ເຈົ້າໜ້າທີ່ກ່າວວ່າ ນະຄອນຫຼວງ ກີຢິບ ຂອງຢູເຄຣນ ໄດ້ຖືກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຫຼືໂດຣນຂອງຣັດເຊຍ ເປັນຈຳນວນຫຼວງຫຼາຍ ໃນຕອນເຊົ້າຂອງວັນສຸກມື້ນີ້, ເຮັດໃຫ້ຢ່າງໜ້ອຍສອງຄົນໄດ້ຮັບບາດເຈັບ ໃນການໂຈມຕີ ຄັ້ງທີ 6 ໃສ່ເມືອງດັ່ງກ່າວໃນເດືອນນີ້.
ການລົງຄະແນນສຽງຂອງອົງການສະຫະປະຊາຊາດ ກ່ຽວກັບການແກ້ໄຂການຊ່ວຍເຫຼືອ ຍັງຄົງລໍຖ້າການດໍາເນີນງານ ລຸນຫຼັງຜ່ານມາເປັນເວລາຫຼາຍມື້
ພວກວິພາກວິຈານຕັ້ງຄຳຖາມເຖິງຄວາມສະຫຼຽວສະຫຼາດຂອງແຜນການມູນຄ່າ 28 ຕື້ໂດລານີ້ ຊຶ່ງມາເຖິງປັດຈຸບັນ ບໍ່ໄດ້ຮັບຄວາມເຫັນໃດໆທີ່ເປັນທາງການຈາກຈີນເລີຍ. ປັກກິ່ງ ຕາມປະຫວັດແລ້ວຕ້ອງການແນວຄິດແບບຄອງນ້ຳເລິກ ຄືກັນກັບຄອງຊູເອສ ສຳລັບກຳປັ່ນຂອງຕົນເພື່ອຂ້າມເຂດພາກໃຕ້ຂອງໄທ
ຄຳຕັດສິນໂດຍສານສູງເມືອງຟູກູໂອກະຂອງເຂດນາຮາ ແມ່ນເໜືອກວ່າການບໍ່ອະນຸມັດ ແຜນການຍົກຍ້າຍສະຖານທີ່ຖົມດິນຂອງຜູ້ປົກຄອງເກາະໂອກີນາວາ ທ່ານເດັນນີ ຕາມາກິ
ໃນບັນຫາດັ່ງກ່າວ ບົດແກ້ໄຂລັດຖະທຳມະນູນຂໍ້ທີ 14 ຂອງ ສະຫະລັດ ແລະພາກສ່ວນທີ່ຫ້າມເຈົ້າໜ້າທີ່ ທີ່ມີສ່ວນຮ່ວມໃນ 'ການກໍ່ຈະລາຈົນ ຫຼືກໍ່ກະບົດ'
ສະມາຊິກສະພາສະຫະລັດ ຈະເຮັດວຽກໃນລະຫວ່າງ ວັນພັກບຸນຄຣິສມັສ ອາທິດໜ້າ, ເພື່ອພະຍາຍາມເຈລະຈາ ກ່ຽວກັບຂໍ້ຕົກລົງເລື້ອງຄວາມໝັ້ນຄົງຊາຍແດນສຳລັບແລກປ່ຽນກັບ ການລົງຄະແນນສຽງຂອງພັກຣີພັບບລີກັນເພື່ອສົ່ງການຊ່ວຍເຫຼືອເພີ້ມຕື່ມໄປໃຫ້ແກ່ຢູເຄຣນ
ບັນດາເຈົ້າໜ້າທີ່ຢູເຄຣນ ກ່າວວ່າ ການໂຈມຕີທາງອາກາດຂອງຣັດເຊຍ ໃສ່ເມືອງເຄີຊອນ ເຮັດໃຫ້ 9 ຄົນໄດ້ຮັບບາດເຈັບ ຮວມທັງເດັກນ້ອຍອີກ 4 ຄົນ
ຊາວອາເມຣິກັນຢ່າງໜ້ອຍ 6 ຄົນຜູ້ທີ່ຖືກລະບຸວ່າ ຖືກຄວາມຄຸມຕົວຢ່າງບໍ່ຖືກຕ້ອງໄດ້ເດີນທາງກັບ ສະຫະລັດ ຢ່າງປອດໄພ
ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້ເລື່ອນການລົງຄະແນນສຽງ ໃນວັນພຸດວານນີ້ ເພື່ອຂໍການສະໜັບສະໜຸນ ຈາກສະຫະລັດ ໃນມະຕິທີ່ຊອກຫາວິທີອຳນວຍຄວາມສະດວກ ໃນການຂະຫຍາຍຂະໜາດ ການຈັດສົ່ງຄວາມຊ່ວຍເຫຼືອໄປທີ່ເຂດກາຊາ ຊຶ່ງອົງການອາຫານໂລກກ່າວວ່າ ປະຊາກອນ ເຄິ່ງນຶ່ງກຳລັງອຶດຫິວ ທ່າມກາງການໂຈມຕີທາງທະຫານຂອງອິສຣາແອລ
ປາກິສຖານກ່າວຫາວ່າ ພວກຫົວຮຸນແຮງຕໍ່ຕ້ານລັດຖະບານ ໄດ້ໃຊ້ອາວຸດທີ່ສະຫະລັດປະໄວ້ ທຳການໂຈມຕີຂ້າມຊາຍແດນເພີ້ມຂຶ້ນ
ເກົາຫຼີເໜືອໄດ້ກ່າວໃນອາທິດນິ້ວ່າ ຕົນໄດ້ທົດລອງ ລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື ICBM ຊະນິດໃໝ່ສຸດ ໃນມື້ວັນຈັນແລ້ວ ເພື່ອປະເມີນຄວາມພ້ອມ ໃນການເຮັດສົງຄາມ ຂອງກຳລັງນິວເຄລຍ
ນຶ່ງໃນຂໍ້ສະເໜີທີ່ໄດ້ຮັບການພິຈາລະນາແມ່ນວ່າ ຈະເສີມສ້າງບັນດາສະມາຊິກກອງກຳລັງຮັກສາຄວາມປອດໄພຂອງ PA ຢູ່ໃນກາຊາ ເພື່ອສ້າງຕັ້ງໃຫ້ເປັນ “ກຸ່ມກ້ອນທີ່ໜຽວແໜ້ນ” ຂອງກອງກຳລັງຮັກສາສັນຕິພາບ ຢ່າງກວ້າງຂວາງ ພາຍຫຼັງສົງຄາມ
ໂຫລດຕື່ມອີກ