ອົງການປົກປ້ອງສິດທິມະນຸດ Human Rights Watch ນັ້ນໄດ້ຮຽກຮ້ອງໃຫ້ລັດຖະບານລາວ ທຳການສືບສວນແບບບໍ່ມີການລຳອຽງ ຕໍ່ເຫດການນີ້ຢ່າງຮີບດ່ວນ
ທຳນຽບຂາວກ່າວວ່າ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ ເຈກ ຊູລີວານ ໄດ້ປຶກສາຫາລື ກ່ຽວກັບຄວາມພະຍາຍາມທີ່ຈະຢຸດຕິສົງຄາມໃນເຢເມນ ໃນຂະນະທີ່ທ່ານໄດ້ພົບປະກັບ ອົງມົງກຸດຣາຊະກຸມມານ ໂມຮຳເມັດ ບິນ ຊາລມານ ຂອງຊາອຸດີ ອາຣາເບຍ ເມື່ອວັນອາທິດວານນີ້
ກໍາປັ່ນບັນທຸກນໍ້າມັນສອງລຳ ທີ່ຖືກຍຶດໂດຍອີີຣ່ານ ຫວ່າງມໍ່ໆມານີ້ ໄດ້ຖືກນຳໄປຈອດໄວ້ ຢູ່ນອກຝັ່ງຂອງນຶ່ງໃນທ່າເຮືອຍຸດທະສາດ ທີ່ຊ່ອງແຄບຮໍມຸສ ອີງຕາມພາບຖ່າຍຈາກດາວທຽມ ທີ່ວິເຄາະໂດຍ ອົງການຂ່າວເອພີໃນວັນອາທິດວານນີ້
ກະຊວງການຕ່າງປະເທດຂອງອິນໂດເນເຊຍ ໄດ້ກ່າວໃນຖະແຫລງການ ເມື່ອວັນອາທິດວານນີ້ ຢູ່ທີ່ສະຖານທູດຂອງຕົນ ໃນນະຄອນຢາງກຸ້ງ ດ້ວຍການຊ່ອຍເຫຼືອຈາກເຄືອຂ່າຍຕ່າງໆໃນທ້ອງຖິ່ນທີ່ໄດ້ກຳກັບນຳການປ່ອຍຕົວ ພວກຜູ້ເຄາະຮ້າຍທັງຫຼາຍ ຈາກເມືອງມຽວວັດດີ ແລະໄດ້ນຳເອົາພວກເຂົາເຈົ້າໄປຍັງເຂດຊາຍແດນຂອງໄທ
ຖ້າລັດຖະບານໝົດເງິນສົດ, ການຈ່າຍດອກເບ້ຍຕໍ່ພັນທະລັດຖະບານ ສະຫະລັດ ທີ່ເປັນເຈົ້າຂອງໂດຍຊາວອາເມຣິກັນ ແລະ ລັດຖະບານຕ່າງປະເທດອາດຖືກຕັດລົງ
ເຈົ້າຄອງນະຄອນຫຼວງກີຢິບຂອງ ຢູເຄຣນ ກ່າວວ່າ ມີຢ່າງໜ້ອຍ 5 ຄົນໄດ້ຮັບບາດເຈັບ ຈາກການໂຈມຕີຄັ້ງຫຼ້າສຸດຂອງ ຣັດເຊຍ
ບັນດາລັດຖະມົນຕີກະຊວງການຕ່າງປະເທດ ຂອງປະເທດໃນສັນນິບາດອາຣັບ ໄດ້ຮັບຮອງເອົາການຕັດສິນໃຈ ທີ່ຈະໃຫ້ຮັບເອົາຊີເຣຍ ເຂົ້າມາເປັນສະມາຊິກຄືນອີກ
ເຈົ້າໜ້າທີ່ປະຕິບັດກົດໝາຍ ລະບຸມືປືນວ່າ ແມ່ນທ້າວມໍຣິຊີໂອ ກາເຊຍ ຊຶ່ງໄດ້ຖືກຕຳຫຼວດຍິງຕາຍ ຢູ່ໃກ້ໆຮ້ານສັບພະສິນຄ້າໃນເຂດຊານເມືອງນະຄອນດາລລັສ
ການໃຫ້ຄວາມເຫັນຂອງນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມີໂອະ ກິຊິດະ ໄດ້ມີການເຝົ້າຕິດຕາມຢ່າງໃກ້ຊິດ ຢູ່ໃນເກົາຫຼີໃຕ້ ບ່ອນທີ່ຫຼາຍໆຄົນຍັງມີຄວາມບໍ່ພໍໃຈຢ່າງແຮງ ຕໍ່ການຢຶດຄອງແຫຼມເກົາຫຼີ ຂອງຍີ່ປຸ່ນ ແຕ່ປີ 1910 ຫາ 1945
ສະຫະລັດໄດ້ກ່າວຫາວ່າ ທ່ານ ແດນຽລ ດັກແກນ (Daniel Duggan) ຝຶກອົບຮົມນັກບິນລົບຂອງຈີນ ໂດຍການລະເມີດກົດໝາຍວ່າດ້ວຍການຄວບຄຸມການສົ່ງອອກອາວຸດ. ອະດີດນັກບິນມາຣີນທ່ານນີ້ ໄດ້ຖືກຄວບຄຸມໂຕ ນັບຕັ້ງແຕ່ຖືກຈັບໃນເດືອນຕຸລາທີ່ຜ່ານມາ ໃນລັດ New South Wales ຂອງອອສເຕຣເລຍ
ໂຫລດຕື່ມອີກ