'ດໍາເນີນງານຜ່ານສິ່ງເຫຼົ່ານັ້ນໄປໃຫ້ໄດ້'
ດຣ. ໄມໂກລ ໂວໂຣບີ ນັກຊີວະວິທະຍາດ້ານວິວັດທະນາການ ຢູ່ມະຫາວິທະຍາໄລ ອາຣິໂຊນາ ໄດ້ກ່າວວ່າ ອີງຕາມຂໍ້ມູນໃໝ່ ມັນປາກົດວ່າ ການຕິດແປດກັບ ໄວຣັສ H5N1 ໃນນົມງົວ ໄດ້ເກີດຂຶ້ນຜ່ານການແຜ່ເຊື້ອໃນເຫດການພຽງຄັ້ງດຽວຈາກນົກໂຕນຶ່ງ ໄປຫາງົວໂຕນຶ່ງ ໃນຕອນໃດຕອນນຶ່ງ ເມື່ອທ້າຍປີ 2023 ເປັນໄປໄດ້ສູງໃນເດືອນທັນວາ
ແອມເນສຕີ ເນັ້ນໃຫ້ເຫັນ ບັນຫາຂັດແຍ້ງລະຫວ່າງ ອິສຣາແອລ ແລະກຸ່ມຮາມາສ ຢູ່ໃນເຂດກາຊາ. ກະຊວງສາທາລະນະສຸກທີ່ດຳເນີນງານໂດຍກຸ່ມຮາມາສ ກ່າວວ່າ ປະຊາຊົນຫຼາຍກວ່າ 34,000 ຄົນໄດ້ຖືກຂ້າຕາຍ, ສ່ວນຫຼາຍແມ່ນພວກແມ່ຍິງ ແລະເດັກນ້ອຍ. ຕົວເລກນັ້ນ ເຊິ່ງລວມມີພວກນັກລົບຂອງກຸ່ມຮາມາສນຳດ້ວຍ, ແມ່ນບໍ່ສາມາດຢັ້ງຢືນໄດ້ຢ່າງເປັນອິດສະຫຼະ.
ການຜະລິດຂອງຢາງພລາສຕິກ ມີສັດສວນປະມານ 5 ເປີເຊັນ ຂອງການປ່ອຍອາຍແກັສເຮືອນແກ້ວ ແລະອາດເພີ້ມຂຶ້ນເຖິງ 20 ເປີເຊັນ ພາຍໃນປີ 2050 ເວັ້ນເສຍແຕ່ວ່າ ຈະມີຂໍ້ຈຳກັດ, ອີງຕາມບົດລາຍງານ ເມື່ອອາທິດແລ້ວນີ້ ຈາກໜ່ວຍງານ Lawrence Berkeley National Laboratory ຂອງລັດຖະບານກາງສະຫະລັດ
ສະພາບໍລິຫານແຫ່ງລັດ ຫຼື SAC ຂອງລັດຖະບານທະຫານມຽນມາ ກຳລັງຕຳໜິຕິຕຽນຊຸດການຊ່ວຍເຫຼືອຂອງສະຫະລັດ ທີ່ກຳລັງຖືກສົ່ງຜ່ານຝ່າຍກົງກັນຂ້າມຂອງລະບອບດັ່ງກ່າວ, ໂດຍກ່າວວ່າ ສະຫະລັດ ຄວນພິຈາລະນາວ່າ ການກະທຳຂອງຕົນນັ້ນ ທຽບເທົ່າກັບການສະໜັບສະໜູນການກໍ່ການຮ້າຍ ຫຼືບໍ່
ປະທານາທິບໍດີທີ່ໄດ້ຖຶກເລືອກຂອງໄຕ້ຫວັນ ທ່ານ ຫຼາຍ ຈິງ-ເຕ ກ່າວວ່າ ການທີ່ສະພາຕໍ່າຂອງສະຫະລັດ ຜ່ານຊຸດການຊ່ວຍເຫຼືອດ້ານການທະຫານ ມູນຄ່າ 8 ຕື້ໂດລາ ເພື່ອຕ້ານອິດທິພົນຂອງຈີນໃນຊ່ວງທ້າຍອາທິດທີ່ຜ່ານມາ ຈະ “ເພີ່ມທະວີການສະກັດກັ້ນລັດທິຜະເດັດການ” ແລະ “ເພີ່ມຄວາມເຊື່ອໝັ້ນຢູ່ໃນພາກພື້ນ”
ການລົງຄະແນນສຽງ 79-18 ມີຂຶ້ນຫຼັງຈາກມີຄວາມຫຼ້າຊ້າມາຫຼາຍເດືອນ
ທ່ານເດວິດ ຊັດເຕີ້ຟີລ ໄດ້ຮຽກຮ້ອງໃຫ້ດໍາເນີນການຊ່ວຍເຫຼືອເພີ້ມເຕີມແກ່ຜູ້ທີ່ມີຄວາມຕ້ອງການຢູ່ໃນພາກສ່ວນນ້ອຍໆຂອງດິນແດນປາແລັສໄຕນ໌ທີ່ມີປະຊາກອນໜາແໜ້ນເຫຼົ່ານັ້ນ
ສື່ທາງການຂອງເກົາຫຼີເໜືອກ່າວໃນວັນພຸດມື້ນີ້ ໃນລາຍງານຕໍ່ສາທາລະນະທີ່ບໍ່ຄ່ອຍປາກົດໃຫ້ເຫັນເລື້ອຍໆ ກ່ຽວກັບການແລກປ່ຽນລະຫວ່າງທັງສອງປະເທດ
ໂຫລດຕື່ມອີກ