ກຸ່ມຫົວຮຸນແຮງທີ່ໜູນຫຼັງໂດຍອີຣ່ານ ໄດ້ໂຈມຕີກອງກຳລັງສະຫະລັດ ໃນອີຣັກ ແລະຊີເຣຍ ຢ່າງນ້ອຍ 4 ຄັ້ງ ໃນຮອບ 24 ຊົ່ວໂມງທີ່ຜ່ານມາ, ເຮັດໃຫ້ ຈຳ ນວນການໂຈມຕີເພີ່ມຂຶ້ນເປັນ 52 ຄັ້ງໃນບໍ່ຮອດນຶ່ງເດືອນ, ບັນດາເຈົ້າໜ້າທີ່ປ້ອງກັນປະເທດສະຫະລັດ ກ່າວຕໍ່ວີໂອເອ
ເມື່ອປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ແລະປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ພົບປະກັນໃນວັນພຸດ ໃນລັດຄາລິຟໍເນຍ, ບັນດາເຈົ້າໜ້າທີ່ສະຫະລັດບໍ່ໄດ້ຄາດຫວັງວ່າ ຈະມີຄວາມກ້າວໜ້າອັນສຳຄັນໃດໆ ທີ່ຈະສາມາດປັບປຸງຄວາມສຳພັນໄດ້ຢ່າງຫລວງຫຼາຍ
ຄວາມຂັດແຍ້ງດ້ານເງິນທຶນຄັ້ງຫຼ້າສຸດໄດ້ເພັ່ງເລັງໃສ່ສະພາຕ່ຳທີ່ມີການແຕກຫັກທາງດ້ານການເມືອງ
ສອງປະເທດໃກ້ຄຽງກັນດັ່ງກ່າວ ໄດ້ເລີ່ມການຝຶກຊ້ອມ ໃນວັນເສົາທີ່ຜ່ານມາ
“ການຢຸດຍິງດ້ານມະນຸດສະທຳ, ນໍ້າມັນເຊື້ອໄຟ, ເຄື່ອງສະບຽງ-ທັງໝົດເຫຼົ່ານີ້ ຄວນເກີດຂຶ້ນດຽວນີ້” ທ່ານອານເດຣ ດີ ໂດແມນິໂກ (Andrea De Domenico) ຫົວໜ້າຫ້ອງການດ້ານມະນຸດສະທຳຂອງສະຫະປະຊາຊາດ ຢູ່ໃນນະຄອນເຈຣູຊາແລັມຕາເວັນອອກ ໄດ້ກ່າວຕໍ່ບັນດານັກຂ່າວຜ່ານກອງປະຊຸມທາງວີດີໂອ
ປະທານາທິບໍດີສະຫະລັດທ່ານ ໂຈ ໄບເດັນ ກ່າວວ່າໂຮງໝໍ ໃນ ກາຊາ "ຕ້ອງໄດ້ຮັບການປົກປ້ອງ" ເນື່ອງຈາກວ່າ ກອງກຳລັງອິສຣາແອລ ຍັງສືບຕໍ່ແນເປົ້າໃສ່ສະຖານທີ່ພະຍາບານ ໃນເຂດປົກຄອງປາແລັສໄຕນ໌ ຈາກການອ້າງວ່າ ກຸ່ມຮາມາສ ກຳລັງໃຊ້ພວກມັນເປັນເຄື່ອງປົກປ້ອງ
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ແລະລັດຖະມົນຕີກະຊວງປ້ອງກັນປະເທດເກົາຫຼີໃຕ້ ທ່ານຊິນ ວອນ ຊິກ ເປີດການເຈລະຈາຫາລື ທີ່ນະຄອນຫຼວງໂຊລ
ນັບຕັ້ງແຕ່ຣັດເຊຍໄດ້ຮຸກຮານຢູເຄຣນ ໃນເດືອນກຸມພາປີ 2022 ສະຫະພາບຢູໂຣບໄດ້ໃຫ້ການອະນຸມັດການລົງໂທດຕໍ່ມົສກູໄປແລ້ວ 11 ຮອບ ເພື່ອຫຼຸດຜ່ອນຄວາມສາມາດຂອງຣັດເຊຍ ທີ່ຈະໃຫ້ທຶນສະໜັບສະໜຸນໃນການເຮັດສົງຄາມ
ສະໝັກຊິງຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ ທິມ ສກັອດ (Tim Scott) ກ່າວວ່າ ທ່ານຈະຢຸດການສະໝັກຊິງຕໍາແໜ່ງປະທານາທິບໍດີ ໃນປີ 2024 ຂອງທ່ານ ເຊິ່ງເປັນການເຄື່ອນໄຫວທີ່ສ້າງຄວາມແປກໃຈໃຫ້ກັບຜູ້ໃຫ້ທຶນຂອງທ່ານ ແລະສ້າງຄວາມປະຫລາດໃຈໃຫ້ແກ່ພະນັກງານໂຄສະນາຫາສຽງຂອງທ່ານ, ອີງຕາມອົງການຂ່າວເອພີ
ທ່ານໄບເດັນຕ້ອງການຈະຂະຫຍາຍການຮັກສາສຸຂະພາບຂອງເດັກ ນ້ອຍ, ວິທະຍາໄລຊຸມຊົນ ແລະຜົນປະໂຫຍດ ທາງດ້ານຢາຕາມໝໍສັ່ງ ສຳລັບຊາວອາເມຣິກັນທັງຫຼາຍ
ເຈົ້າໜ້າທີ່ທະຫານຢູເຄຣນຄົນນຶ່ງຖືກກ່າວຫາວ່າ ໄດ້ປະສານງານການໂຈມຕີທໍ່ສົ່ງອາຍແກັສທຳມະຊາດ Nord Stream ໃນປີກາຍນີ້, ຕາມລາຍງານຂອງໜັງສືພິມ Washington Post ໂດຍອ້າງເຖິງແຫຼ່ງຂ່າວ ທີ່ບໍ່ເປີດເຜີຍໂຕ ຢູ່ໃນຢູເຄຣນ ແລະ ຢູໂຣບ
ເຮືອບິນ ແລະ ກຳປັ່ນຂອງກອງທັບ ສະຫະລັດ ທີ່ຢູ່ໃກ້ຄຽງແມ່ນໄດ້ເລີ່ມການຄົ້ນຫາຊາກເຮືອບິນນັ້ນໃນທັນທີ
ໂຫລດຕື່ມອີກ