ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ໄດ້ເດີນທາງກັບຄືນມາ ນະຄອນຫຼວງວໍຊິງຕັນ ຈາກຕາເວັນອອກກາງ ໃນວັນພະຫັດວານນີ້ ໂດຍບໍ່ມີຂໍ້ຕົກລົງໃໝ່ ສຳລັບການຢຸດຍິງ ໃນສົງຄາມ 4 ເດືອນ ຂອງອິສຣາແອລ-ກຸ່ມຮາມາສ ໃນເຂດກາຊາ ຫຼືການປົດປ່ອຍຕົວປະກັນ ທີ່ຖືກຈັບໂດຍພວກຫົວຮຸນແຮງ ຕືີ່ມອີກ ຢູ່ໃນມື
ເຈົ້າໜ້າທີ່ສະຫະລັດ ໄດ້ກ່າວຍ້ອງຍໍລັດຖະບານແບັກແດດວ່າ ເປັນພາຄີທີ່ດີ ໂດຍເວົ້າວ່າ ມັນບໍ່ມີຄວາມຈຳເປັນ ທີ່ຈະທຳການໂຈມຕີທາງອາກາດ ຖ້າກຳລັງທະຫານອາເມຣິກັນ ບໍ່ໄດ້ຖືກໂຈມຕີກ່ອນ
ມີການກ່າວຫາຢ່າງກວ້າງຂວາງວ່າ ລັດຖະບານຊົ່ວຄາວໄດ້ພະຍາຍາມ ທີ່ຈະຫາທາງສໍ້ໂກງຄະແນນສຽງ
ການຂັດຂວາງການບໍລິການໂທລະສັບແມ່ນມີຈຸດປະສົງເພື່ອ “ຫຼຸດຜ່ອນຄວາມເປັນໄປໄດ້ຂອງໄພຂົ່ມຂູ່ດ້ານຄວາມປອດໄພ”
ເຈົ້າໜ້າທີ່ຢູເຄຣນລາຍງານໃນວັນພະຫັດມື້ນີ້ວ່າ ຣັດເຊຍໄດ້ໂຈມຕີໃນຊ່ວງຂ້າມຄືນດ້ວຍເຮືອບິນບໍ່ມີຄົນຂັບ 17 ລຳ ຊຶ່ງໄດ້ສ້າງຄວາມເສຍຫາຍ ໃນເຂດມິໂກລິຟ (Mykolaiv) ແລະ ໂອເດຊາ (Odesa) ແຕ່ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ
ສານລັດຖະທຳມະນູນ ໄດ້ຕັດສິນເມື່ອອາທິດແລ້ວນີ້ວ່າ ພັກກ້າວໄກ ມີວາລະທີ່ລີ້ລັບ ເພື່ອບ່ອນທຳລາຍສະຖາບັນກະສັດພາຍໃຕ້ລັດຖະທຳມະນູນຂອງປະ ເທດ ໂດຍການປຸກລະດົມເພື່ອໃຫ້ປະຕິຮູບກົດໝາຍວ່າດ້ວຍການໝິ່ນປະໝາດ ທີ່ລົງໂທດຜູ້ໃດກໍຕາມທີ່ໃສ່ຮ້າຍຕໍ່ຣາຊະວົງ ທີ່ມີອຳນາດຂອງໄທ ດ້ວຍໂທດຈຳຄຸກ 15 ປີ
“ມີຄວາມໂກດແຄ້ນແລະຄວາມກຽດຊັງ ແລະສຽງນອງນັນຫຼາຍເກີນໄປຢູ່ໂລກຂອງພວກເຮົາໃນມື້ນີ້” ທ່ານເລຂາທິການໃຫຍ່ ໄດ້ກ່າວຕໍ່ບັນດາປະເທດສະມາ ຊິກທັງຫຼາຍຂະນະທີ່ທ່ານນຳສະເໜີບູລິມະສິດຕ່າງໆຂອງທ່ານສຳລັບປີ 2024
ປັດຈຸບັນ, ບັນດາສະມາຊິກສະພາ ຈັດການລົງຄະແນນສຽງສໍາລັບການຊ່ວຍເຫຼືອດ້ານການຕ່າງປະເທດສອງຝ່າຍ
ອົງການຕ່າງໆຂອງສະຫະລັດ ລະບຸວ່າ ກຸ່ມທີ່ເປັນໄພຂົ່ມຂູ່ທາງໄຊເບີ້ຊື່ວ່າ Volt Typhoon ໄດ້ “ຕັ້ງໂຕມັນເອງ ເພື່ອເປີດການໂຈມຕີທໍາລາຍທາງອິນໄຊເບີ້ທີ່ເປັນໄພຂົ່ມຂູ່ຕໍ່ຄວາມປອດໄພທາງຮ່າງກາຍຂອງຊາວອາເມຣິກາ"
ກອງທັບສະຫະລັດ ກ່າວວ່າ ຕົນໄດ້ທໍາການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບໃສ່ລົດຄັນນຶ່ງໃນນະຄອນແບັກແດດ ເຊິ່ງໄດ້ສັງຫານຜູ້ນໍາຂອງກຸ່ມຫົວຮຸນແຮງທີ່ໄດ້ຮັບການສະໜັບສະໜູນຈາກອີຣ່ານ
ການປະຊຸມຕ່າງໆໄດ້ມີຂຶ້ນໃນຂະນະທີ່ ອິສຣາແອລ ແລະ ກຸ່ມຮາມາສ ພິຈາລະນາຂໍ້ສະເໜີສຳລັບການຢຸດຍິງຊົ່ວຄາວ ທີ່ຈະລວມມີການຢຸດຕໍ່ສູ້ ແລະ ປ່ອຍຕົວປະກັນຈາກ ກາຊາ
ການເສຍຊີວິດຂອງຊາວບ້ານບັງກລາແດັສ ໃນເຂດຊາຍແດນ ພ້ມກັບຄວາມວຸ້ນວາຍ ທີ່ລັດຣາໄຄນ໌ ຂອງມຽນມາ ໄດ້ກົດດັນໃຫ້ດາກາ ແກ້ໄຂວິກິດການອົບພະຍົບ
ໂຫລດຕື່ມອີກ