ທ່ານໂຮເສ ແມນູແອລ ໂຣມາລເດສ ໄດ້ກ່າວໃນວັນພຸດຜ່ານມາວ່າ ໃນຂະນະທີ່ສະຫະລັດເຫັນທັງບັນຫາຂອງທະເລຈີນໃຕ້ ແລະບັນຫາຂັດແຍ້ງຂອງໄຕ້ຫວັນທີ່ອາດເກີດຂຶ້ນໄດ້ນັ້ນ ຄື “ຄວາມເປັນຫ່ວງຢ່າງຈິງຈັງ” ຊຶ່ງທ່ານເຊື່ອວ່າ “ເປັນຈຸດຮ້ອນແຮງແທ້ໆຢູ່ທະເລຕາເວັນຕົກຂອງຟີລິບປິນ” ເມື່ອຄຳນຶ່ງເຖິງ “ການປະທະກັນທັງຫຼາຍເຫຼົ່ານີ້ ທີ່ເກີດຂຶ້ນຢູ່ທີ່ນັ້ນ”
ໃນອາທິດທີ່ຜ່ານມາ, ໄທໄດ້ຊ່ວຍອຳນວຍຄວາມສະດວກໃຫ້ແກ່ການຍົກຍ້າຍຊາວຈີນ ປະມານ 900 ຄົນ ທີ່ຕິດຢູ່ໃນສູນກາງຂອງການຫຼອກລວງຕ່າງໆ ໃນເມືອງເຂດຊາຍແດນມຽນມາ ກັບຄືນສູ່ຈີນ, ທ່ານນາຍົກລັດຖະມົນຕີ ເສດຖາ ທະວີສິນ ກ່າວໃນວັນອາທິດວານນີ້
ພວກຜູ້ລົງຄະແນນສຽງເລືອກຕັ້ງ ຈະມຸ່ງໜ້າໄປປ່ອນບັດຢູ່ໃນ 15 ລັດຂອງສະຫະລັດ ແລະຊາວອາເມຣິກັນ ຊາມົວ ໃນວັນອັງຄານມື້ອື່ນນີ້ ເຊິ່ງເປັນມື້ທີ່ໃຫຍ່ທີ່ສຸດຂອງການລົງຄະແນນສຽງເລືອກຕັ້ງຂັ້ນຕົ້ນ ສຳລັບການເລືອກຕັ້ງປະທານາທິບໍດີ, ໂດຍທີ່ປະທານາທິບໍດີ ໂຈ ໄບເດັນ ແລະອະດີດປະທານາທິບໍດີ ດໍໂນລ ທຣຳ ຄາດວ່າ ຈະໄດ້ຮັບໄຊຊະນະຫຼາຍຂຶ້ນ
ລັດຖະບານແມ່ນໄດ້ເຮັດວຽກກັບ ອີຈິບ ແລະ ກາຕ້າ ເພື່ອໄກ່ເກ່ຍການຢຸດຕໍ່ສູ້ ໄລຍະ 6 ອາທິດ
ການຈົມລົງຂອງກຳປັ່ນ ຣູບີມາ (Rubymar) ອາດກໍ່ໃຫ້ເກີດຄວາມເສຍຫາຍຕໍ່ລະບົບນິເວດໃນທະເລແດງ ແລະ ປະກາລັງຂອງມັນ
ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລມີເມຍ ເຊເລັນສກີ ຮຽກຮ້ອງໃຫ້ຊາວໂລກ “ຕອບໂຕ້ທຸກການກະທຳທີ່ຊົ່ວຮ້າຍຂອງຣັດເຊຍ ແລະຕໍ່ຕ້ານການກະທຳຂອງຣັດເຊຍ” ໃນຂະນະທີ່ຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນ ໃນວັນອາທິດວານນີ້ ທີ່ເມືອງທ່າເຮືອ ໂອເດຊາ ຂອງຢູເຄຣນ ຫຼັງຈາກເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໄດ້ໂຈມຕີຕຶກແຖວອາພາດເມັນ ໃນວັນເສົາ
ຫ້ອງການໄອຍະກາ ສະຫະລັດ ຂອງລັດ ແມສຊາຈູເຊັດສ໌ ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນເພີ່ມເຕີມ. ທະນາຍຄວາມຄົນນຶ່ງຂອງທ່ານ ເທເຊຣາ ກໍບໍ່ໄດ້ຕອບຂໍ້ຄວາມທາງໂທລະສັບໃນທັນທີ ເມື່ອວັນພະຫັດວານນີ້
ການສິ້ນສຸດໄດ້ມີຂຶ້ນຂະນະທີ່ບັນດາຜູ້ຄວບຄຸມການບິນ ໄດ້ຮັບຮູບພາບອັນສຸດ ທ້າຍຈາກຍານ Odysseus ແລະໄດ້ອອກຄຳສັ່ງແກ່ຄອມພິວເຕີ ແລະລະບົບ ພະລັງງານຂອງມັນໃຫ້ກຽມພ້ອມປະຕິບັດການ
ໜັງສືພິມ ພະນົມເປນ ໂພສ ທີ່ພິມຈຳໜ່າຍຈາກນະຄອນຫຼວງຂອງກຳປູເຈຍ ເປັນເວລາຫຼາຍກວ່າ 3 ທົດສະວັດ ກ່າວໃນວັນສຸກມື້ນີ້ວ່າ ຕົນຈະຢຸດການພິມຈຳໜ່າຍສະບັບພາສາອັງກິດ ແລະພາສາຂະເໝນ ໃນທ້າຍເດືອນນີ້ ທ່າມກາງລາຍໄດ້ ແລະຈຳນວນຜູ້ອ່ານທີ່ຕົກຕໍ່າລົງ ແລະການທີ່ຜູ້ຖືຮຸ້ນ ບໍ່ສາມາດທີ່ຈະ “ແບກຮັບການສູນເສຍລາຍຮັບດັ່ງກ່າວໄດ້.”
ຜູ້ສະຫນັບສະຫນຸນຂອງທ່ານກ່າວວ່າ ໂບດຫຼາຍໆແຫ່ງໃນນະຄອນຫຼວງມົສກູ ໄດ້ປະຕິເສດທີ່ຈະໃຫ້ມີການຈັດພິທີສົ່ງສະການແກ່ ທ່ານ ນາວາລນີ
ສະຫະລັດ ໄດ້ຫັນຫາ ຈີນ ເພື່ອຊ່ວຍຄວບຄຸມການປະຕິບັດການຍິງລູກສອນໄຟທີ່ເປັນໄພຂົ່ມຂູ່ຂອງ ເກົາຫຼີເໜືອ
ຄວາມຮຸນແຮງຄັ້ງຫຼ້າສຸດ ໄດ້ເຮັດໃຫ້ຈໍານວນຜູ້ເສຍຊີວິດຂອງຊາວປາແລັສໄຕນ໌ໃນສົງຄາມເປັນເວລາເກືອບ 5 ເດືອນຜ່ານມານີ້ ເພີ້ມຂຶ້ນຫຼາຍກວ່າ 30,000 ຄົນ, ພ້ອມດ້ວຍຜູ້ບາດເຈັບອີກ 70,000 ຄົນ
ໂຫລດຕື່ມອີກ