ເກົາຫຼີໃຕ້ ໄດ້ກ່າວປະນາມກຸ່ມ ຮາມາສ ສຳລັບການໂຈມຕີຂອງພວກເຂົາຕໍ່ ອິສຣາແອລ
ທ່ານໄດ້ຢືນຢັນວ່າ ຊາວອາເມຣິກັນ ຢ່າງໜ້ອຍ 11 ຄົນໄດ້ຖືກຂ້າຕາຍໃນການໂຈມຕີຫຼາຍທິດທາງແບບບໍ່ຄາດຄິດຂອງກຸ່ມຮາມັສ ແລະໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ເຊື່ອວ່າ ພວກໂຕປະກັນບາງສ່ວນຂອງຮາມັສ ອາດເປັນຊາວອາເມຣິກັນ
ວໍຊິງຕັນ ໄດ້ກ່າວປະນາມການເຄື່ອນໄຫວຂອງ ຣັດເຊຍ ວ່າເປັນອັນຕະລາຍຕໍ່ “ບັນທັດຖານໂລກ” ສຳລັບການທົດລອງລະເບີດນິວເຄລຍ
ໂຄສົກຂອງກອງທັບ ທ່ານຣິເຈີດ ເຮັກ (Richard Hecht) ກ່າວວ່າ ສົບຂອງພວກນັກລົບຮາມາສ 1,500 ຄົນ ໄດ້ຖືກພົບເຫັນໃນດິນແດນອິສຣາແອລ ຫຼັງຈາກການບຸກເຂົ້າໄປຂອງພວກເຂົາໃນວັນເສົາແລ້ວ ແລະບໍ່ມີພວກຫົວຮຸນແຮງຄົນໃດໄດ້ຂ້າມຊາຍແດນນັບແຕ່ວັນຈັນນີ້ເປັນຕົ້ນມາ
ການຢ້ຽມຢາມຈີນ ຂອງຄະນະຜູ້ແທນສະພາສູງສະຫະລັດ ແມ່ນເພື່ອການເຈລະຈາໂດຍແນເປົ້າໝາຍໃສ່ການຮັກສາສະຖຽນລະພາບ ຂອງສາຍພົວພັນທາງດ້ານການຄ້າ ແລະບັນຫາອື່ນໆ
ຣັດເຊຍໄດ້ຖືກໂຈະ ການເປັນສະມາຊິກ ຢູ່ສະພາສິດທິມະນຸດ ສປຊ ໃນການລົງຄະແນນສຽງເມື່ອປີ 2022 ຫຼັງຈາກຣັດເຊຍໄດ້ຮຸກຮານຢູເຄຣນ ເວລານີ້ ມົສກູຢາກໄດ້ບ່ອນນັ່ງນັ້ນຄືນ
ນາງກ່າວຜ່ານສື່ສັງຄົມ X ຊຶ່ງໃນເມື່ອກ່ອນຮູ້ກັນໃນຊື່ທວີດເຕີ້ວ່າ ສູນຄຸມຂັງຊິນດູ ໄດ້ແຈ້ງໃຫ້ທາງຄອບຄົວຊາບ ໃນວັນທີ 1 ຕຸລາຜ່ານມານີ້ ໃຫ້ສົ່ງເຄື່ອງນຸ່ງ ຢາປົວພະຍາດ ແລະເງິນໄປໃຫ້ຜູ້ກ່ຽວ ແຕ່ບໍ່ໄດ້ແຈ້ງວ່າ ລາວໄດ້ຖືກສົ່ງກັບຄືນໄປຈີນ ໃນເວລາໃດ
ໂຄສົກລັດຖະບານ ຄົນນຶ່ງໄດ້ກ່າວໃນວັນອາທິດວານນີ້ວ່າ ຫຼາຍຮ້ອຍຄົນຍັງຕິດຄ້າງຢູ່, ຫຼາຍກວ່າ 1,000 ຄົນບາດເຈັບ ແລະເຮືອນຊານຫຼາຍກວ່າ 1,300 ຫຼັງໄດ້ຖືກທຳລາຍ
ນັກວິຊາການສະຫະລັດ ຄາດຄະເນກ່ຽວກັບແຜນການທີ່ເປັນໄປໄດ້ຂອງເກົາຫຼີເໜືອ ທີ່ຈະເພີ້ມຈໍານວນອາວຸດ ໃສ່ສາງອາວຸດຂອງຣັດເຊຍ
ຜູ້ດໍາເນີນການຟິນແລນ ບໍ່ໄດ້ໃຫ້ເຫດຜົນກ່ຽວກັບຂໍ້ສົງໄສຂອງການຮົ່ວ ແລະກ່າວວ່າ ພວກເຂົາກໍາລັງສືບສວນຮ່ວມກັນກັບບໍລິສັດ ເອເລີຣິງ
ພັກ DP ເສລີນິຍົມ ຂອງທ່ານ ແບັດແຕລ ໄດ້ຂຶ້ນມາມີບ່ອນນັ່ງຈາກ 12 ຫາ 14 ບ່ອນນັ່ງສະພາຕ່ຳທີ່ມີ 60 ບ່ອນນັ່ງໃນວັນອາທີດວານນີ້ ແລະພັກສັງຄົມ ນິຍົມ LSAP ຍັງໄດ້ອີກ ນຶ່ງບ່ອນນັ່ງເປັນ 11 ບ່ອນນັ່ງ. ແຕ່ວ່າພັກສີຂຽວ ໄດ້ຫຼຸດລົງຈາກ 9 ບ່ອນນັ່ງເປັນ 4 ບ່ອນນັ່ງ.
"ເມື່ອຜູ້ຄົນຖືກສັງຫານ, ຖືກຂ້າຕາຍຢູ່ຕາມຖະໜົນຫົນທາງ, ນີ້ບໍ່ແມ່ນເວລາທີ່ຈະຮຽກຮ້ອງໃຫ້ມີການແກ້ໄຂບັນຫາແບບສອງລັດ. ທ່ານ ຢູວັລ ວັກສ໌ (Yuval Waks) ເຈົ້າໜ້າທີ່ອາວຸໂສຂອງສະຖານທູດ ອິສຣາແອລ ໃນນະຄອນຫຼວງ ປັກກິ່ງ ກ່າວຕໍ່ບັນດານັກຂ່າວໃນວັນອາທິດວານນີ້.
ໂຫລດຕື່ມອີກ