ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ກ່າວໃນວັນພະ ຫັດວານນີ້ວ່າ ທ່ານໄດ້ບອກກັບສະຫະລັດວ່າ ທ່ານຄັດຄ້ານການສະໜັບສະໜຸນທີ່ມີມາເປັນເວລາຍາວນານ ຂອງວໍຊິງຕັນ ໃນການສ້າງລັດປາແລັສໄຕນ໌ ໃຫ້ເປັນສ່ວນນຶ່ງຂອງການຕົກລົງຫຼັງສົງຄາມ ລະຫວ່າງອິສຣາແອລ ກັບພວກຫົວຮຸນແຮງ ຮາມາສ.
ຂະນະດຽວກັນ ຜູ້ນຳພວກກໍ່ການຮ້າຍຮູຕີ ກໍໄດ້ໃຫ້ການຄ້ຳປະກັນ ໃນດ້ານຄວາມປອດໄພ ແກ່ກຳປັ່ນຈີນ ແລະຣັດເຊຍ
ໃນຂະນະທີ່ມຽນມາ ຕິດອັນດັບທີ 2 ຈາກຂີ້ຮ້າຍສຸດ ໃນການຄຸມຂັງນັກຂ່າວ ຢູ່ໃນທົ່ວໂລກ ພວກນັກວິເຄາະຫວັງວ່າ ສະພາອົງການຂ່າວ ຈະຊ່ວຍຊຸກຍູ້ສື່ມວນຊົນ
ລັດຖະມົນຕີການຕ່າງປະເທດສະຫະລັດ ເດີນທາງໄປຢ້ຽມຢາມ ທະວີບອາຟຣິກາຄັ້ງທີ 4 ໂດຍຈະຢຸດແວ່ທີ່ເຄບເວີດ ໄອວໍຣີໂຄສທ໌ ໄນຈີເຣຍ ແລະອັງໂກລາ
ຕຳຫຼວດໄດ້ກ່າວຕໍ່ອົງການຂ່າວເອແອັຟພີ ວ່າ ທາງການຍັງກວດກາເບິ່ງ ຈຳນວນການເສຍຊີວິດ ທີ່ເປັນທາງການຢູ່
ອະດີດປະທານາທິບໍດີ ກ່າວບໍ່ພໍໃຈສຽງດັງ ກ່ຽວກັບການເປັນພະຍານຂອງແມ່ຍິງຄົນນຶ່ງທີ່ວ່າ ທ່ານເຮັດໃຫ້ນາງເສຍຊື່ສຽງ ລຸນຫຼັງທີ່ນາງກ່າວຫາທ່ານວ່າ ລ່ວງລະເມີດທາງເພດ
ປະທານາ ທິບໍດີ ໂຈ ໄບເດັນ ໄດ້ຈັດກອງປະຊຸມກັບບັນດາຜູ້ນຳຂັ້ນສູງສຸດຂອງລັດຖະສະ ພາ ຢູ່ທີ່ທຳນຽບຂາວ ເພື່ອກົດດັນໃຫ້ຮັບເອົາຊຸດງົບປະມານມູນຄ່າ 110 ຕື້ໂດລາ ທີ່ລວມທັງຂໍ້ຕົກລົງທີ່ອາດເປັນໄປໄດ້ ໃນດ້ານຄົນເຂົ້າເມືອງ
ຣັດເຊຍ ແລະຢູເຄຣນ ຕ່າງກໍລາຍງານ ວ່າໄດ້ຂັດຂວາງການໂຈມຕີດ້ວຍເຮືອ ບິນບໍ່ມີຄົນຂັບ ໂດຍອີກຝ່າຍນຶ່ງ ໃນວັນພະຫັດວານນີ້
ປາກິສຖານກ່າວໃນວັນພະຫັດວານມື້ນີ້ວ່າ ກອງທັບຂອງຕົນໄດ້ທຳການໂຈມຕີໃສ່ “ບ່ອນຫຼົບລີ້ຂອງພວກກໍ່ການຮ້າຍ” ຢູ່ໃນອີຣ່ານ ທີ່ເປັນປະເທດເພື່ອນບ້ານ ສອງມື້ ຫຼັງຈາກເຕຫະຣ່ານ ໄດ້ຖິ້ມລະເບີດ ໃສ່ອັນທີ່ຕົນເວົ້າວ່າເປັນ “ພວກກໍ່ການຮ້າຍຂອງອີຣ່ານ” ທີ່ຫຼົບລີ້ ຢູ່ໃນດິນແດນປາກິສຖານ
ເຈົ້າໜ້າທີ່ກ່າວວ່າ ລະບົບສາທາລະນະສຸກຢູ່ໃນຂົງເຂດດັ່ງກ່າວ ກໍາລັງຊຸດໂຊມລົງຢ່າງວ່ອງໄວ, ແລະປັດຈຸບັນນີ້ ກໍມີຄວາມຕ້ອງການພະນັກງານ ພ້ອມທັງການສະໜອງເຄື່ອງຊ່ວຍເຫຼືອ ແລະການເຂົ້າເຖິງເພີ້ມຂຶ້ນ ຢ່າງຮີບດ່ວນ
ຖະແຫຼງການຂອງ USCENTCOM ກ່າວວ່າ ລູກສອນໄຟດັ່ງກ່າວ ຖືກບັນຈຸເພື່ອຍິງອອກໄປ ແລະ'"ເກືອບເປັນໄພຂົ່ມຂູ່ຕໍ່ກຳປັ່ນສິນຄ້າ ພ້ອມດ້ວຍກຳປັ່ນຂອງກອງທັບເຮືອສະຫະລັດ ຢູ່ໃນພາກພື້ນ'
ຢາປົວພະຍາດສໍາລັບຕົວປະກັນ ທີ່ກຸ່ມຫົວຮຸນແຮງ ຮາມາສ ຈັບໄວ້ຢູ່ໃນເຂດກາຊາ ຈະໄດ້ຮັບການຈັດສົ່ງ ໃນວັນພຸດວານນີ້ ພາຍໃຕ້ການຕົກລົງ ທີ່ຝຣັ່ງ ແລະກາຕາ ເປັນຜູ້ໄກ່ເກ່ຍ.
ໂຫລດຕື່ມອີກ