ຍານອະວະກາດລຳນີ້ ໄດ້ຖືກຕິດຕັ້ງໃສ່ເທິງຈະຫຼວດບຸສເຕີ Super Heavy ທີ່ສູງແລະໃຫຍ່ໂຕນັ້ນ ແມ່ນມີກຳນົດຈະທະຍານຂຶ້ນໃນຕອນ 8 ໂມງເຊົ້າຕາມ ເວລາໃນເຂດພາກເວັນອອກຂອງສະຫະລັດ ຈາກສະຖານທີ່ສົ່ງຍານອະວະກາດ Starbase ຂອງບໍລິສັດ SpaceX ຕັ້ງຢູ່ແຄມຝັ່ງອ່າວເມັກຊິໂກ ໃກ້ກັບເມືອງ ໂບກາ ຊິກກາ ຂອງລັດເທັກຊັສ
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ວາງແຜນທີ່ຈະສະແດງຄວາມເປັນຫ່ວງຕໍ່ການສະເໜີຊື້ກິດຈະການເຫຼັກຂອງສະຫະລັດ ມູນຄ່າ 14.9 ຕື້ໂດລາ ຂອງບໍລິສັດເຫຼັກ Nippon Steel, ດັ່ງທີ່ຜູ້ມີຄວາມຄຸ້ນເຄີຍກັບເລື່ອງນີ້ກ່າວ ໃນວັນພຸດວານນີ້
ໃນວັນພຸດວານນີ້, ສະພາຕ່ຳ ສະຫະລັດ ໄດ້ຮັບຮອງເອົາຮ່າງກົດໝາຍສະບັບນຶ່ງຢ່າງຖ້ວມລົ້ນທີ່ຈະບັງຄັບໃຫ້ TikTok ຖອນການລົງທຶນຂອງຕົນອອກຈາກບໍລິສັດແມ່ຂອງເຂົາເຈົ້າ ຫຼື ປະເຊີນກັບການຫ້າມໃນທົ່ວປະເທດ
ປະຕິບັດການໃນຫຼາຍຮູບແບບ ນັບຈາກການຂ້າພວກນັກການເມືອງຝ່າຍຄ້ານ ທີ່ມີຫ້ອງການຕັ້ງຢູ່ຕ່າງປະເທດ ຕະຫຼອດເຖິງການແຊກແຊງເຂົ້າໃນການເລືອກ ຕັ້ງຂອງຕ່າງປະເທດ ໂດຍແນໃສ່ ເພື່ອເຮັດໃຫ້ເກີດຄວາມເສຍຫາຍທາງດ້ານ ຄວາມສາມັກຄີຂອງປະເທດຕາເວັນຕົກ ແລະການສະໜັບສະໜຸນແກ່ຢູເຄຣນ
ຈະຫຼວດ Kairos ທີ່ບັນຈຸດ້ວຍເຊື້ອໄຟແຂງ ສູງ 18 ແມັດຂອງບໍລິສັດ ໄດ້ຖືກ ຍິງຂຶ້ນຈາກຖານສົ່ງຈະຫຼວດຂອງບໍລິສັດເລີ້ມຕົນໃໝ່ເອງ ໃນແຂວງ ວາກະຢາມະ ທາງພາກຕາເວັນຕົກຂອງຍີ່ປຸ່ນ ທີ່ບັນທຸກດາວທຽວທົດລອງຂະ ໜາດນ້ອຍຂອງລັດຖະບານ
ໃນວັນອັງຄານວານນີ້, ໂດຣນຂອງ ຢູເຄຣນ ໄດ້ສ້າງຄວາມເສຍຫາຍຕໍ່ສະຖານທີ່ນ້ຳມັນເຊື້ອໄຟຂອງ ຣັດເຊຍ ສອງແຫ່ງ
ສາມປີຈາກ 2019-2021 ແມ່ນຊ່ວງເວລາທີ່ແຫ້ງແລ້ງທີ່ສຸດເປັນປະຫວັດການ
ອົງການສະຫະປະຊາຊາດ ກ່າວໃນບົດລາຍງານສະບັບນຶ່ງທີ່ໄດ້ພິມເຜີຍແຜ່ໃນວັນອັງຄານວານນີ້ວ່າ ຈຳນວນເດັກນ້ອຍໃນທົ່ວໂລກທີ່ເສຍຊີວິດກ່ອນອາຍຸ 5 ປີ ໄດ້ບັນລຸລະດັບຕ່ຳສຸດເປັນປະຫວັດການ ໃນປີ 2022 ໂດຍເປັນຄັ້ງທຳອິດທີ່ມີຜູ້ເສຍຊີວິດໜ້ອຍກວ່າ 5 ລ້ານຄົນ
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ຊະນະໃນການສະເໜີຊື່ເອົາຕໍາແໜ່ງປະທານາທິບໍດີ ຂອງພັກເດໂມແຄຣັດ ໃນຄືນວັນອັງຄານວານນີ້ ແລະອະດີດປະທານາທິບໍດີ ດໍໂນລ ທຣຳ ກໍກໍາລັງກ້າວໄປສູ່ການຮັບປະກັນການແຕ່ງຕັ້ງຈາກພັກຣີພັບບລີກັນ
ຄະນະກຳມະການເລືອກຕັ້ງຂອງໄທ ໄດ້ຮຽກຮ້ອງໃຫ້ສານລັດຖະທຳມະນູນຂອງປະເທດ ຍຸບພັກກ້າວໄກ ຊຶ່ງເປັນພັກຝ່າຍຄ້ານຫຼັກ ໂດຍອ້າງເຖິງຄຳໝັ້ນສັນຍາຂອງການໂຄສະນາຫາສຽງຂອງພັກໃນປີກາຍນີ້ ທີ່ຈະແກ້ໄຂກົດໝາຍທີ່ເຂັ້ມງວດ ທີ່ຫ້າມການວິພາກວິຈານສະຖາບັນກະສັດຂອງປະເທດ
ນາງ ສາວ ລີ, ແມ່ຍິງຜູ້ທີ່ອາໄສຢູ່ປະມານນຶ່ງກິໂລແມັດຈາກສະຖານທີ່ເກີດເຫດລະເບີດ ກ່າວວ່າ “ຂ້ອຍຢູ່ບ້ານເວລາທີ່ຂ້ອຍໄດ້ຍິນສຽງລະເບີດດັງ, ທຳອິດຂ້ອຍຄິດວ່າ ມັນອາດເປັນສຽງປືນ”
ອົງການຂ່າວ Tass ກ່າວວ່າ ມັນເປັນຄັ້ງທຳອິດທີ່ຄົນ ຊາວເກົາຫຼີໃຕ້ ຖືກກັກຂັງໃນ ຣັດເຊຍ ສຳລັບການກ່າວຫາສອດແນມ
ໂຫລດຕື່ມອີກ