ຫຼັງຈາກສະຫະລັດ ແລະພັນທະມິດ ໄດ້ອອກຄຳເຕືອນ ພວກຫົວຮຸນແຮງທີ່ອີຣ່ານໜຸນຫຼັງ ກໍໄດ້ສົ່ງໂດຣນທະເລ ເຂົ້າໄປໃນເສັ້ນທາງເດີນເຮືອ ຢູ່ທະເລແດງ ສະຫະລັດໄດ້ກ່າວ
ແຜນການໃໝ່ນີ້ ມີຂຶ້ນໃນຂະນະທີ່ນາໆຊາດພວມກົດດັນ ໃຫ້ຫັນໄປສູ່ການສູ້ລົບ ທີ່ຂຸ້ນຂ້ຽວໜ້ອຍລົງ
ເຫດລະເບິດເກີດຂຶ້ນຢູ່ພິທີໄວ້ອາໄລ ໃຫ້ແກ່ນາຍພົນກາສແຊມ ຊູເລມານີ ຈາກກຳລັງພິທັກປະຕິວັດ ທີ່ໄດ້ຖືກສັງຫານເມື່ອ 4 ປີກ່ອນ ດ້ວຍການໂຈມຕີຂອງເຮືອບິນບໍ່ມີຄົນຂັບ ຫຼືໂດຣນສະຫະລັດ
ນັກວິເຄາະບາງຄົນກ່າວວ່າ ຄວາມພະຍາຍາມຂອງຈີນ ເພື່ອທະວີການກົດດັນຕໍ່ໄຕ້ຫວັນ ສະທ້ອນໃຫ້ເຫັນເຖິງກົນລະຍຸດ ທີ່ມີມາຍາວນານຂອງປັກກິ່ງ
ສະຫະລັດຍັງໄດ້ສົ່ງອາວຸດຍຸດໂທປະກອນຕ່າງໆໄປປະຈຳການຢູ່ໃກ້ແຫຼມເກົາຫຼີ ທີ່ລວມທັງ ເຮືອດຳນ້ຳຕິດລູກສອນໄຟນິວເຄລຍ ກຳປັ່ນບັນທຸກເຮືອບິນ ແລະເຮືອບິນຖິ້ມລະເບີດຂະໜາດໃຫຍ່ຈຳນວນນຶ່ງ
ອີຣ່ານ ກ່າວໃນວັນພຸດວານນີ້ວ່າ ມີຜູ້ເສຍຊີວິດ 95 ຄົນ ແລະໄດ້ຮັບບາດເຈັບອີກຫຼາຍສິບຄົນ ໃນເຫດລະເບີດ ທີ່ສັ່ນສະເທືອນ ອະນຸສອນສະຖານຂອງນາຍພົນຜູ້ມີຊື່ສຽງຂອງອີຣ່ານ ທີ່ໄດ້ເສຍຊີວິດໃນການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງສະຫະລັດ ໃນປີ 2020
ສະພາຄວາມໝັ້ນຄົງສະຫະປະຊາຊາດ ພາກັນຈັດກອງປະຊຸມຫາລືສຸກເສີນ
ອາຟຣິກາໃຕ້ ຕ້ອງການໃຫ້ສານອາຍາສາກົນ ອອກຄໍາສັ່ງໃຫ້ ອິສຣາແອລ ຍຸຕິການເຄື່ອນໄຫວທາງທະຫານຢູ່ຂົງເຂດກາຊາວຢ່າງຮີບດ່ວນ
ຣັດເຊຍ ແລະຢູເຄຣນໄດ້ປະກາດໃນວັນພຸດວານນີ້ວ່າ ພວກເຂົາໄດ້ແລກປ່ຽນຊະເລີຍເສິກ ຫຼາຍຮ້ອຍຄົນ
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ກໍາລັງເດີນທາງໄປຍັງຕາເວັນອອກກາງໃນອາທິດນີ້ ທ່າມກາງຄວາມພະຍາຍາມທາງດ້ານການທູດຢ່າງເຂັ້ມຂຸ້ນ ເພື່ອອໍານວຍຄວາມສະດວກ ໃນການຈັດສົ່ງການຊ່ວຍເຫຼືອດ້ານມະນຸດສະທໍາ ເຂົ້າໄປໃນເຂດກາຊາ
ກຸ່ມຮາມາສກ່າວວ່າ ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຂອງອິສຣາແອລ ໃນນະຄອນຫຼວງເບຣຸດ ຂອງເລບານອນ ໄດ້ສັງຫານ ທ່ານຊາເລ ອາລ-ອາຣູຣີ
ກອງທັບຈີນກ່າວວ່າ ພວກທະຫານຢູ່ໃນເຂດດັ່ງກ່າວ ແມ່ນໄດ້ຮັບຄຳສັ່ງ ໃຫ້ຢູ່ໃນທ່າກຽມພ້ອມຢ່າງເຕັມທີ່ ໃນທຸກເວລາ
ໂຫລດຕື່ມອີກ