ກອງທັບອິສຣາແອລ ໄດ້ປະຕິເສດທີ່ຈະໃຫ້ຄວາມເຫັນກ່ຽວກັບລາຍງານດັ່ງກ່າວ ແຕ່ການໂຈມຕີເຊັ່ນນັ້ນ ຈະເປັນໄປຕາມການຍອມຮັບຕໍ່ເຈຕະນາທີ່ຈະສັງຫານບັນດາຜູ້ນຳທີ່ສຳຄັນຂອງກຸ່ມຮາມາສ ຂະນະທີ່ສົງຄາມກັບພວກຮາມາສ ໃນກາຊາ ຍັບໃກ້ເຂົ້າຂີດໝາຍສາມເດືອນແລ້ວ
ມະຫາເສດຖີດ້ານສື່ມວນຊົນ ແລະນັກເຄື່ອນໄຫວເພື່ອປະຊາທິປະໄຕ ຂອງຮົງກົງ ທ່ານຈິມມີ້ ຫຼາຍ (Jimmy Lai) ໄດ້ກ່າວວ່າ ທ່ານບໍ່ມີຄວາມຜິດ ໃນວັນອັງຄານວານນີ້ ຕໍ່ຂໍ້ກ່າວຫາທາງອາຍາ ທີ່ກ່ຽວຂ້ອງກັບການລະເມີດກົດໝາຍຄວາມໝັ້ນຄົງແຫ່ງຊາດ
ອະດີດປະທານາທິບໍດີດໍໂນລ ທຣຳ ກຳລັງຍື່ນຂໍອຸທອນ ຕໍ່ຄຳຕັດສິນຂອງເຈົ້າໜ້າທີ່ເລືອກຕັ້ງ ສັງກັດພັກເດໂມແຄຣັດຂອງລັດເມນ ທີ່ວ່າທ່ານບໍ່ສາມາດມີຊື່ລົງສະໝັກເລືອກຕັ້ງຢູ່ທີ່ນັ້ນໄດ້ ເພາະທ່ານ ໄດ້ລະເມີດຄຳສັ່ງຫ້າມ ຕາມລັດຖະທຳມະນູນ ຕໍ່ຜູ້ທີ່ “ມີສ່ວນພົວພັນໃນການກໍ່ກະບົດ” ບໍ່ໃຫ້ດຳລົງຕຳແໜ່ງ
ສື່ມວນຊົນໃນທ້ອງຖິ່ນກ່າວວ່າ ເຮືອບິນຂອງສາຍການບິນ Japan Airlines ໄດ້ຕຳກັນກັບເຮືອບິນຂອງໜ່ວຍຍາມຝັ່ງ
ຈີນພົບວ່າ ການຂັດແຍ້ງລະຫວ່າງກອງທັບ ແລະພວກກະບົດຊົນກຸ່ມນ້ອຍ ແມ່ນສັບສົນຫຼາຍ ທີ່ຈະຊຸກຍູ້ໃຫ້ມີສັນຕິພາບ ໃນເຂດຊາຍແດນ
ການປາມປາມດັ່ງກ່າວ ແນໃສ່ການຄຸມຂັງອະດີດນາຍົກລັດຖະມົນຕີ ອິມຣານ ຄານ ຂອງພັກເຕຣີກ-ອີ-ອິນຊາຟ ຂອງປາກິສຖານ ຫຼື PTI ທີ່ໄດ້ຖືກຈັດອັນດັບໃຫ້ເປັນພັກການເມືອງໃຫຍ່ທີ່ສຸດຂອງປະເທດ ອີງຕາມການຢັ່ງຫາງສຽງມະຫາຊົນ
ເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໄດ້ໂຈມຕີມະຫາວິທະຍາໄລ ແລະຫໍພິພິທະພັນ ທີ່ເຊື່ອມໂຍງກັບບັນດາຜູ້ປົກປັກຮັກສາ ເອກະລັກແຫ່ງຊາດຂອງຢູເຄຣນທີ່ໂດດເດັ່ນທີ່ສຸດ ໃນສະຕະວັດທີ 20 ສອງຄົນ ໃນວັນຈັນວານນີ້, ເຮັດໃຫ້ປະຊາຊົນໃນທ້ອງຖິ່ນ ປະຕິຍານວ່າຈະສ້ອມແປງຄວາມເສຍຫາຍດັ່ງກ່າວ
ການຍິງປືນໃຫຍ່ຖະຫລົ່ມຂອງຣັດເຊຍ ຊຶ່ງເກີດຂຶ້ນໃນລະຫວ່າງຕອນເຊົ້າເວລາຄົນເລີ້ມພາກັນໄປການນັ້ນ ຍັງໄດ້ຕັດໄຟຟ້າຢູ່ໃນຫຼາຍເຂດຂອງນະຄອນຫຼວງກີຢິບ
ສານສູງສຸດຂອງອິດສຣາແອລ ໄດ້ປະຕິເສດຕໍ່ອົງປະກອບທີ່ສຳຄັນ ຂອງການປັບປຸງຂະບວນການຍຸດຕິທຳ ທີ່ເຮັດໃຫ້ເກີດການຖົກຖຽງຂອງນາຍົກລັດຖະມົນຕີ ເບັນຈາມິນ ເນຕັນຢາຮູ
ມີຢ່າງນ້ອຍ 48 ຄົນໄດ້ຮັບການຢືນຢັນວ່າເສຍຊີວິດຈາກແຜ່ນດິນໄຫວຮຸນແຮງ ໃນວັນປີໃໝ່ ທີ່ໄດ້ເກີດຂຶ້ນຢູ່ນອກຝັ່ງຕາເວັນຕົກຂອງຍີ່ປຸ່ນ
ພົນຕີ ແດນນີລ ຮາກາຣີ ໄດ້ກ່າວວ່າ ສົງຄາມນີ້ ຄາດວ່າຈະຍັງມີຢູ່ຕໍ່ເນື່ອງ. ທ່ານກ່າວໃນວັນອາທິດຜ່ານມານີ້ ວ່າ ຈຸດປະສົງຂອງສົ່ງຄາມ “ຕ້ອງໃຫ້ການສູ້ລົບນັ້ນ ແກ່ຍາວອອກໄປ”
ອະດີດປະທານາທິບໍດີ ອ້າງເອົາການຍົກເວັ້ນຈາກການດໍາເນີນຄະດີ ໃນຂໍ້ກ່າວຫາທາງອາຍາ ໂດຍຕ້ອງການໃຫ້ມີຊື່ຂອງທ່ານ ຢູ່ໃນບັດເລືອກຕັ້ງປີ 2024 ອີກຄັ້ງ
ໂຫລດຕື່ມອີກ