“ສະຫະລັດ ແມ່ນກຳລັງພະຍາຍາມຮື້ຟື້ນການປະຕິບັດງານຂອງກອງບັນຊາການສະຫະປະຊາຊາດ ເຊິ່ງຄວນສູນພັນໄປແລ້ວເມື່ອສັດຕະວັດທີ່ຜ່ານມາ."
ນັກວິຊາການຈີນຄົນນຶ່ງ ໄດ້ຖືກຕັດສິນວ່າມີຄວາມຜິດ ໃນວັນອັງຄານວານນີ້ ໃນຂໍ້ຫາປະພຶດໂຕ ເປັນສາຍລັບຕ່າງຊາດ ໃນສະຫະລັດ ຢ່າງຜິດກົດໝາຍ ໂດຍການຮວບຮວມຂໍ້ມູນກ່ຽວກັບ ນັກເຄື່ອນໄຫວ ໃນນະຄອນ ນິວຢອກ ທີ່ສະໜັບສະໜູນປະຊາທິປະໄຕ ໃນຈີນ ແລະແບ່ງປັນຜົນຂອງການຄົ້ນພົບ ຂອງລາວ ກັບ ປັກກິ່ງ
ເກົາຫຼີເໜືອໄດ້ສົ່ງມອບລະບົບຍິງລູກສອນໄຟຂີປະນາວຸດທີ່ສາມາດຕິດຫົວ ລົບນິວເຄລຍໄດ້ 250 ລູກ ໄປໃຫ້ບັນດາກອງທະຫານແຖວໜ້າ ໃນພິທີທີ່ຜູ້ນຳ ກິມ ຈອງ ອຶນ ຮຽກຮ້ອງໃຫ້ມີການຂະຫຍາຍໂຄງການນິວເຄລຍຂອງກອງທັບຂອງທ່ານ ຢ່າງບໍ່ຢຸດຢັ້ງ ເພື່ອຕໍ່ຕ້ານໄພຂົ່ມຂູ່ຈາກສະຫະລັດ, ສື່ມວນຊົນຂອງລັດຖະບານເກົາຫຼີເໜືອ ກ່າວໃນວັນຈັນວານນີ້
ຮອງປະທານາທິບໍດີ ສະຫະລັດ ທ່ານ ນາງ ຄາມາລາ ແຮຣີສ ຄາດວ່າ, ໃນວັນອັງຄານມື້ນີ້, ຈະປະກາດຊື່ຄູ່ຮ່ວມລົງແຂ່ງຂັນຂອງທ່ານນາງ ສຳລັບການ ໂຄສະນາຫາສຽງ ແຂ່ງກັບອະດີດປະທານາທິບໍດີ ດໍໂນລ ທຣຳ ໃນການເລືອກ ຕັ້ງປະທານາທິບໍດີ ເດືອນພະຈິກ
ທ່ານ ຢູຊາກິ ໄດ້ກ່າວໃນຄຳປາໄສຂອງທ່ານຢູ່ສວນອະນຸສອນສະຖານສັນຕິພາບ ຮິໂຣຊິມະ ວ່າ “ຕາບໃດທີ່ອາວຸດນິວເຄລຍຍັງມີຢູ່, ມັນຈະຖືກນຳມາໃຊ້ອີກຄັ້ງນຶ່ງຢ່າງແນ່ນອນໃນມື້ໃດມື້ນຶ່ງ.”
ໂທລະພາບແຫ່ງຊາດຂອງຣັດເຊຍກ່າວວ່າ ລາຍລະອຽດແມ່ນຄວາມລັບຂອງລັດຖະບານ ແລະບໍ່ສາມາດໃຫ້ລາຍລະອຽດຕ່າງໆເພີ້ມເຕີມໄດ້
ທ່ານ ເຊີຮີ ປັອບໂກ, ຫົວໜ້າອຳນາດການປົກຄອງທະຫານຂອງ ກີຢິບ, ໄດ້ກ່າວວ່າ, ອີງຕາມລາຍງານໃນເບື້ອງຕົ້ນ, ມັນບໍ່ມີຄວາມເສຍຫາຍ ຫຼື ຜູ້ບາດເຈັບ ແລະ ເສຍຊີວິດ.
ຮອງປະທານາທິບໍດີ ຄາມາລາ ແຮຣີສ, ລູກສາວຂອງຜູ້ຍົກຍ້າຍຖິ່ນຖານ ທີ່ກ້າວຂຶ້ນມາຈາກຕໍາແໜ່ງທາງການເມືອງ ແລະການບັງຄັບໃຊ້ກົດຫມາຍ ຂອງ ລັດຄາລິຟໍເນຍ ຈົນກາຍມາເປັນຮອງປະທານາທິບໍດີທີ່ເປັນແມ່ຍິງຄົນ ທໍາອິດໃນປະຫວັດສາດຂອງສະຫະລັດ, ໄດ້ຮັບການສະເໜີຊື່ລົງແຂ່ງຂັນເອົາ ຕໍາແໜ່ງປະທານາທິບໍດີ ຈາກພັກເດໂມແຄຣັດຢ່າງເປັນທາງການໃນວັນຈັນວານນີ້
ເຈົ້າໜ້າທີ່ເຊື່ອວ່າ ຍັງບໍ່ມີໄພຂົ່ມຂູ່ໃນຊ່ວງເວລາອັນໃກ້ນີ້ ແຕ່ເຕືອນວ່າ ຄວາມຮຸນແຮງ ແມ່ນກໍາລັງເພີ້ມຂຶ້ນ
ຟີລິບປິນ ແລະ ຫວຽດນາມ ຈະເລີ່ມດຳເນີນການຊ້ອມລົບຮ່ວມທາງທະເລຄັ້ງທຳອິດ ຢູ່ອ່າວມະນີລາໃນອາທິດນີ້, ເຊິ່ງສອດຄ່ອງກັບຄຳໝັ້ນສັນຍາຂອງທັງສອງປະເທດ ກ່ຽວກັບ ການຊຸກຍູ້ການຮ່ວມມືທາງທະເລ, ອີງຕາມອົງການຂ່າວ Reuters
ເກາະທີ່ຢູ່ຫ່າງໄກຂອງ ອອສເຕຣເລຍ ເກາະນຶ່ງ ທີ່ຢູ່ໃກ້ກັບດ່ານກວດກາໃນມະຫາສະໝຸດອິນເດຍ ສໍາລັບການຂົນສົ່ງນໍ້າມັນຂອງຈີນ ແມ່ນຢູ່ໃນລາຍຊື່ຂອງ ສະຖານທີ່ທີ່ອາດຈະເປັນໄປໄດ້ ສຳລັບການກໍ່ສ້າງທາງທະຫານຂອງ ສະຫະລັດ ເພື່ອແນໃສ່ສະກັດກັ້ນຈີນ, ໂດຍສະຫະລັດ ກ່າວວ່າ ຕົນ "ອາດຈະ ຫຼືອາດຈະບໍ່" ສະໜັບສະໜູນກອງກຳລັງຂອງ ສະຫະລັດ ຢູ່ທີ່ນັ້ນ
ອົງການຂ່າວ KCNA ຂອງລັດຖະນ ເກົາຫຼີເໜືອ ລາຍງານໃນວັນຈັນວານນີ້ວ່າ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ກຳກັບເບິ່ງແຍງການສົ່ງມອບລະບົບ ຍິງລູກສອນໄຟຂີປະນາວຸດຍຸດທະວິທີໃໝ່ 250 ລູກ ໄປໃຫ້ທະຫານແຖວໜ້າ, ອີງຕາມອົງການຂ່າວ Reuters
ໂຫລດຕື່ມອີກ