ເຈົ້າໜ້າທີ່ປະສານງານຕ່າງປະເທດ ດ້ານການປາບປາມການຄ້າຢາເສບຕິດຂອງລາວ ເປີດເຜີຍວ່າ ການແລກປ່ຽນຂໍ້ມູນ-ຂ່າວສານ ດ້ານຢາເສບຕິດຢ່າງໃກ້ຊິດລະຫວ່າງລາວກັບໄທ ໃນລະຍະ 2 ປີທີ່ຜ່ານມານີ້ ໄດ້ເປັນຜົນເຮັດໃຫ້ທາງການຕຳຫຼວດລາວສາມາດຈັບນັກຄ້າຢາເສບຕິດໄດ້ເຖິງ 13,935 ຄົນ ໃນນີ້ລວມຜູ້ຕ້ອງຫາສັນຊາດຈີນ, ມຽນມາ, ຫວຽດນາມ ແລະ ໄທ ຈຳນວນ 2,083 ຄົນ