ໃນລະຫວ່າງການຢຸດແວ່ຕື່ມນ້ຳມັນຢູ່ໃນລັດອາລາສການັ້ນ ທ່ານນາງເຢລເລນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ລັດຖະບານທ່ານໄບເດັນຢາກສະໜັບສະໜຸນ ອຸດສາຫະກຳແຜງເກັບແສງຕາເວັນ, ລົດໄຟຟ້າ ແລະ ໝໍ້ໄຟຂອງສະຫະລັດ ທີ່ກຳລັງເຕີບໃຫຍ່ຂະຫຍາຍໂຕ
ເກົາຫຼີເໜືອກ່າວໃນວັນພຸດມື້ນີ້ວ່າ ຕົນໄດ້ທົດລອງລູກສອນໄຟຂີປະນາວຸດໄວກວ່າສຽງ ໄລຍະກາງລຸ້ນໃໝ່ ທີ່ມີລະບົບຂັບເຄື່ອນທີ່ມີລັກສະນະເປັນທາດແຂງ ໃນຂະນະທີ່ຍັງສືບຕໍ່ຂະຫຍາຍໂຄງການນິວເຄລຍ ແລະລູກສອນໄຟຂອງຕົນ ທ່າມກາງຄວາມເຄັ່ງຕຶງທີ່ຮຸນແຮງຂຶ້ນ ກັບປະເທດເພື່ອນບ້ານ ແລະສະຫະລັດ
ຜູ້ນຳສະຫະລັດກ່າວວ່າ ອິສຣາແອລ 'ບໍ່ໄດ້ດໍາເນີນງານພຽງພໍເພື່ອປົກປ້ອງພວກພະນັກງານຊ່ວຍເຫຼືອ ທີ່ພະຍາຍາມນໍາສົ່ງຄວາມຊ່ວຍເຫຼືອທີ່ຈຳເປັນຢ່າງຍິ່ງໃຫ້ແກ່ພົນລະເຮືອນ'
ການປ່ຽນແປງຜູ້ນຳຄັ້ງທຳອິດຂອງກຳປູເຈຍໃນເກືອບ 4 ທົດສະວັດ ເຮັດໃຫ້ສະຫະລັດມີໂອກາດ ໃນການຟື້ນຟູການພົວພັນກັບ ພະນົມເປັນ ຄືນໃໝ່
“ຄຳພິພາກສານີ້ ແມ່ນໄຊຊະນະສຳລັບຄອບຄົວພວກຄົນເຂົ້າເມືອງຫຼາຍພັນຄົນ ຜູ້ທີ່ໄດ້ສູນເສຍເງິນສະສົມຕະຫຼອດຊີວິດຂອງພວກເຂົາ ແລະຕົກເປັນເປົ້າໝາຍ ແລະເປັນເຫຍື່ອຂອງບໍລິສັດ Libre” ຫົວໜ້າໄອຍະການຂອງນະຄອນນິວຢອກ ທ່ານນາງ ເລທິເຊຍ ເຈມສ໌ ໄດ້ກ່າວໃນຖະແຫລງການສະບັບນຶ່ງ
ທ່ານກົວ ໄດ້ສາລະພາບວ່າບໍ່ຜິດຕໍ່ຂໍ້ກ່າວຫາທາງອາຍາ 12 ກະທົງທີ່ລວມມີ ການສໍ້ໂກງທາງດ້ານຫຼັກຊັບ, ການສໍ້ໂກງທາງດ້ານການໂອນເງິນ, ທຸລະກຳ ດ້ານການເງິນທີ່ຜິດກົດໝາຍ ແລະການສົມຮູ້ຮ່ວມຄິດ, ພ້ອມທັງການຟອກເງິນ
ກະຊວງກະສິກຳຂອງ ສະຫະລັດ ໄດ້ປະກາດການລະບາດຂອງໄຂ້ຫວັດນົກໃນງົວນົມ 11 ຝູງຢູ່ທົ່ວລັດ ເທັກຊັສ, ແຄນຊັສ, ມິຊິແກນ ແລະ ນິວ ເມັກຊິໂກ
ທ່ານ ເຊເລັນສກີ ໄດ້ເຊັນລົງນາມໃນການຫຼຸດອາຍຸຂອງຜູ້ເຂົ້າຮັບໜ້າທີ່ທະຫານລົງ ຈາກ 27 ປີ ມາເປັນ 25 ປີ
ຈຸດສູນກາງຂອງແຜ່ນດິນໄຫວແມ່ນຕັ້ງຢູ່ 25 ກິໂລແມັດນອກຊາຍຝັ່ງກ້ຳຕາເວັນອອກຂອງເກາະ
ສຽງປືນໄດ້ດັງຂຶ້ນໃນວັນຈັນວານນີ້ ທີ່ເມືອງ ພອດ-ໂອ-ພຣິນສ໌ (Port-au-Prince) ໃກ້ກັບທຳນຽບປະທານາທິບໍດີແຫ່ງຊາດ ຖືເປັນເຫດການທີ່ຮຸນແຮງຄັ້ງຫຼ້າສຸດ ທີ່ເຮັດໃຫ້ເກີດຄວາມຮຸນແຮງໃນເຮຕີ
ທ່ານ ດໍໂນລ ທຣຳ ໄດ້ວາງເງິນຄ້ຳປະກັນມູນຄ່າ 175 ລ້ານໂດລາສະຫະລັດ ໃນຄະດີສໍ້ໂກງທາງແພ່ງ ໃນນະຄອນນິວຢອກ ເມື່ອວັນຈັນວານນີ້, ເພື່ອຫຼີກລ່ຽງການຍຶດຊັບສິນໂດຍໜ່ວຍງານຂອງລັດ ທີ່ອາດສົ່ງຜົນກະທົບຕໍ່ອານາຈັກທຸລະກິດຂອງອະດີດປະທານາທິບໍດີ ສະຫະລັດ
ການຍິງດັ່ງກ່າວ ມີຂຶ້ນບໍ່ເຖິງສອງອາທິດ ລຸນຫຼັງສື່ມວນຊົນທາງການຂອງພຽງຢາ ໄດ້ກ່າວວ່າ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ກຳກັບນຳການທົດລອງທີ່ປະສົມຜົນສຳເລັດ ຂອງເຄື່ອງຈັກທີ່ໃຊ້ເຊື້ອໄຟແຂງສຳລັບ “ລູກສອນໄຟໄວກວ່າສຽງປະເພດໃໝ່ທີ່ມີລັດສະໝີປານກາງ”
ໂຫລດຕື່ມອີກ