ປະທານາທິບໍດີ ສີ ຈີ່ນຜິງ ຂອງຈີນ ເຄີຍເປັນເພື່ອນຂອງທ່ານ ທຣຳ ແລະ ເປັນຄົນດີຫຼາຍ ແຕ່ຄວາມສຳພັນກັບເຄັ່ງຕຶງ.
ສະມາຊິກສະພາຫຼາຍຄົນ ສະຫນັບສະຫນູນເປົ້າຫມາຍທີ່ກຳນົດໄວ້ຂອງ ໂດຈ (DOGE) ໃນການຕັດລາຍຈ່າຍຂອງລັດຖະບານ.
ຜົນງານຫລ້າສຸດຈາກຄ້າຍ ມາຣ໌ເວລ ວ່າດ້ວຍຮູບເງົາປະເພດຊຸບເປີຮີໂຣ້ພັນດິບ “ເຄຣເວັ້ນ ເດິະ ຮັນເຕີ້” (Kraven the Hunter) ລົ້ມບໍ່ເປັນທ່າໃນການເປີດ ສາຍໃນອາທິດທຳອິດ ຂະນະທີ່ເຈົ້າຂອງຕຳແໜ່ງຮູບເງົາທີ່ສ້າງລາຍໄດ້ສູງສຸດ ປະຈຳສັບປະດາ ຍັງຍຶດຕຳແໜ່ງອັນດັບນຶ່ງໄວ້ເປັນອາທິດທີ 3 ຕາມລາຍງານ
ການໃຊ້ຄວາມຮຸນແຮງຕໍ່ຄົນເຊື້ອສາຍເອເຊຍທີ່ມີແຮງຈູງໃຈຈາກຄວາມຄຽດຊັງດ້ານເຊື້ອຊາດຜິວພັນ ຍັງເປັນຄວາມທ້າທາຍທີ່ເກີດຂຶ້ນໃນ ສະຫະລັດ ແລະ ສົ່ງຜົນຕໍ່ຊຸມຊົນຊາວໄທ ຢູ່ທີ່ນັ້ນ. ທີ່ຜ່ານມາມີຄວາມພະຍາຍາມຢ່າງຕໍ່ເນື່ອງ ຂອງອົງການຕ່າງໆໃນຊຸມຊົນໄທ ເພື່ອຫາແນວທາງປ້ອງກັນ, ແກ້ໄຂ ແລະ ຊ່ອຍເຫຼືອຜູ້ປະສົບເຫດການດັ່ງກ່າວ
ນາຍົກລັດຖະມົນຕີ ທ່ານ ອັນວາ ອິບຣາຮີມ ຂອງ ມາເລເຊຍ ປະກາດແຕ່ງຕັ້ງທ່ານ ທັກສິນ ຊິນນະວັດ ອະດິີດນາຍົກລັດຖະມົນຕີໄທ ແລະ ນັການເມືອງຜູ້ມີອິດທິພົນຂອງ ໄທເປັນທີ່ປຶກສາສ່ວນຕົວຂອງທ່ານໃນວັນຈັນມຶ້ນີ້, ໃນລະຫວ່າງທີ່ຮັບຕໍາແໜ່ງປະທານ ສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສຽງໃຕ້ໃນປີໜ້າ.
ສານດັ່ງກ່າວຈະຈັດການໃຫ້ການຕໍ່ສາທາລະນະຄັ້ງທຳອິດໃນວັນທີ 27 ທັນວານີ້.
ທ່ານ ຊິລລີ ເຊັນ, ຫົວໜ້າຂອງກຸ່ມໄດ້ກ່າວຕໍ່ອົງການຂ່າວ ຣອຍເຕີ ວ່າ “ມັນບໍ່ມີຄວາມປະສົງດີ. ພວກອະຊະຍາກອນຄອມມູນິສ ຈະສືບຕໍ່ທຳການຊ້ອມລົບ.”
ສະພາສູງ ຟິລິບປີນໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງ ( RAA) ກັບຢີ່ປຸ່ນ ໃນວັນຈັນມື້ນີ້ ຊຶ່ງເປັນບາດກ້າວສຳຄັນໃນການເສີມສ້າງຄວາມຮ່ວມມືທາງທະຫານລະຫວ່າງສອງປະເທດທ່າມກາງຄວາມກັງວົນຮ່ວມກັນກ່ຽວກັບທ່າທີທີ່ດຸຮ້າຍຫຼາຍຂຶ້ນຂອງຈີນໃນພາກພື້ນ.
ບໍ່ເທົ່າໃດນາທີ ກ່ອນການລົງຄະແນນສຽງ ພັກພະລັງປະຊາຊົນຂອງທ່ານຢູນ ທີ່ປົກຄອງປະເທດໃນປັດຈຸບັນ ໄດ້ປະກາດການຄັດຄ້ານຕໍ່ການລົງມະຕິປົດທ່ານ ແຕ່ກໍໄດ້ອະນຸຍາດໃຫ້ບັນດາສະມາຊິກລົງຄະແນນສຽງໄດ້ ຢ່າງເສລີ
ທະນາຄານໂລກຍັງເປີດເຜີຍອີກວ່າ ປະຊາຊົນມຽນມາປະມານ 25 ເປີເຊັນ ກໍາລັງປະເຊີນກັບຄວາມບໍ່ໝັ້ນຄົງທາງດ້ານອາຫານຢ່າງຮຸນແຮງ, ເນື່ອງຈາກ ພາວະເງິນເຟີ້
ປາບຶກຍັກແມ່ນ້ຳຂອງຈຳນວນ 6 ໂຕ, ຊຶ່ງເປັນປານ້ຳຈືດທີ່ມີຂະໜາດໃຫຍ່ ແລະ ຫາຍາກທີ່ສຸດຊະນິດນຶ່ງໃນໂລກ ທີ່ຖືກຈັບ ແລະ ປ່ອຍຄືນສູ່ທຳມະຊາດໃນປະເທດກຳປູເຈຍ ເມື່ອບໍ່ດົນມານີ້ ໄດ້ຊ່ວຍຟື້ນຄວາມຫວັງໃນການຢູ່ລອດຂອງປາສາຍພັນນີ້.
ການເຄື່ອນໄຫວດັ່ງກ່າວ ເປັນລັກສະນະຂອງສັນຍາລັກ ຫຼາຍກ່ວາເນື້ອຫາສາ ລະສຳຄັນ
ໂຫລດຕື່ມອີກ