ໃນຂະນະທີ່ເພີ້ມທະວີ ການເປັນປໍລະປັກ ຕໍ່ເກົາຫຼີໃຕ້ ຜູ້ນຳຂອງເກົາຫຼີເໜືອ ກິມ ຈົງ ອຶນຊ້ຳພັດໄດ້ສົ່ງສານ ສະແດງຄວາມເສຍໃຈ ໄປຫານາຍົກລັດຖະມົນຕີກິຊິດະ ຂອງຍີ່ປຸ່ນ
ໂດຍຄວາມສົນໃຈໄດ້ສຸມໃສ່ເລື້ອງບັນຫາຂັດແຍ້ງຢູ່ໃນເຂດຕາເວັນອອກກາງແລະການໂຈມຕີຂອງກຸ່ມຮູຕີ ຕໍ່ກຳປັ່ນພານິດໃນທະເລແດງເປັນສ່ວນໃຫຍ່ ທ່ານເຊເລັນສກີ ຈຶ່ງໄດ້ນຳໃຊ້ເວທີໃນດາໂວສ ເພື່ອຢ້ຳເຕືອນຄວາມສົງຈຳແກ່ໂລກ ໃນສິ່ງທີ່ເປັນການເດີມພັນໃນສົງຄາມຕໍ່ຕ້ານ ພວກບຸກລຸກຣັດເຊຍຕໍ່ປະ ເທດທ່ານນັ້ນ
ການເຄື່ອນໄຫວນັ້ນມີຂຶ້ນຂະນະທີ່ກຸ່ມຮູຕີ ໄດ້ເລີ້ມຕົ້ນການໂຈມຕີສິບກວ່າຄັ້ງຕໍ່ກຳປັ່ນພານິດຢູ່ໃນທະເລແດງ. ກຸ່ມນີ້ ກ່າວວ່າ ການໂຈມຕີກຳປັ່ນຂອງຕົນນັ້ນ ເປັນການຕອບໂຕ້ ຕໍ່ປະຕິບັດການທາງທະຫານຂອງອິສຣາແອລ ຢູ່ໃນກາຊາ ພາຍຫຼັງຈາກການໂຈມຕີຂອງກຸ່ມຮາມາສຕໍ່ອິສຣາແອລ ໃນວັນທີ 7 ຕຸລາ
ທໍານຽບຂາວ ມີຄວາມກັງວົນເພີ້ມຂຶ້ນໃນຄວາມຄັດແຍ້ງກ່ຽວກັບ ຂໍ້ຕົກລົງທີ່ກໍ່ໃຫ້ເກີດການໂຕ້ແຍ້ງ ລະຫວ່າງ ເອທີໂອເປຍ ແລະພາກພື້ນໂຊມາລີແລນ ທີ່ແຍກອອກຈາກໂຊມາເລຍ
ການໂຈມຕີໂດຍລູກສອນໄຟຂອງ ຣັດເຊຍ ໃສ່ເມືອງຄາກີບ ເຮັດໃຫ້ມີຜູ້ບາດເຈັບ 17 ຄົນ
ທ່ານ ດໍໂນລ ທຣຳ ໃນຕອນກາງຄືນວັນຈັນທີ່ຜ່ານມາ ໄດ້ຮັບໄຊຊະນະໃນກອງປະຊຸມການເລືອກຕັ້ງ ປະທານາທິບໍດີລັດຂອງພັກຣີພັບລີກັນ ໃນລັດໄອໂອວາ
ຕົວເລກທີ່ເປັນທາງການ ໄດ້ສະແດງໃຫ້ເຫັນໃນວັນພຸດວານນີ້ວ່າ ເສດຖະກິດຂອງຈີນໃນປີກາຍນີ້ໄດ້ເຕີບໂຕໃນອັດຕາທີ່ຊ້າທີ່ສຸດໃນຮອບສາມທົດສະວັດທີ່ຜ່ານມາ, ເນື່ອງຈາກໄດ້ຮັບຜົນກະທົບຈາກວິກິດການຊັບສິນທີ່ຊຸດໂຊມ, ການຊົມໃຊ້ທີ່ຊ້າລົງ ແລະ ຄວາມວຸ້ນວາຍໃນໂລກ
ມີປະມານ 20 ກວ່າຄົນໃນຈໍານວນໂຕປະກັນ 132 ຄົນທີ່ຍັງຄົງຖືກຄວບຄຸມໂຕຢູ່ນັ້ນ ອາດເສຍຊີວິດແລ້ວ
ໜ່ວຍທະຫານຊີລ ໄດ້ຂຶ້ນໄປເທິງເຮືອສຳເພົາທີ່ກຳລັງແລ່ນຢູ່ໃກ້ແຄມຝັ່ງທະເລຂອງໂຊມາເລຍໃນເຂດນ່ານນ້ຳສາກົນຂອງທະເລອາຣາເບຍ ແລ້ວໄດ້ຢຶດເອົາລູກສອນໄຟຂີປະນາວຸດແລະລູກສອນໄຟນຳວິຖີ ທີ່ຜະລິດໂດຍອີຣ່ານ ລວມທັງເຄື່ອງຂັບເຄື່ອນ ເຄື່ອງນຳວິຖີ ແລະຫົວອາວຸດສົງຄາມສຳລັບລູກສອນໄຟຂີປະນາວຸດລັດສະໝີປານກາງຂອງຮູຕີ ແລະລູກສອນໄຟນຳວິຖີຕໍ່ຕ້ານກຳປັ່ນ
ຈີນ ຮຽກໂຕເອກອັກຄະລັດຖະທູດຟີລິບປິນເຂົ້າພົບ ໃນວັນອັງຄານວານນີ້ ເພື່ອປະທ້ວງ ການສົ່ງສານສະແດງຄວາມຍິນດີ ຂອງປະທານາທິບໍດີເຟີດີນານ ມາກອສ ໄປຍັງປະທານາທິບໍດີ ນິຍົມເອກກະລາດ ທີ່ໄດ້ຮັບເລືອກໃໝ່ ຂອງໄຕ້ຫວັນ
ຣ່ານກ່າວວ່າ ຕົນໄດ້ທຳການໂຈມຕີ ທີ່ໝັ້ນຂອງກຸ່ມກຳລັງປະກອບອາວຸດຊຸນນີ່ ຈາອິສ ອາລ ອາແດລ ທີ່ຖືກກ່າວຫາວ່າ ໃຫ້ບ່ອນຫຼົບລີ້ ຢູ່ໃນເຂດຊາຍແດນ ຟາກປາກິສຖານ
ການໂຈມຕີດັ່ງກ່າວມີຂຶ້ນ ທ່າມກາງຄວາມເປັນຫ່ວງກ່ຽກັບການທະວີຂຶ້ນຂອງບັນຫາຂັດແຍ້ງທີ່ໄດ້ແຜ່ຂະຫຍາຍອອກໄປທົ່ວເຂດຕາເວັນອອກກາງ ນັບຕັ້ງແຕ່ສົ່ງຄາມລະຫວ່າງອິສຣາແອລ ແລະກຸ່ມອິສລາມຮາມາສຂອງປາແລັສໄຕນ໌ ໄດ້ເລີ້ມຕົ້ນຂຶ້ນໃນວັນທີ 7 ຕຸລາ ປີກາຍນີ້
ໂຫລດຕື່ມອີກ