ຂໍ້ຕົກລົງງົບປະມານ 1 ພັນ 660 ຕື້ໂດລາ ທີ່ໄດ້ບັນລຸກັນໂດຍປະທານສະພາຕ່ຳ ທ່ານໄມຄ໌ ຈອນສັນ ແລະຜູ້ນຳສະພາສູງ ທ່ານຊັກ ຊູເມີ ເມື່ອທ້າຍອາທິດທີ່ຜ່ານມານີ້
ສະຫະລັດກ່າວວ່າ ຊ່ອງແຄບໄຕ້ຫວັນ ແມ່ນເສັ້ນທາງນໍ້າສາກົນ ໂດຍຮຽກຮ້ອງໃຫ້ປັກກິ່ງຍຸຕິກົດດັນໄຕ້ຫວັນດ້ວຍກອງກໍາລັງທະຫານ, ການທູດ ແລະດ້ານເສດຖະກິດ ກ່ອນການເລືອກຕັ້ງໃນວັນທີ 13 ມັງກອນນີ້
ບໍລິສັດດັ່ງກ່າວ ທີ່ມີສຳນັກງານຕັ້ງຢູ່ນະຄອນພິຕສເບີກ ຂອງລັດເພັນຊີລເວເນຍ ແນເປົ້າໝາຍທີ່ຈະເປັນບໍລິສັດເອກະຊົນແຫ່ງທຳອິດ ທີ່ຈະປະສົບຜົນສຳເລັດໃນການລົງຈອດຢູ່ດວງເດືອນ ອັນເປັນສິ່ງທີ່ພຽງສີ່ປະເທດເທົ່ານັ້ນ ສາມາດເຮັດໄດ້ຢ່າງສຳເລັດ
ນັກວິເຄາະຈໍານວນນຶ່ງກ່າວວ່າ ຜົນການເລືອກຕັ້ງອາດຈະສົ່ງຜົນກະທົບທີ່ສໍາຄັນຕໍ່ທິດທາງຂອງໄຕ້ຫວັນໃນອີກ 4 ປີຂ້າງໜ້າ ແລະຄວາມສຳພັນລະຫວ່າງ ຈີນ ກັບ ໄຕ້ຫວັນ
ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ (Volodymyr Zelenskyy) ສະແດງຄວາມເຊື່ອໝັ້ນວ່າ ຣັດເຊຍອາດພ່າຍແພ້ໄດ້ ແລະ ເຕືອນວ່າ ສົງຄາມໃນຢູເຄຣນໄດ້ສະແດງໃຫ້ເຫັນວ່າ ຢູໂຣບ ຄວນພັດທະນາການຜະລິດອາວຸດຮ່ວມກັນກັບຢູເຄຣນ ແລະສ້າງສາງອາວຸດໃຫ້ພຽງພໍສຳລັບການປ້ອງກັນປະເທດ
ໃນຂະນະດຽວກັນ ນ້ອງສາວຜູ້ທີ່ມີອິດທິພົນຂອງຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ກໍໄດ້ກ່າວເຢາະເຢີ້ຍເຖິງຄວາມສາດມາດຂອງເກົາຫຼີໃຕ້ ໃນການກວດພົບອາວຸດທັງຫຼາຍທີ່ຕົນໄດ້ຍິງໄປນັ້ນ
ອິນເດຍ ໄດ້ເຂົ້າຮ່ວມກຸ່ມບັນດາປະເທດທີ່ສຶກສາກ່ຽວກັບດວງຕາເວັນມາແລ້ວ 4 ເດືອນ ລຸນຫຼັງທີ່ອິນເດຍກາຍເປັນປະເທດທຳອິດທີ່ລົງຈອດຍານອະວະກາດບໍ່ມີຄົນຂັບຢູ່ຂົ້ວໃຕ້ຂອງດວງເດືອນ
ນາຍົກລັດຖະມົນຕີບັງກລາແດັສ ທ່ານນາງ ຊິກ ຮາຊິນາ (Sheikh Hasina) ຊະນະການເລືອກຕັ້ງສະໄໝທີ 4 ຕິດຕໍ່ກັນ ໃນຂະນະທີ່ພັກຂອງທ່ານນາງໄດ້ຮັບສຽງສ່ວນຫຼາຍຢ່າງເດັດຂາດ ທ່າມກາງ ຜູ້ອອກໄປລົງຄະແນນສຽງທີ່ໜ້ອຍ ໃນການເລືອກຕັ້ງທົ່ວໄປ ຍ້ອນຖືກຂວ້າມບາດໂດຍພັກຝ່າຍຄ້ານຫຼັກ
ເຄືອຂ່າຍອົງການຂ່າວ ທີ່ມີສໍານັກງງານໃຫຍ່ ໃນປະເທດກາຕ້າ ຮ້ອງການສັງຫານບັນດານັກຂ່າວວ່າ ເປັນການໂຈມຕີໂດຍເຈດຕະນາ
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ພົບປະກັບເຈົ້າໜ້າທີ່ຂອງສະຫະລັດອາຣັບ ເອເມີເຣັສ ແລະ ຊາອຸດີອາຣາເບຍ ໃນວັນຈັນມື້ນີ້, ຈາກນັ້ນ ເດີນທາງໄປ ອິສຣາແອລ, ໃນຂະນະທີ່ທ່ານ ຊຸກຍູ້ໃຫ້ມີການຊ່ວຍເຫຼືອດ້ານມະນຸດສະທຳ ໃຫ້ເຂດກາຊາ ຫຼາຍຂຶ້ນ
ມຽນມາໄດ້ຮັບຄວາມເສຍຫາຍ ຈາກຄວາມຮຸນແຮງ ທີ່ເລີ້ມຂຶ້ນລຸນຫຼັງຈາກກອງທັບ ໄດ້ໂຄ່ນລົ້ມລັດຖະບານ ທີ່ມາຈາກການເລືອກຕັ້ງ ຂອງທ່ານນາງອອງຊານ ຊູຈີ ໃນປີ 2021 ແລະເວລານີ້ ພວມເກີດສົງຄາມກາງເມືອງ
ຂໍ້ຕົກລົງນີ້ ແມ່ນແນໃສ່ເພື່ອຫຼີກລ່ຽງ ການປິດລັດຖະບານເປັນບາງສ່ວນ ທີ່ອາດມີຂຶ້ນໃນທ້າຍເດືອນນີ້ ປະທານສະພາຕ່ຳ ທ່ານໄມຄ໌ ຈອນສັນ ກ່າວ
ໂຫລດຕື່ມອີກ