ທ່ານເອີດວນ, ອາຍຸ 69 ປີ ທີ່ໄດ້ຄອງອຳນາດມາເປັນເວລາ 20 ປີ ແລະເປັນຜູ້ນຳທີ່ດຳລົງຕຳແໜ່ງນານທີ່ສຸດຂອງປະເທດນັ້ນ ແມ່ນໄດ້ຄະແນນໃນ ການປະຕິບັດງານດີກວ່າທີ່ຄາດຄິດໄວ້
ຄະນະກຳມາທິການເລືອກຕັ້ງມີເວລາ 60 ວັນທີ່ຈະຢືນຢັນການນັບຄະແນນສຽງຢ່າງເປັນທາງການ
ເຈົ້າໜ້າທີ່ ໄດ້ທຳການສືບສວນເບິ່ງວ່າ ສູນກາງປະຊາຄົມສອງແຫ່ງ ໃນນະຄອນມົງເຣອານ ຖືກໃຊ້ຂົ່ມຂູ່ ຫຼືຮາວີລົບກວນ ຊາວການາດາເຊື້ອສາຍຈີນຫຼືບໍ່
ໄຊໂຄລນໂມກາ ໄດ້ພັດຂຶ້ນຝັ່ງໃນຕອນບ່າຍວັນອາທິດວານນີ້ ໃກ້ກັບເມືອງຊິດເວ ໃນລັດຣາໄຄນ໌ຂອງມຽນມາ ດ້ວຍລົມທີ່ມີຄວາມແຮງ ສູງເຖິງ 209 ກິໂລແມັດຕໍ່ຊົ່ວໂມງ
ເປັນເວລາ 25 ວັນແລ້ວ ນັບຕັ້ງແຕ່ສົງຄາມຊູດານໄດ້ເກີດຂຶ້ນ, ບໍ່ມີສັນຍານທີ່ສະແດງໃຫ້ເຫັນວ່າ ພັກຝ່າຍທີ່ເຮັດສົງຄາມກັນ ມີເຈດຕະນາທີ່ຈະເຈລະຈາຢຸດຕິການຕໍ່ສູ້ກັນ ໃນຂະນະທີ່ການສູ້ລົບຍັງສືບຕໍ່ດຳເນີນຕໍ່ໄປ
ຄວາມພະຍາຍາມຂອງວໍຊິງຕັນ ເພື່ອຢາກໃຫ້ຫວຽດນາມເຂົ້າມາເປັນພັນທະມິດໃນການແຂ່ງຂັນທາງຍຸດທະສາດກັບຈີນນັ້ນຄົງຈະບໍ່ປະສົບຜົນສຳເລັດ
ເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ທ່ານເຈກ ຊູລີວານ (Jake Sullivan) ແລະ ຄູ່ຕຳແໜ່ງຝ່າຍ ຈີນ ທ່ານ ຫວັງ ຢີ (Wang Yi) ໄດ້ສົນທະນາກັນ ໃນວັນພຸດ ແລະວັນພະຫັດ ທີ່ນະຄອນວຽນນາ
ນະໂຍບາຍທີ່ກ່ຽວຂ້ອງກັບໂຣກລະບາດ ໃນການຂັບໄລ່ພວກຍົກຍ້າຍຖິ່ນຖານ ໄດ້ໝົດອາຍຸລົງ ໃນຕອນກາງຄືນວັນພະຫັດວານນີ້ ແລະບັນດາເຈົ້າໜ້າທີ່ ໄດ້ເຫັນພວກຍົກຍ້າຍຖິ່ນຖານ ເພີ້ມຂຶ້ນຢ່າງຫຼວງຫຼາຍ ຢູ່ເຂດຊາຍແດນ ທີ່ພະຍາຍາມຂ້າມເຂົ້າມາສະຫະລັດ ກ່ອນທີ່ກົດລະບຽບໃໝ່ ຈະຖືກບັງຄັບໃຊ້
ໂຫລດຕື່ມອີກ