ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ລະບຸພາກພື້ນ ຄາກີບ ວ່າເປັນນຶ່ງໃນຫຼາຍສະຖານທີ່ໆປະສົບກັບການໂຈມຕີທີ່ “ໂຫດຮ້າຍທຸກວັນ, ທຸກຄືນ”
ກະຊວງປ້ອງກັນປະເທດຂອງໄຕ້ຫວັນກ່າວວ່າ ໃນວັນພະຫັດຜ່ານມາ ທະຫານຄົນນີ້ ບໍ່ໄດ້ໄປລາຍງານໂຕ ຢູ່ທີ່ເກາະເອີແດນ ເຊິ່ງເປັນສ່ວນຂອງໝູ່ເກາະຄິມເມັນ ທີ່ຖືກຄວບຄຸມໂດຍໄຕ້ຫວັນ
ຕຳຫຼວດກ່າວວ່າ ເຈົ້າໜ້າທີ່ຮັກສາຄວາມປອດໄພຄົນນຶ່ງເສຍຊີວິດ, ໃນຂະນະທີ່ນັກຂ່າວ 5 ຄົນ ແລະເດັກນ້ອຍ 3 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີດ້ວຍລະເບີດທີ່ວ່ານີ້
ປະທານາທິບໍດີອາເລນ ເບີເຊັດ ກ່າວຕໍ່ວາລະສານລາຍສັບປະດາ NZZ am Sonntag ວ່າ "ອາວຸດຂອງສະວິດເຊີແລນ ບໍ່ຄວນຖືກໃຊ້ໃນສົງຄາມ"
ອີຣ່ານ ແລະຊາອຸດີ ອາຣາເບຍ ໄດ້ຕົກລົງກັນ ໃນມື້ວັນສຸກແລ້ວ ເພື່ອສ້າງຕັ້ງສາຍພົວພັນທາງດ້ານການທູດ ແລະເປີດສະຖານທູດຂອງຕົນຄືນໃໝ່ ຫຼັງຈາກ ໄດ້ປິດລົງ 7 ປີ ຍ້ອນຄວາມເຄັ່ງຕຶງ ທີ່ເຮັດໃຫ້ສອງປະເທດອຳນາດ ຢູ່ໃນທ້ອງຖິ່ນ ເກືອບເກີດການຂັດແຍ້ງ
ລັດຖະມົນຕີການຕ່າງປະເທດອີຣ່ານ ຮອສເຊນ ອາມີຣາບໂດລາຮຽນ ໄດ້ໃຫ້ຄວາມເຫັນ ທີ່ຄ້າຍຄືກັນນີ້ໃນໄລຍະທີ່ຜ່ານມາ ກ່ຽວກັບຄວາມເປັນໄປໄດ້ ໃນການຕົກລົງກັບສະຫະລັດ ໃນເລື້ອງຊັບສິນທີ່ຖືກກັກຢູ່ຕ່າງປະເທດ ແລະບັນຫາອື່ນໆ ແຕ່ບໍ່ໄດ້ບັງເກີດຜົນ
ມີປະຊາຊົນຣັດເຊຍຫຼາຍແສນຄົນ ທີ່ເຊື່ອວ່າໄດ້ຫຼົບໜີອອກຈາກປະເທດບ້ານເກີດຂອງເຂົາເຈົ້າ ນັບຕັ້ງແຕ່ ເດືອນກຸມພາ 2022, ເມື່ອວັງເຄຣມລິນ (Kremlin) ໄດ້ເປີດການບຸກລຸກຢູເຄຣນ.
ສະຫະລັດ ເມື່ອບໍ່ດົນມານີ້ໄດ້ສົ່ງເຮືອບິນລົບທີ່ທັນສະໄໝ ໄປຊ້ອມກັບເຮືອບິນ ຂອງ ເກົາຫຼີໃຕ້.
ອົງການສະຫະປະຊາຊາດ ກ່າວໃນວັນພະຫັດນີ້ວ່າ ຕົນໄດ້ຈັດຊື້ກຳປັ່ນເພື່ອຂົນ ຖ່າຍນ້ຳມັນຫຼາຍກວ່າລ້ານຖັງ ຈາກກຳປັ່ນບັນທຸກນ້ຳມັນທີ່ຖືກຈອດຖິ້ມໄວ້ ເຊິ່ງເປັນໄພຂົ່ມຂູ່ຕໍ່ແຄມຝັ່ງທະເລແດງຂອງເຢແມນ ແລະການດຳເນີນການກອບກູ້ ໄດ້ຖືກກຳນົດໃສ່ຕົ້ນເດືອນພຶດສະພານີິ້
ເງິນກອນດັ່ງກ່າວ ຈະຕໍ່ເວລາຂອງຂໍ້ຕົກລົງຕື່ມອີກ 20 ປີ ກັບທັງສາມປະເທດ ເຊິ່ງສະຫະລັດ ຈະສະໜອງການບໍລິການທີ່ຈໍາເປັນໃຫ້ແກ່ພວກເຂົາເຈົ້າ ແລະການສະໜັບສະໜຸນເສດຖະກິດ ເພື່ອແລກກັບສິດທິໃນການຕັ້ງຖານທັບ ແລະສິດພິເສດອື່ນໆ
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຈະພົບປະກັບປະທານຄະນະກຳມະການຢູໂຣບ ທ່ານນາງເອີຊູລາ ວອນ ເດີ ເລເຢັນ ໃນວັນສຸກມື້ນີ້ ຢູ່ທີ່ທຳນຽບຂາວ ເພື່ອຫາລືກ່ຽວກັບການລົງໂທດທີ່ອາດມີຂຶ້ນຕໍ່ຈີນ
ໂຫລດຕື່ມອີກ