ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້ເລື່ອນການລົງຄະແນນສຽງ ໃນວັນພຸດວານນີ້ ເພື່ອຂໍການສະໜັບສະໜຸນ ຈາກສະຫະລັດ ໃນມະຕິທີ່ຊອກຫາວິທີອຳນວຍຄວາມສະດວກ ໃນການຂະຫຍາຍຂະໜາດ ການຈັດສົ່ງຄວາມຊ່ວຍເຫຼືອໄປທີ່ເຂດກາຊາ ຊຶ່ງອົງການອາຫານໂລກກ່າວວ່າ ປະຊາກອນ ເຄິ່ງນຶ່ງກຳລັງອຶດຫິວ ທ່າມກາງການໂຈມຕີທາງທະຫານຂອງອິສຣາແອລ
ປາກິສຖານກ່າວຫາວ່າ ພວກຫົວຮຸນແຮງຕໍ່ຕ້ານລັດຖະບານ ໄດ້ໃຊ້ອາວຸດທີ່ສະຫະລັດປະໄວ້ ທຳການໂຈມຕີຂ້າມຊາຍແດນເພີ້ມຂຶ້ນ
ເກົາຫຼີເໜືອໄດ້ກ່າວໃນອາທິດນິ້ວ່າ ຕົນໄດ້ທົດລອງ ລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື ICBM ຊະນິດໃໝ່ສຸດ ໃນມື້ວັນຈັນແລ້ວ ເພື່ອປະເມີນຄວາມພ້ອມ ໃນການເຮັດສົງຄາມ ຂອງກຳລັງນິວເຄລຍ
ນຶ່ງໃນຂໍ້ສະເໜີທີ່ໄດ້ຮັບການພິຈາລະນາແມ່ນວ່າ ຈະເສີມສ້າງບັນດາສະມາຊິກກອງກຳລັງຮັກສາຄວາມປອດໄພຂອງ PA ຢູ່ໃນກາຊາ ເພື່ອສ້າງຕັ້ງໃຫ້ເປັນ “ກຸ່ມກ້ອນທີ່ໜຽວແໜ້ນ” ຂອງກອງກຳລັງຮັກສາສັນຕິພາບ ຢ່າງກວ້າງຂວາງ ພາຍຫຼັງສົງຄາມ
ທ່ານໂວໂລດີເມຍ ເຊເລັນສກີ ກ່າວວ່າ ການຊັກຊ້າ ກ່ຽວກັບການແລກປ່ຽນນັກໂທດກັບມົສກູ ຫວ່າງມໍ່ໆມານີ້ ເນື່ອງຈາກ 'ເຫດຜົນ' ທີ່ບໍ່ໄດ້ລະບຸຂອງຝ່າຍ ຣັດເຊຍ
ອະດີດທະຫານຣັດເຊຍຄົນນຶ່ງ ໄດ້ຂໍລີ້ໄພຢູ່ໃນປະເທດເນເທີແລນ ແລະຕ້ອງ ການເປັນພະຍານຢູ່ສານອາຍາສາກົນ (ICC) ກ່ຽວກັບອາຊະຍາກຳສົງຄາມໂດຍຣັດເຊຍ ທີ່ລາວໄດ້ເຫັນໃນຂະນະທີ່ກຳລັງສູ້ລົບຢູ່ໃນຢູເຄຣນ, ແຫຼ່ງຂ່າວທາງກົດໝາຍຂອງເນເທີແລນ ກ່າວຕໍ່ ອົງການຂ່າວ ຣອຍເຕີສ໌ ໃນວັນອັງຄານວານນີ້
ບັນດາປະເທດມະຫາອຳນາດຂອງໂລກກ່າວວ່າ ປະຊາຄົມສາກົນຕ້ອງໄດ້ຕອບໂຕ້ຢ່າງໜັກແໜ້ນ ແລະເປັນເອກະພາບກັນ ຕໍ່ການເກັບສະສົມອາວຸດນິວເຄລຍ ແລະການຍິງລູກສອນໄຟ ທີ່ 'ຂາດຄວາມຮັບຜິດຊອບ' ຂອງເກົາຫຼີເໜືອ
ກອງທັບ ຢູເຄຣນ ໄດ້ກ່າວວ່າ ລະບົບປ້ອງກັນໄພທາງອາກາດຂອງ ຢູເຄຣນ ໄດ້ຍິງໂດຣນຕົກ 18 ຈາກ 19 ລຳ
ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈະບໍ່ປາກົດຕົວໃນການເລືອກຕັ້ງຂັ້ນຕົ້ນ ໃນລັດໂຄໂລຣາໂດ, ສານສູງສຸດຂອງລັດ ໄດ້ຕັດສິນໃນວັນອັງຄານວານນີ້ ໃນການຕັດສິນໃຈທີ່ ຖືກຕິດຕາມເບິ່ງຢ່າງໃກ້ຊິດ ທ່າມກາງຄວາມພະຍາຍາມທີ່ຄ້າຍຄືກັນຢູ່ໃນລັດອື່ນໆ ເພື່ອຈະຕັດສິດທ່ານ ຈາກການສະໝັກຮັບເລືອກຕັ້ງຄືນໃໝ່
ໃນນະຄອນນິວຢອກ ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ເລື່ອນການລົງຄະແນນສຽງຕໍ່ຍັດຕິທີ່ຮຽກຮ້ອງໃຫ້ຢຸດການສູ້ລົບໄວ້ຊົ່ວຄາວເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງການຊ່ອຍເຫຼືອຂະໜາດໃຫຍ່ໄປໃຫ້ພົນລະເມືອງກາຊາ ທີ່ຕ້ອງການອາຫານ ນ້ຳ ແລະຢາ ຢ່າງຮີບດ່ວນ
ໂຮງໝໍ ອາລ ນາສເຊີ ໃນເມືອງ ຄານ ຢູນິສ ທາງພາກໃຕ້ຂອງເຂດກາຊາ, ຖືກໂຈມຕີດ້ວຍການລະດົມຍິງສອງຄັ້ງໃນ 48 ຊົ່ວໂມງທີ່ຜ່ານມາ
ເກົາຫຼີເໜືອຊອກສະແຫວງຫາອາວຸດທີ່ມີເທັກໂນໂລຈີ ກ້າວໜ້າທັນສະໄໝຈາກຣັດເຊຍ ເພື່ອແລກກັບການສະໜັບສະໜຸນທາງດ້ານວັດຖຸແກ່ຣັດເຊຍ ໃນການສູ້ລົບໃນຢູເຄຣນ
ໂຫລດຕື່ມອີກ