ສຳນວນຟ້ອງດັ່ງກ່າວ ໄດ້ຍື່ນຂື້ນຫາສານຂອງລັດຖະບານກາງ ໂດຍສະຫະພັນແຫ່ງເສລີພາບ ຂອງພົນລະເມືອງຊາວອາເມຣິກັນ
ທ່ານບລິງເກັນ ໄດ້ກ່າວວ່າ ສົນທິສັນຍາອີກອັນນຶ່ງທີ່ໄດ້ລົງນາມໃນວັນຈັນວານນີ້ ຈະອະນຸຍາດໃຫ້ກອງກຳລັງຂອງປາປົວນີວກີນີ ແລະໜ່ວຍຍາມຝັ່ງຂອງສະ ຫະລັດ ຮ່ວມມືກັນໃນການສະກັດກັ້ນ “ກິດຈະກຳທາງທະເລທີ່ຜິດກົດໝາຍຕ່າງໆ ໂດຍລວມມີ ການຫາປາທີ່ຜິດກົດໝາຍ ທີ່ບໍ່ໄດ້ຖືກລາຍງານ ແລະທີ່ຜິດປົກກະຕິ”
ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສ໌ກີ ໄດ້ກ່າວໃນວັນອັງຄານມືິ້ນີ້ວ່່າ ໄດ້ຢ້ຽມຢາມກຳລັງທະຫານຢູ່ແນວໜ້າ
ຫົວໜ້າອົງການສະຫະປະຊາຊາດໃນຊູດານ ກ່າວວ່າ ບັນຫາຂັດແຍ້ງເຮັດໃຫ້ມີຜູ້ເສຍຊີວິດແລ້ວ ຫຼາຍກວ່າ 700 ຄົນ
ພວກນັກສັງເກດການກ່າວວ່າ ຈີນມອງເຫັນແຫຼມຮອນໃນອາຟຣິກາ ແມ່ນຍຸດທະສາດທີ່ສຳຄັນ ໃນຂະນະທີ່ເອຣິເທຣຍ ຊຶ່ງຖືກໂດດດ່ຽວທາງດ້ານການທູດ ພວມຊອກສະແຫວງຫາການລົງທຶນ
ເພື່ອເປັນການຮັດແໜ້ນການພົວພັນລະຫວ່າງສອງປະເທດພັນທະມິດທີ່ໃກ້ຊິດທີ່ສຸດຂອງອາເມຣິກາໃນເອເຊຍ, ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ພົບປະກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ແລະ ປະທານາທິບໍດີເກົາຫລີໃຕ້ ທ່ານຢູນ ຊຸກ ຢອລ
ຈີນໄດ້ເພີ່ມຄວາມຂັດແຍ້ງກັບວໍຊິງຕັນກ່ຽວກັບເລື້ອງຄວາມໝັ້ນຄົງ ໂດຍການບອກໃຫ້ຜູ້ໃຊ້ອຸປະກອນຄອມພິວເຕີ ທີ່ຄິດວ່າມີຄວາມຫຼໍ່ແຫຼມ ໃຫ້ຢຸດຊື້ຜະລິດຕະພັນ ຈາກບໍລິສັດໄມຄຣອນ ເທັກໂນໂລຈີ
ຢູ່ທີ່ນະຄອນ ຮິໂຣຊິມາ, ປະເທດຍີ່ປຸ່ນ, ກຸ່ມ 7 ປະເທດມະຫາອຳນາດທາງອຸດສາຫະກຳ ໃນວັນອາທິດວານນີ້ໄດ້ຈັດກອງປະຊຸມສຸດຍອດກ່ຽວກັບສົງຄາມ ໃນຢູເຄຣນ, ໂດຍມີແຂກຮັບເຊີນ ແມ່ນທ່ານໂວໂລດີເມຍ ເຊເລັນສກີ
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະປະທານສະພາຕໍ່າ ທ່ານແຄວິນ ແມັກຄາທີ ຈະພົບປະກັນໃນວັນຈັນມື້ນີ້ ທີ່ທຳນຽບຂາວ ໃນຂະນະທີ່ທ່ານເຈລະຈາຫາລືກ່ຽວກັບການເພີ້ມຂີດຈຳກັດໃນການກູ້ຢືມເງິນຂອງລັດຖະບານ
ພັກກ້າວໄກ ໄດ້ຊະນະການເລືອກຕັ້ງຢ່າງບໍ່ໜ້າເຊື່ອ ຊຶ່ງໄດ້ຮັບບ່ອນນັ່ງໃນສະພາຫຼາຍທີ່ສຸດ ດ້ວຍການຊ່ອຍເຫຼືອຈາກພວກຊາວໜຸ່ມຜູ້ມີສິດອອກສຽງ ທີ່ຕື່ນເຕັ້ນກັບວາລະຂອງພັກ ທີ່ເຮັດໃຫ້ພັກຂັດແຍ້ງກັບຜົນປະໂຫຍດຕ່າງໆຂອງທຸລະກິດໃຫຍ່ບາງສ່ວນ ແລະສະຖາບັນຕ່າງໆ ທີ່ມີຫົວອະນຸລັກນິຍົມ
ຄະນະຕຸ ລາການໄດ້ກ່າວ ໃນວັນອາທິດວານນີ້ວ່າ ເປັນຄັ້ງຫຼ້າສຸດ ຂອງຈໍານວນຜູ້ທີ່ຖືກປະຫານຊີວິດດ້ວຍການແຂວນຄໍຫຼາຍຮ້ອຍຄົນ ນັບຕັ້ງແຕ່ຕົ້ນປີນີ້
ຜູ້ປົກຄອງພາກພື້ນ ທ່ານ ເຊີຮີ ລີສັກ, ໄດ້ຂຽນຂໍ້ຄວາມໃນແອັບພລີເຄຊັ້ນ Telegram ວ່າ, ຄວາມເສຍຫາຍລວມມີຕຶກທີ່ຢູ່ອາໄສ ແລະ ລົດຫຼາຍຄັນ
ໂຫລດຕື່ມອີກ