ຢູ່ໃນຖະແຫຼງການ ກຸ່ມຕາລີບານກ່າວວ່າ ເງື່ອນໄຂໃນການເຂົ້າຮ່ວມ ກອງປະຊຸມລະຫວ່າງປະເທດ ແມ່ນຍັງບໍ່ພຽງພໍຕາມທີ່ຕ້ອງການ
ພາຍຸລະດູໜາວທີ່ປຽກຊື້ນຫຼາຍຫົວ ໄດ້ພັດຂຶ້ນຝັ່ງທາງພາກເໜືອຂອງລັດຄາລີຟໍເນຍ ໃນວັນອາທິດວານນີ້ ໂດຍທີ່ບັນດານັກພະຍາກອນອາກາດ ເຕືອນເຖິງຄວາມເປັນໄປໄດ້ຂອງໄພອັນຕະລາຍຕ່າງໆ
ຄະນະກຳມະການອົງການໂອລິມປິກສາກົນ ຫຼື IOC ຈະບໍ່ປ່ຽນແປງກົດລະບຽບຕ່າງໆຂອງຕົນ ເພື່ອໃຫ້ນັກມວຍທີ່ຢອດຢ້ຽມ ກໍຄື ແມນນີ ແຟັກກ້ຽວ ແຂ່ງຂັນໄດ້ຢູ່ ເກມ ປາຣີສ໌ ຜູ້ທີ່ມີອາຍຸເກີນກວ່າຂີດຈຳກັດຂອງການເຂົ້າແຂ່ງເຖິງ 5 ປີ.
ນັກວິເຄາະບາງຄົນກ່າວວ່າ ປັກກິ່ງ ກໍາລັງພະຍຍາມທໍາລາຍການຄວບຄຸມຂອງໄຕ້ຫວັນ ຢູ່ບໍລິເວນຊາຍຝັ່ງຂອງບັນເກາະຕ່າງໆ ແລະຍັງຄົງກົດດັນຕໍ່ລັດຖະບານໃໝ່ ທີ່ກໍາລັງເຂົ້າມາກໍາອໍານາດ
ຄະນະໄອຍະການຂອງໄທ ຈະທຳການສືບສວນສອບສວນຕື່ມອີກວ່າ ອະດີດນາຍົກລັດຖະມົນຕີ ທ່ານທັກສິນ ຊິນນະວັດ ໄດ້ລະເມີດກົດໝາຍວ່າດ້ວຍການໝິ່ນປະໝາດກະສັດ ຫຼື ບໍ່
ທ່ານ ກິຊິດະ ກ່າວວ່າ 'ການສົ່ງເສີມການຟື້ນຟູເສດຖະກິດຄືນໃໝ່ ບໍ່ພຽງແຕ່ເປັນການລົງທຶນສໍາລັບອະນາຄົດຂອງຢູເຄຣນເທົ່ານັ້ນ, ແຕ່ຍັງເປັນການລົງທຶນຢູ່ໃນຍີ່ປຸ່ນ ແລະໃນທົ່ວໂລກອີກດ້ວຍ'
ຈີນ ເວົ້າວ່າເຂົາເຈົ້າແມ່ນບໍ່ເຂົ້າຂ້າງໃຜໃນບັນຫາຂັດແຍ້ງ ຢູເຄຣນ ແຕ່ຖືກຕຳໜິວິຈານສຳລັບການປະຕິເສດທີ່ຈະກ່າວປະນາມ ມົສກູ ສຳລັບການໂຈມຕີຂອງພວກເຂົາ.
ກອງກຳລັງສະຫະລັດ ໃນທະເລແດງ “ປະສົບຜົນສຳເລັດໃນການໂຈມຕີ ປ້ອງກັນຕົນເອງ 5 ຄັ້ງ” ເພື່ອສະກັດກັ້ນການໂຈມຕີທາງບົກ ແລະທາງທະເລ ຈາກເຂດທີ່ຄວບຄຸມໂດຍກຸ່ມຮູຕີ ຂອງເຢເມນ, ທຳນຽບຫ້າແຈ ກ່າວໃນວັນອາທິດ ວານນີ້, ອີງຕາມອົງການຂ່າວເອເອັຟພີ.
ບັນດານັກວິຈານດ້ານການເມືອງຕໍ່ວັງເຄຣັມລິນ, ນັກສືບຝ່າຍກົງກັນຂ້າມ ແລະ ນັກຂ່າວສືບສວນສອບສວນໄດ້ຖືກຂ້າຕາຍ ຫຼື ທຳຮ້າຍຮ່າງກາຍໃນຫຼາຍຮູບແບບ
ອົງການປະຕິບັດການການຄ້າທາງທະເລ ສະຫະຣາຊະອານາຈັກອັງກິດ ກ່າວວ່າ “ກຳປັ່ນໄດ້ຈອດຢູ່ ແລະ ລູກເຮືອທຸກຄົນແມ່ນປອດໄພ.”
ນັກຂ່າວຊາວຝຣັ່ງຄົນນຶ່ງທີ່ເອີ້ນ ອິນເດຍວ່າບ້ານມາເປັນເວລາຫຼາຍກວ່າ 2 ທົດສະວັດ ໄດ້ຖືກບັງຄັບໃຫ້ກັບຄືນປະເທດຝຣັ່ງ ຫຼັງຈາກເຈົ້າໜ້າທີ່ອິນເດຍ ໄດ້ກ່າວຫານາງວ່າ ຂຽນບົດລາຍງານທີ່ “ມີຈຸດປະສົງບໍ່ດີ ແລະມີລັກສະນະວິພາກວິຈານ”, “ທີ່ບໍ່ເປັນຜົນດີຕໍ່ອະທິປະໄຕ ແລະສິດອັນຊອບທຳຂອງອິນເດຍ.”
The latest meeting of the group of more than 50 nations comes ahead of a NATO defense ministers' gathering
ໂຫລດຕື່ມອີກ