ທ່ານແອນດຣູສ໌ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ໃນກອງປະຊຸມຖະແຫລງຂ່າວ ທີ່ສຳນັກງານໃຫຍ່ຂອງອົງການສະຫະປະຊາຊາດ ວ່າ ອາວຸດຍຸໂທປະກອນ ໄດ້ສະໜອງໂດຍພວກຜູ້ສົ່ງອອກຂອງຣັດເຊຍ ທີ່ອາດເປັນໄປໄດ້ວ່າ ໄດ້ເຄີຍກໍ່ອາຊະຍາກຳສົງຄາມ ແລະອາຊະຍາກຳຕໍ່ມະນຸດຊາດໃນມຽນມາ
ກຸ່ມຕາລີບານໃນອັຟການິສຖານ ຢືນຢັນໃນວັນພຸດນີ້ວ່າ ພວກເຂົາເຈົ້າໄດ້ແຕ່ງຕັ້ງ ນາຍົກລັດຖະມົນຕີຮັກສາການ ເພື່ອຮັບຜິດຊອບວຽກງານປະຈຳວັນ
ເຈົ້າໜ້າທີ່ອົງການສະຫະປະຊາຊາດ ຮ້ອງບັນຫາຂັດແຍ້ງຢູ່ໃນຊູດານ ວ່າ 'ເປັນຄວາມໂຫດຮ້າຍ ທີ່ສົ່ງຜົນກະທົບຮຸນແຮງ' ຕໍ່ປະຊາຊົນຊາວຊູດານ
ໃນວັນອາທິດທີ່ຜ່ານມາ ຊາວໄທຫລາຍລ້ານຄົນ ໄດ້ໄປລົງຄະແນນສຽງເລືອກຕັ້ງທົ່ວໄປ ເພື່ອເລືອກເອົາພັກການເມືອງ ແລະນາຍົກລັດຖະມົນຕີ ທີ່ເຂົາເຈົ້າຕ້ອງການເພື່ອນຳພາລັດຖະບານຊຸດຕໍ່ໄປ
ທ່ານມີກຳນົດທີ່ຈະພົບປະກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຟູມີໂອະ ຄິຊິດະ ໃນເວລາຕໍ່ມາໃນແຂວງ ຮິໂຣຊິມະ, ເຊິ່ງແມ່ນສະຖານທີ່ຈັດການເຈລະຈາ G7
ກຸ່ມຜູ້ນຳ 7 ປະເທດທີ່ຈະຈັດກອງປະຊຸມຢູ່ນະຄອນຮີໂຣຊິມາ ມີກຳນົດທີ່ຈະທຳການໂອ້ລົມກັບປະທານາທິບໍດີຢູເຄຣນ ທ່ານໂວໂລດິເມຍ ເຊເລນສ໌ກີ
ໃນການໃຫ້ສຳພາດກັບວີໂອເອ ເອກອັກຄະລັດຖະທູດຈອຣ໌ຈ ໂຄຣລ ນັກການທູດທີ່ອອກບຳນານໂຕ້ແຍ້ງ ກ່ຽວກັບການໃຫ້ຄຳນິຍາມ ປະຊາທິປະໄຕ ທີ່ແຕກຕ່າງໃນເຂດເອເຊຍກາງ
ປະທານາທິບໍດີໂຈ ໄບເດັນ ໄດ້ຍົກເລີກການເດືອນທາງຂອງທ່ານ ໄປປາປົວ ນິວກີເນຍ ແລະອອສເຕຣເລຍ ໃນອາທິດໜ້ານີ້ ເພື່ອສືບຕໍ່ສົນທະນາຫາລືກ່ຽວກັບເພດານໜີ້ສິນ ກັບບັນດາຜູ້ນຳລັດຖະສະພາ
ບັນດາຜູ້ນຳດັ່ງກ່າວ ໄດ້ເຂົ້າຮ່ວມ ໂດຍທ່ານໂວໂລດີເມຍ ເຊເລັນສກີ ປະທານາທິບໍດີຂອງຢູເຄຣນ ໂດຍຜ່ານການເຊື່ອມໂຍງທາງວີດີໂອ ໃນລະຫວ່າງການເດີນທາງຢ້ຽມຢາມນະຄອນຫຼວງຂອງປະເທດໃນຢູໂຣບ ເພື່ອຈັດຫາອາວຸດຕື່ມອີກ ແລະການຊ່ອຍເຫຼືອກ່ອນໜ້າການບຸກໂຈມຕີຕອບໂຕ້ກອງກຳລັງຂອງຣັດເຊຍ ທີ່ໄດ້ຄາດການໄວ້ນັ້ນ
ບັນດາສະມາຊິກສະພາສະຫະລັດ ຕຽມພ້ອມທີ່ຈະສ້າງຄວາມຄືບໜ້າ ໃຫ້ແກ່ຮ່າງກົດໝາຍ ໃນວັນອັງຄານວານນີ້ ໂດຍຮຽກຮ້ອງໃຫ້ປະທານາທິບໍດີໂຈ ໄບເດັນ ຕັ້ງສານພິເສດຂຶ້ນ ເພື່ອຈະລົງໂທດຣັດເຊຍ ໃນການກໍ່ອາຊະຍາກຳ ຮຸກຮານຢູເຄຣນ
ທະຫານຂອງມຽນມາໄດ້ຮວບຮວມເອົາການຄວບຄຸມພວກສະໜອງການບໍລິການມືຖືຂອງປະເທດ, ເຮັດໃຫ້ ພວກນັກເຄື່ອນໄຫວ, ສະມາຊິກຝ່າຍຄ້ານ ແລະນັກຂ່າວມີຄວາມສ່ຽງຫຼາຍຂຶ້ນຕໍ່ ການຖືກເຝົ້າຕິດຕາມ
ຣັດເຊຍໄດ້ຍິງລູກສອນໄຟຂີປະນາວຸດ ໄວກວ່າສຽງ ຄິນສອລ 6 ລູກ ຈາກເຮືອບິນລົບ MiG-31K, ລູກສອນໄຟນຳວິຖີ 9 ລູກ ຈາກກຳປັ່ນລົບໃນທະເລດຳ ແລະ ລູກສອນໄຟນຳວິຖີ S-400 ຈາກຖານພື້ນດິນ 3 ລູກ ທັງໝົດໄດ້ແນເປົ້າໝາຍໃສ່ນະຄອນຫຼວງ ໂຄສົກກອງທັບອາກາດຂອງຢູເຄຣນ ທ່ານຢູຣີ ອີນາຕ ໄດ້ກ່າວໃນຖະແຫລງການສະບັບນຶ່ງຢູ່ໃນເທເລີແກຣມ
ໂຫລດຕື່ມອີກ