ພວກເຂົາກ່າວວ່າ ກຳປັ່ນລຳດັ່ງກ່າວໄດ້ແຈ້ງໃຫ້ກຳປັ່ນລົບກອງທັບເຮືອແນວໂຮມທີ່ຢູ່ໃກ້ຄຽງວ່າ ພວກເຂົາເຈົ້າຖືກໂຈມຕີ ແລະໄດ້ເອົາມາດຕະການເພື່ອທຳການຫຼົບຫຼີກ
ການໂຈມຕີທາງອາກາດຂອງສະຫະລັດ ໄດ້ສັງຫານສະມາຊິກ ຂອງກຳລັງຮັກສາຄວາມປອດໄພຂອງຕົນຜູ້ນຶ່ງ ອີຣັກໄດ້ກ່າວໃນວັນອັງຄານວານນີ້ ແລະເຮັດໃຫ້ປະຊາຊົນອີກ 18 ຄົນບາດເຈັບ ທີ່ລວມທັງພົນລະເຮືອນນຳດ້ວຍ ອີງຕາມລາຍງານຂ່າວ
ເຈົ້າໜ້າທີ່ກອງກຳລັງພິເສດຂອງຢູເຄຣນ ໃຊ້ເວລາ 6 ເດືອນໃນພາລະກິດສ້າງຫົວຂົວ ເພື່ອຂ້າມແມ່ນໍ້າ ດະນິໂປຣ ໃນພາກໃຕ້ຂອງ ຢູເຄຣນ, ລຸນຫຼັງເກີດເຫດການລະເບີດຂຶ້ນ
ລັດຖະບານຈີນໃນວັນພຸດມື້ນີ້ໄດ້ຂົ່ມຂູ່ທີ່ຈະວາງມາດຕະການລົງໂທດດ້ານການຄ້າ ຕໍ່ໄຕ້ຫວັນຕື່ມອີກ ຖ້າຫາກພັກທີ່ເປັນລັດຖະບານຍັງ “ຫົວແຂງ” ຍຶດໝັ້ນໃນການສະໜັບສະໜູນ ເອກະລາດ, ພາໃຫ້ເກີດສົງຄາມຄໍາເວົ້າ ທີ່ທະວີຄວາມຮຸນແຮງຂຶ້ນ ໃນຂະນະທີ່ການເລືອກຕັ້ງຂອງໄຕ້ຫວັນ ໃກ້ເຂົ້າມາໃນເດືອນຫນ້າ
ທ່ານນາງຊີກຣິດ ກາອາກ ຈາກເນເທີແລນຈະເປັນຜູ້ປະສານ ງານອະວຸໂສທາງດ້ານມະນຸດສະທຳ ແລະການຟື້ນຟູຢູ່ໃນຂົງເຂດກາຊາ, ໂດຍຈະເລີ້ມດໍາເນີນງານໃນວັນທີ 8 ມັງກອນນີ້
ກອງທັບເຮືອອິນເດຍ ກ່າວວ່າ ຕົນກຳລັງສົ່ງກຳປັ່ນລົບ ແລະ ເຮືອບິນສອດ ແນມ 3 ລຳ ໄປຍັງທະເລອາຣັບເພື່ອ “ໃຫ້ມີການປ້ອງກັນຢູ່ທີ່ນັ້ນ” ຫຼັງຈາກການໂຈມຕີທາງເຮືອຫຼາຍຄັ້ງ ເມື່ອບໍ່ດົນມານີ້
ສ່ວນກອງທັບອາກາດຂອງຢູເຄຣນ ໄດ້ກ່າວວ່າ ລະບົບປ້ອງກັນໄພທາງອາກາດຂອງຕົນ ໄດ້ທຳລາຍພວກໂດຣນດັ່ງກ່າວ 32 ລຳ ໃນຂະນະທີ່ພວກທີ່ລອດໄປໄດ້ສ່ວນນຶ່ງ ສາມາດບິນໄປໂຈມຕີເຂດແນວໜ້າໄດ້ຫຼາຍແຫ່ງ ສ່ວນຫຼາຍແມ່ນຢູ່ໃນຂົງເຂດເຄີສັນ
“ບໍ່ມີທາງລັດໃດໆ ໃນການທັບມ້າງອົງກອນກໍ່ການຮ້າຍ” ຜູ້ບັນຊາການກອງທັບບົກ ທ່ານເຮີຊີ ຮາເລີວີ ໄດ້ກ່າວໃນວັນອັງຄານວສານນີ້ ໂດຍອ້າງອີງເຖິງພວກຫົວຮຸນແຮງຮາມາສ
ການໃຫ້ຄວາມເຫັນດັ່ງກ່າວມີຂຶ້ນນຶ່ງມື້ຫຼັງຈາກໜັງສືພິມປະຊາຊົນລາຍວັນ ປາກກະບອກສຽງຂອງພັກຄອມມູນິສຈີນ ຂຽນວ່າ ຟີລິບປິນແມ່ນກາງຕໍ່ການສະໜັບສະໜຸນຂອງສະຫະລັດ ເພື່ອສືບຕໍ່ທ້າທາຍຍົ້ວຍຸຕໍ່ຈີນ
ການປະຊຸມຂອງຄະນະກຳມາທິການ ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກປະທານາທິບໍດີເທີກີ ໄດ້ປະກາດຢ່າງເປີດເຜີຍ ໃນການຮັບເອົາສະວີເດັນ ເຂົ້າເປັນສະມາຊິກເນໂຕ້ ເຊື່ອມໂຍງໃສ່ກັບການຊືເຮືອບິນລົບ F-16 ຈາກສະຫະລັດ ເປັນເງື່ອນໄຂໃໝ່
ຈຳນວນຜູ້ເສຍຊີວິດພາຍຫຼັງການລະເບີດຂອງເຕົາຫຼອມທີ່ໂຮງງານທາດນິກເກີລຂອງຈີນ ຢູ່ເກາະສຸລາເວສີ ຂອງອິນໂດເນເຊຍ ໄດ້ເພີ່ມຂຶ້ນເປັນ 18 ຄົນ ໃນວັນອັງຄານມື້ນີ້, ໃນຂະນະທີ່ຕຳຫຼວດໄດ້ສັ່ງໃຫ້ໂຮງງານດັ່ງກ່າວຢຸດການດຳເນີນງານຈົນກວ່າການສືບສວນເຫດການດັ່ງກ່າວຈະສິ້ນສຸດລົງ
ໃນເວລາຕໍ່ມາ ຄະນະກຳມະການສາມັກຄີບາໂລຈ ກ່າວຕໍ່ວີໂອເອ ພາສາເອີດູ ວ່າ ພວກປະທ້ວງຫຼາຍກວ່າ 160 ຄົນ ໄດ້ຖືກປ່ອຍຕົວ ແຕ່ຫຼາຍກວ່າ 100 ຄົນຍັງຖືກຕຳຫຼວດຄວບຄຸມຕົວຢູ່ “ແລະບາງຄົນຍັງຫາຍສາບສູນຢູ່”
ໂຫລດຕື່ມອີກ