ມຽນມາໄດ້ຮັບຄວາມເສຍຫາຍ ຈາກຄວາມຮຸນແຮງ ທີ່ເລີ້ມຂຶ້ນລຸນຫຼັງຈາກກອງທັບ ໄດ້ໂຄ່ນລົ້ມລັດຖະບານ ທີ່ມາຈາກການເລືອກຕັ້ງ ຂອງທ່ານນາງອອງຊານ ຊູຈີ ໃນປີ 2021 ແລະເວລານີ້ ພວມເກີດສົງຄາມກາງເມືອງ
ຂໍ້ຕົກລົງນີ້ ແມ່ນແນໃສ່ເພື່ອຫຼີກລ່ຽງ ການປິດລັດຖະບານເປັນບາງສ່ວນ ທີ່ອາດມີຂຶ້ນໃນທ້າຍເດືອນນີ້ ປະທານສະພາຕ່ຳ ທ່ານໄມຄ໌ ຈອນສັນ ກ່າວ
ນີ້ແມ່ນນຶ່ງ ໃນເກົ້າຖານທັບ ທີ່ສະຫະລັດໄດ້ຮັບອະນຸຍາດ ໃຫ້ນຳໃຊ້ ພາຍໃນຂໍ້ຕົກລົງເສີມຂະຫຍາຍການຮ່ວມມື ໃນດ້ານປ້ອງກັນປະເທດ ຫຼື EDCA ລະຫວ່າງວໍຊິງຕັນແລະມະນີລາ
“ຜົນງານເກີນຄວາມຄາດໝາຍ ສຳລັບປີ 2023 ສືບເນື່ອງຈາກການຂັບເຄື່ອນໂດຍເສດຖະກິດໃຫຍ່ຈຳນວນນຶ່ງ - ໂດຍສະເພາະແມ່ນ ສະຫະລັດ ແຕ່ກໍຍັງມີ ບຣາຊີລ ອິນເດຍ ແລະ ເມັກຊິໂກ” ທ່ານ ຊານຕານູ ມູເຄີຣຈີ ຜູ້ອຳນວຍການຂອງພະແນກດ້ານການວິເຄາະ ແລະນະໂຍບາຍເສດຖະກິດ ປະຈຳກົມຮັບຜິດຊອບດ້ານເສດຖະກິດ ແລະ ສັງຄົມຂອງອົງການສະຫະປະຊາຊາດ ໄດ້ກ່າວ
ຄ່າຂົນສົ່ງສິນຄ້າ ຈາກເອເຊຍໄປຫາພາກເຫນືອຂອງຢູໂຣບ ເພີ່ມຂຶ້ນຫຼາຍກວ່າສອງເທົ່າ ໃນຊຸມມື້ທີ່ຜ່ານມາ ເນື່ອງຈາກການໂຈມຕີຂອງພວກກະບົດ ຮູຕີ ໃສ່ກຳປັ່ນສິນຄ້າໃນທະເລແດງ ເຮັດໃຫ້ບໍລິສັດຂົນສົ່ງ ຕ້ອງປ່ຽນເສັ້ນທາງການຂົນ ສົ່ງສິນຄ້າ ໄປຜ່ານບໍລິເວນ ພາກໃຕ້ສຸດຂອງອາຟຣິກາ
ທ່ານເຊີເຊສ ຕຣີນີແດດ, ຜູ້ບັນຊາການດ້ານປະຊາສຳພັນຂອງກອງທັບຟີລິບປິນ ກ່າວວ່າ "ພວກເຮົາຂໍຢືນຢັນ ການປະກົດຕົວຂອງກຳປັ່ນກອງທັບເຮືອປົດປ່ອຍປະຊາຊົນຈີນ 2 ລຳ ຈາກໄລຍະໄກ"
ຜູ້ນຳຂອງກຸ່ມທະຫານບ້ານໜູນຫຼັງໂດຍອີຣ່ານ ທີ່ພົວພັນກັບການໂຈມຕີກອງກຳລັງສະຫະລັດ ໃນອີຣັກ ຊ້ຳແລ້ວຊ້ຳອີກ ໄດ້ເສຍຊີວິດແລ້ວ, ໂດຍໄດ້ຖືກສັງຫານ ໃນອັນທີ່ເຈົ້າໜ້າທີ່ອາເມຣິກັນ ອະທິບາຍວ່າ ເປັນການໂຈມຕີທາງອາກາດທີ່ແນ່ນອນ ໃນໃຈກາງນະຄອນຫຼວງແບັກແດດ
ສະຫະລັດ ຢືນຢັນວ່າ ມົສກູ ຍິງລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ ເມື່ອໄວໆມານີ້
ບໍ່ດົນຫຼັງຈາກທ່ຽງຄືນ ກະຊວງປ້ອງກັນປະເທດຂອງຣັດເຊຍ ກໍໄດ້ລາຍງານວ່າ ໜ່ວຍປ້ອງກັນໄພທາງອາກາດຂອງຕົນ ໄດ້ຍິງເຮືອບິນບໍ່ມີຄົນຂັບຫຼືໂດຣນຂອງ ຢູເຄຣນ 36 ລຳຕົກ ຢູ່ເທິງນ່ານຟ້າຂອງຄຣາຍເມຍ ຊຶ່ງມົສກູ ໄດ້ເຂົ້າມາຢຶດຄອງ ໃນປີ 2014
ການຢ້ຽມຢາມຕາເວັນອອກກາງຄັ້ງທີ 4 ຂອງທ່ານ ບລິງເກັນ ນັບຕັ້ງແຕ່ວັນທີ 7 ຕຸລາ ມີຂຶ້ນໃນຂະນະທີ່ສົງຄາມ ລະຫວ່າງອິສຣາແອລ ກັບພວກຫົວຮຸນແຮງ ຮາມາສ ກ້າວເຂົ້າ 3 ເດືອນ
ຫຼັງຈາກສະຫະລັດ ແລະພັນທະມິດ ໄດ້ອອກຄຳເຕືອນ ພວກຫົວຮຸນແຮງທີ່ອີຣ່ານໜຸນຫຼັງ ກໍໄດ້ສົ່ງໂດຣນທະເລ ເຂົ້າໄປໃນເສັ້ນທາງເດີນເຮືອ ຢູ່ທະເລແດງ ສະຫະລັດໄດ້ກ່າວ
ແຜນການໃໝ່ນີ້ ມີຂຶ້ນໃນຂະນະທີ່ນາໆຊາດພວມກົດດັນ ໃຫ້ຫັນໄປສູ່ການສູ້ລົບ ທີ່ຂຸ້ນຂ້ຽວໜ້ອຍລົງ
ໂຫລດຕື່ມອີກ