ນັກຂ່າວຍິງຊາວອີຣ່ານ 2 ຄົນທີ່ຖືກຄຸມຄັງ, ຜູ້ທີ່ໄດ້ຊ່ວຍພິມເຜີຍແຜ່ກ່ຽວກັບຄະດີຂອງແມ່ຍິງອາຍຸ 22 ປີ ທີ່ເສຍຊີວິດໃນລະຫວ່າງການຄວບຄຸມຕົວຂອງຕຳຫຼວດ ໃນເດືອນກັນຍາຜ່ານມາ ໄດ້ຖືກດຳເນີນຄະດີຢູ່ໃນອີຣ່ານ
ພາບວິດີໂອຂອງເຫດການຈາກຫ້ອງຂັບເຮືອບິນຂອງເຮືອບິນສຳຫຼວດ ສະຫະລັດ ໄດ້ສະແດງໃຫ້ເຫັນເຮືອບິນສັ່ນບໍ່ດົນຫຼັງຈາກເຮືອບິນລົບ ຈີນ ໄດ້ບິນຂ້າມເສັ້ນທາງການບິນຂອງເຂົາເຈົ້າ
ຄວາມວຸ້ນວາຍຢູ່ໃນຂົງເຂດ ໄດ້ເພີ້ມທະວີຂຶ້ນ ນັບແຕ່ເຈົ້າເມືອງຊຶ່ງເປັນຄົນອາລບາເນຍ ເລີ້ມເຂົ້າຮັບຕຳແໜ່ງ ຢູ່ໃນເຂດພາກເໜືອ ຂອງໂກໂຊໂວ ບ່ອນທີ່ຊາວເຊີເບຍເປັນຄົນກຸ່ມໃຫຍ່ ຫຼັງຈາກການເລືອກຕັ້ງໃນເດືອນເມສາ ທີ່ຊາວເຊີເບຍບໍ່ຍອມໄປປ່ອນບັດ
ເຈົ້າໜ້າທີ່ເຕືອນວ່າ ກຳປັ່ນບັນທຸກນ້ຳມັນລຳນີ້ ຈະເຮັດໃຫ້ມີນ້ຳຮົ່ວໄຫຼອອກມາ ຫຼາຍກວ່າກຳປັ່ນ Exxon Valdez ເຖິງສີ່ເທົ່າ
ບໍລິສັດເອກະຊົນຈີນ 6 ບໍລິສັດ ໄດ້ຮັບອະນຸມັດການລົງທຶນ ໃນການພັດທະນາຟາມລ້ຽງງົວຂະໜາດໃຫຍ່ ໃນເຂດແຂວງພາກເໜືອຂອງລາວ ໂດຍມີເປົ້າໝາຍເພື່ອສົ່ງງົວຈາກລາວ ໄປຈີນ ພາຍໃຕ້ໂຄຕ້າ 5 ແສນໂຕຕໍ່ປີ
ໃນອາທິດທີ່ຜ່ານມາ, ສະຫະລັດ ແລະ ໃຕ້ ໄດ້ເລີ່ມການຊ້ອມລົບຂະໜາດໃຫຍ່ສາມອາທິດ
ສະມາຊິກຂອງຊຸມຊົນ LGBTQ ຂອງອູການດາພາກັນຕື່ນຕົກໃຈ ຫຼັງຈາກ ການໃຫ້ສັດຕະຍະບັນ ແກ່ກົດໝາຍວ່າດ້ວຍການຕ້ານການມີເພດສຳພັນຂອງຄົນຮັກເພດດຽວກັນ ຖືກເຊັນຮັບຮອງໃຫ້ເປັນກົດໝາຍໃນວັນຈັນວານນີ້
ສື່ມວນຊົນຈີນລາຍງານໃນວັນຈັນວານນີ້ວ່າ ຈີນໄດ້ປະຕິເສດ ການຮ້ອງຂໍຂອງສະຫະລັດໃນການພົບປະລະຫວ່າງຫົວໜ້າດ້ານປ້ອງກັນປະເທດຂອງພວກເຂົາເຈົ້າ ຢູ່ກອງປະຊຸມດ້ານຄວາມໝັ້ນຄົງປະຈຳປີ ທີ່ສິງກະໂປ ໃນທ້າຍອາທິດນີ້
ກ່ອນໜ້າການກ່າວຖະແຫລງນັ້ນ ທ່ານໄບເດັນ ໄດ້ວາງພວງມາລາ ຢູ່ທີ່ຂຸມຝັງສົບຂອງທະຫານນິລະນາມ ເພື່ອເປັນຂີດໝາຍຂອງການລະນຶກເຖິງຄຸນງາມຄວາມດີ ໃນວັນພັກແຫ່ງຊາດ ຫຼື Memorial Day ຄັ້ງທີ 155 ຂອງປະເທດ
ໂຮງໝໍມະໂຫສົດ ຕັ້ງຢູ່ຂ້າງວັດພະແກ້ວ ໃນນະຄອນຫລວງວຽງຈັນ ແມ່ນໂຮງໝໍຫລວງແຫ່ງທຳອິດທີ່ເກົ່າແກ່ແຫ່ງດຽວ ສ້າງຂຶ້ນມາໃນສະໄໝຝັ່ຣງປົກຄອງລາວ ແລະເປັນທີ່ຮູ້ກັນດີແກ່ຊາວນະຄອນຫລວງວຽງຈັນ ມາເປັນເວລາກວ່າເຈັດທົດສະວັດ.
Russia has repeatedly targeted Ukraine’s capital with aerial attacks in recent days
ປະທານາທິບໍດີ ໄບເດັນ ແລະປະທານສະພາຕໍ່າ ທ່ານເຄວິນ ແມັກຄາທີ ບັນລຸຂໍ້ຕົກລົງ ເພື່ອໂຈະເພດານໜີ້ສິນຊົ່ວຄາວ ໄປຈົນເຖິງປີ 2025
ໂຫລດຕື່ມອີກ