ທ່ານຮຸນ ມາເນດ ຈົບການສຶກສາຈາກ West Point, ເປັນຜູ້ລົງຮັບສະໝັກເລືອກຕັ້ງທີ່ນໍາໜ້າໃນພັກປະຊາຊົນກໍາປູເຈຍ ໂດຍມີຊື່ລົງຮັບສະໝັກເລືອກຕັ້ງເປັນສະມາຊິກສະພາ ໃນການເລືອກຕັ້ງແຫ່ງຊາດຂອງເດືອນກໍລະກົດນີ້
ການສະກັດກັ້ນທີ່ “ສ່ຽງໄພ” ເຫຼົ່ານີ້ ໄດ້ “ສ້າງຄວາມເປັນໄປໄດ້ສູງຂອງເຫດການທີ່ບໍ່ປອດໄພ ຫຼືການຄຳນວນທີ່ຜິດພາດ” ເຈົ້າໜ້າທີ່ດ້ານປ້ອງກັນປະເທດ ໄດ້ກ່າວ ຜູ້ທີ່ຂໍສະຫງວນຊື່
ຄວາມພະຍາຍາມໃນການຫຼີກລ້ຽງການຜິດນັດຊໍາລະໜີ້ສິນຂອງສະຫະລັດ ຍ້າຍໄປທີ່ສະພາສູງ ຫລັງຈາກສະພາຕໍ່າ ໄດ້ອະນຸມັດມາດຕະການໃນຕອນແລງວັນພຸດວານນີ້ ເພື່ອໂຈະການຈຳກັດການກູ້ຢືມເງິນຂອງປະເທດ ແລະຈຳກັດລາຍຈ່າຍຂອງລັດຖະບານກາງບາງຢ່າງ
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ກ່າວໃນວັນພະຫັດມື້ນີ້ວ່າ “ໂຊກບໍ່ດີ” ທີ່ຈີນໄດ້ປະຕິເສດຄຳຮຽກຮ້ອງຂອງທ່ານອອສຕິນ ຢາກພົບປະ ກັບຄູ່ຕຳແໜ່ງຝ່າຍຈີນ ທ່ານລີ ຊັງຟູ ໃນຂະນະທີ່ທັງສອງເຂົ້າຮ່ວມກອງກປະຊຸມ Shangri-La ທີ່ສິງກະໂປ
ການສະສົມທາດຢູເຣນຽມທີ່ມີຄວາມບໍລິສຸດເຖິງ 60 ເປີເຊັນແມ່ນສືບຕໍ່ທີ່ຈະເພີ່ມຂຶ້ນ ແລະ ຕອນນີ້ແມ່ນເກືອບຈະພຽງພໍສຳລັບລະເບີດນິວເຄລຍສອງລູກ
ເຈົ້າໜ້າທີ່ປາກິສຖານ ໄດ້ມອບຕົວຜູ້ສະໜັບສະໜຸນອະດີດນາຍົກລັດຖະມົນຕີ ອິມຣານ ຄານ ຫລາຍສິບຄົນໃຫ້ແກ່ກອງທັບເມື່ອບໍ່ດົນມານີ້ ເພື່ອໃຫ້ດຳເນີນຄະດີໃນສານທະຫານ
ເຈົ້າໜ້າທີ່ຢູເຄຣນກ່າວໃນວັນພະຫັດມື້ນີ້ວ່າ ການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ໄດ້ແນເປົ້າໝາຍ ໃສ່ນະຄອນຫຼວງກີຢິບຂອງຢູເຄຣນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ
ສະຫະລັດ ແລະ ຊາອຸດີ ອາຣາເບຍ ແມ່ນກຳລັງຕິດຕາມການປະຕິບັດການຢຸດຍິງ ແລະ ໄດ້ກ່າວວ່າທັງສອງຝ່າຍໄດ້ລະເມີດມັນ
ພຽງຢາງກ່າວວ່າ ຕົນຈຳເປັນຕ້ອງມີດາວທຽມ ເພື່ອຕິດຕາມເບິ່ງການຊ້ອມລົບຮ່ວມ ລະຫວ່າງສະຫະລັດ ແລະເກົາຫຼີໃຕ້
ໂຫລດຕື່ມອີກ